1 ໂຢຮັນ 2 - ພຣະຄຳພີລາວສະບັບສະໄໝໃໝ່1 ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ເຮົາຂຽນມາເຖິງພວກເຈົ້າຢ່າງນີ້ກໍເພື່ອພວກເຈົ້າຈະບໍ່ໄດ້ເຮັດບາບ. ແຕ່ຖ້າຜູ້ໃດເຮັດບາບ ພວກເຮົາກໍມີຜູ້ແກ້ຄວາມຕໍ່ພຣະບິດາເຈົ້າຄືພຣະເຢຊູຄຣິດເຈົ້າ ອົງຜູ້ຊອບທຳ. 2 ພຣະອົງເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງພວກເຮົາທັງຫລາຍ ແລະ ບໍ່ແມ່ນພຽງແຕ່ເພື່ອບາບຂອງພວກເຮົາເທົ່ານັ້ນແຕ່ເພື່ອບາບຂອງຄົນທົ່ວໂລກດ້ວຍ. ຄວາມຮັກ ແລະ ຄວາມກຽດຊັງຕໍ່ຜູ້ທີ່ເຊື່ອດ້ວຍກັນ 3 ຖ້າພວກເຮົາຖືຮັກສາບັນດາຄຳສັ່ງຂອງພຣະອົງ ພວກເຮົາກໍຮູ້ວ່າພວກເຮົາໄດ້ຮູ້ຈັກພຣະອົງ. 4 ຜູ້ໃດກໍຕາມທີ່ເວົ້າວ່າ, “ຂ້ານ້ອຍຮູ້ຈັກພຣະອົງ” ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ພຣະອົງສັ່ງ ຜູ້ນັ້ນກໍເປັນຄົນຕົວະ ແລະ ຄວາມຈິງກໍບໍ່ໄດ້ຢູ່ໃນຜູ້ນັ້ນເລີຍ. 5 ແຕ່ຖ້າຜູ້ໃດກໍຕາມເຊື່ອຟັງຖ້ອຍຄຳຂອງພຣະອົງ ຄວາມຮັກຕໍ່ພຣະເຈົ້າກໍຄົບຖ້ວນສົມບູນຢູ່ໃນຜູ້ນັ້ນຢ່າງແທ້ຈິງ. ດ້ວຍວິທີນີ້ພວກເຮົາຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງຄື: 6 ຜູ້ໃດກໍຕາມທີ່ອ້າງວ່າດຳເນີນຊີວິດຢູ່ໃນພຣະອົງ ຜູ້ນັ້ນຈະຕ້ອງດຳເນີນຊີວິດເໝືອນດັ່ງທີ່ພຣະເຢຊູເຈົ້າໄດ້ດຳເນີນ. 7 ເພື່ອນທີ່ຮັກທັງຫລາຍເອີຍ, ເຮົາບໍ່ໄດ້ຂຽນຄຳສັ່ງຂໍ້ໃໝ່ມາເຖິງພວກເຈົ້າ ແຕ່ນີ້ເປັນຄຳສັ່ງເກົ່າທີ່ພວກເຈົ້າມີມາຕັ້ງແຕ່ເລີ່ມຕົ້ນແລ້ວ. ຄຳສັ່ງເກົ່ານີ້ແມ່ນຂໍ້ຄວາມທີ່ພວກເຈົ້າເຄີຍໄດ້ຍິນມາແລ້ວ. 8 ເຖິງຢ່າງໃດກໍຕາມ ເຮົາຂຽນຄຳສັ່ງໃໝ່ເຖິງພວກເຈົ້າ, ພວກເຈົ້າກໍໄດ້ເຫັນຄຳສັ່ງນີ້ເປັນຈິງໃນພຣະອົງ ແລະ ໃນພວກເຈົ້າ, ເພາະວ່າຄວາມມືດກຳລັງຜ່ານພົ້ນໄປ ແລະ ຄວາມສະຫວ່າງແທ້ນັ້ນກໍກຳລັງສ່ອງສະຫວ່າງຢູ່ແລ້ວ. 9 ຜູ້ໃດທີ່ອ້າງວ່າຢູ່ໃນຄວາມສະຫວ່າງແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍຍັງຢູ່ໃນຄວາມມືດ. 10 ຜູ້ໃດທີ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຢູ່ໃນຄວາມສະຫວ່າງ ແລະ ບໍ່ມີສິ່ງໃດໃນຜູ້ນັ້ນທີ່ເຮັດໃຫ້ພວກເຂົາຊູນສະດຸດ. 11 ແຕ່ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຢູ່ໃນຄວາມມືດ ແລະ ຍ່າງວົນວຽນຢູ່ໃນຄວາມມືດ. ພວກເຂົາບໍ່ຮູ້ວ່າຕົນກຳລັງໄປໃສເພາະວ່າຄວາມມືດໄດ້ເຮັດໃຫ້ພວກເຂົາຕາບອດ. ເຫດຜົນຂອງການຂຽນ 12 ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ເຮົາຂຽນມາເຖິງພວກເຈົ້າ, ເພາະວ່າຄວາມບາບຂອງພວກເຈົ້າໄດ້ຮັບການອະໄພແລ້ວເພາະດ້ວຍນາມຂອງພຣະອົງ. 13 ບິດາທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະວ່າພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຊົ່ວຮ້າຍນັ້ນ. 14 ລູກທີ່ຮັກທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າເຂັ້ມແຂງ ແລະ ຖ້ອຍຄຳຂອງພຣະເຈົ້າດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ. ຢ່າຮັກໂລກ 15 ຢ່າຮັກໂລກ ຫລື ສິ່ງໃດທີ່ຢູ່ໃນໂລກ. ຖ້າຜູ້ໃດຮັກໂລກ, ຄວາມຮັກຂອງພຣະບິດາເຈົ້າກໍບໍ່ໄດ້ຢູ່ໃນຜູ້ນັ້ນ. 16 ເພາະທຸກສິ່ງທີ່ຢູ່ໃນໂລກບໍ່ວ່າຈະເປັນຕັນຫາຂອງເນື້ອໜັງ, ຕັນຫາຂອງຕາ ແລະ ຄວາມອວດອົ່ງຂອງຊີວິດ ເຊິ່ງບໍ່ໄດ້ມາຈາກພຣະບິດາເຈົ້າແຕ່ມາຈາກໂລກ. 17 ໂລກ ແລະ ຄວາມປາຖະໜາຕ່າງໆຂອງໂລກກໍເສື່ອມສູນໄປ, ແຕ່ຜູ້ໃດກໍຕາມທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າກໍດຳລົງຢູ່ຕະຫລອດໄປ. ການເຕືອນຕໍ່ຕ້ານການປະຕິເສດພຣະບຸດ 18 ລູກທີ່ຮັກທັງຫລາຍຂອງເຮົາເອີຍ, ບັດນີ້ເປັນວາລະສຸດທ້າຍແລ້ວ; ແລະ ຕາມທີ່ພວກເຈົ້າໄດ້ຍິນມາວ່າຜູ້ຕໍ່ຕ້ານພຣະຄຣິດເຈົ້າກຳລັງມານັ້ນ, ແມ່ນແຕ່ບັດນີ້ຜູ້ຕໍ່ຕ້ານພຣະຄຣິດເຈົ້າກໍໄດ້ມາຫລາຍແລ້ວ. ດ້ວຍເຫດນີ້ ພວກເຮົາຈຶ່ງຮູ້ວ່ານີ້ເປັນວາລະສຸດທ້າຍ. 19 ພວກເຂົາໄດ້ອອກໄປຈາກພວກເຮົາ, ແຕ່ພວກເຂົາກໍບໍ່ແມ່ນຝ່າຍພວກເຮົາແທ້. ເພາະຖ້າພວກເຂົາເປັນຝ່າຍພວກເຮົາ, ພວກເຂົາກໍຄົງຢູ່ກັບພວກເຮົາຕໍ່ໄປ; ແຕ່ການໄປຂອງພວກເຂົາສະແດງໃຫ້ເຫັນວ່າ ໃນພວກເຂົາບໍ່ມີຈັກຄົນທີ່ເປັນຝ່າຍພວກເຮົາ. 20 ແຕ່ພວກເຈົ້າທັງຫລາຍໄດ້ຮັບການເຈີມຈາກອົງບໍລິສຸດແລ້ວ ແລະ ພວກເຈົ້າທຸກຄົນກໍຮູ້ຄວາມຈິງແລ້ວ. 21 ເຮົາບໍ່ໄດ້ຂຽນມາເຖິງພວກເຈົ້າເພາະພວກເຈົ້າບໍ່ຮູ້ຈັກຄວາມຈິງ ແຕ່ເພາະວ່າພວກເຈົ້າຮູ້ຈັກຄວາມຈິງນັ້ນ ແລະ ເພາະບໍ່ມີຄວາມຕົວະທີ່ມາຈາກຄວາມຈິງ. 22 ຜູ້ໃດເປັນຜູ້ຕົວະ? ກໍຄືຄົນທີ່ປະຕິເສດວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ. ຄົນຢ່າງນີ້ແຫລະເປັນຜູ້ຕໍ່ຕ້ານພຣະຄຣິດເຈົ້າ, ພວກເຂົາປະຕິເສດພຣະບິດາເຈົ້າ ແລະ ພຣະບຸດ. 23 ຜູ້ໃດທີ່ປະຕິເສດພຣະບຸດກໍບໍ່ມີພຣະບິດາເຈົ້າ, ຜູ້ໃດທີ່ຍອມຮັບພຣະບຸດກໍມີພຣະບິດາເຈົ້າເໝືອນກັນ. 24 ສຳລັບພວກເຈົ້າແລ້ວ, ຈົ່ງໃຫ້ສິ່ງທີ່ພວກເຈົ້າໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ໃນພວກເຈົ້າ. ຖ້າສິ່ງນີ້ດຳລົງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າກໍຈະດຳລົງຢູ່ໃນພຣະບຸດ ແລະ ໃນພຣະບິດາເຈົ້າເໝືອນກັນ. 25 ແລະ ນີ້ແມ່ນສິ່ງທີ່ພຣະອົງໄດ້ສັນຍາໄວ້ກັບພວກເຮົາຄືຊີວິດນິລັນດອນ. 26 ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າກ່ຽວກັບບັນດາຜູ້ທີ່ພະຍາຍາມທີ່ຈະນຳພາພວກເຈົ້າໃຫ້ຫລົງຜິດ. 27 ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ. ບັນດາລູກຂອງພຣະເຈົ້າ ແລະ ຄວາມບາບ 28 ແລະ ບັດນີ້ ລູກທີ່ຮັກທັງຫລາຍເອີຍ, ຈົ່ງດຳລົງຢູ່ໃນພຣະອົງຕໍ່ໄປ, ເພື່ອວ່າເມື່ອພຣະອົງມາປາກົດພວກເຮົາຈະໝັ້ນໃຈ ແລະ ບໍ່ລະອາຍຕໍ່ໜ້າພຣະອົງເມື່ອພຣະອົງມາ. 29 ຖ້າພວກເຈົ້າຮູ້ຈັກວ່າພຣະອົງຊອບທຳ, ພວກເຈົ້າກໍຮູ້ຈັກວ່າທຸກຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍໄດ້ເກີດຈາກພຣະອົງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.