1 ໂກຣິນໂທ 9 - ພຣະຄຳພີລາວສະບັບສະໄໝໃໝ່ສິດທິຂອງອັກຄະສາວົກໂປໂລ 1 ເຮົາບໍ່ມີເສລີພາບບໍ? ເຮົາບໍ່ໄດ້ເປັນອັກຄະສາວົກບໍ? ເຮົາບໍ່ໄດ້ເຫັນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ພວກເຈົ້າບໍ່ໄດ້ເປັນຜົນຂອງວຽກງານຂອງເຮົາໃນອົງພຣະຜູ້ເປັນເຈົ້າບໍ? 2 ເຖິງແມ່ນວ່າເຮົາບໍ່ໄດ້ເປັນອັກຄະສາວົກສຳລັບຄົນອື່ນໆ, ແນ່ນອນເຮົາກໍເປັນອັກຄະສາວົກສຳລັບພວກເຈົ້າ! ເພາະວ່າພວກເຈົ້າທັງຫລາຍຄືຕາປະທັບແຫ່ງການເປັນອັກຄະສາວົກຂອງເຮົາໃນອົງພຣະຜູ້ເປັນເຈົ້າ. 3 ນີ້ແມ່ນຂໍ້ແກ້ຕົວຂອງເຮົາຕໍ່ຜູ້ທີ່ຈະມາພິພາກສາເຮົາ, 4 ພວກເຮົາບໍ່ມີສິດທີ່ຈະກິນ ແລະ ດື່ມບໍ? 5 ພວກເຮົາບໍ່ມີສິດທີ່ຈະພາເມຍທີ່ເປັນຜູ້ທີ່ເຊື່ອເດີນທາງໄປມາດ້ວຍກັນເໝືອນດັ່ງອັກຄະສາວົກຄົນອື່ນໆ ແລະ ເໝືອນດັ່ງບັນດານ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ ແລະ ເກຟາເຮັດບໍ? 6 ຫລື ມີແຕ່ເຮົາກັບບາຣະນາບາເທົ່ານັ້ນບໍ ເປັນຜູ້ບໍ່ມີສິດທີ່ຈະບໍ່ເຮັດວຽກຫາລ້ຽງຊີບ? 7 ມີຜູ້ໃດແດ່ທີ່ເຮັດໜ້າທີ່ເປັນທະຫານດ້ວຍຄ່າໃຊ້ຈ່າຍຂອງຕົນເອງ? ມີຜູ້ໃດແດ່ທີ່ປູກສວນອະງຸ່ນແລ້ວບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຜູ້ໃດແດ່ທີ່ລ້ຽງສັດ ແລ້ວບໍ່ໄດ້ກິນນ້ຳນົມຈາກຝູງສັດນັ້ນ? 8 ເຮົາເວົ້າຢ່າງນີ້ຕາມມະນຸດຜູ້ມີອຳນາດເທົ່ານັ້ນບໍ? ກົດບັນຍັດບໍ່ໄດ້ກ່າວໄວ້ຢ່າງດຽວກັນບໍ? 9 ເພາະມີຖ້ອຍຄຳຖືກຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ: “ຢ່າເອົາປອກສຸບໃສ່ປາກງົວໃນຂະນະທີ່ມັນກຳລັງນວດເມັດພືດຢູ່”. ພຣະເຈົ້າຫ່ວງໃຍແຕ່ງົວເທົ່ານັ້ນບໍ? 10 ແນ່ນອນ ພຣະອົງກ່າວຢ່າງນີ້ກໍເພື່ອພວກເຮົາ ບໍ່ແມ່ນບໍ? ແມ່ນແລ້ວ ສິ່ງນີ້ຖືກຂຽນຂຶ້ນກໍເພື່ອພວກເຮົາທັງຫລາຍ, ເພາະວ່າຜູ້ໃດກໍຕາມທີ່ໄຖນາ ແລະ ຟາດເຂົ້າກໍຄວນຈະເຮັດສິ່ງນັ້ນໂດຍຄວາມຫວັງຈະໄດ້ຮັບສ່ວນແບ່ງໃນການເກັບກ່ຽວ. 11 ຫາກພວກເຮົາໄດ້ຫວ່ານເມັດພັນຝ່າຍວິນຍານໃນທ່າມກາງພວກເຈົ້າແລ້ວ ຈະເກີນໄປບໍ ທີ່ພວກເຮົາຈະເກັບກ່ຽວວັດຖຸຈາກພວກເຈົ້າ? 12 ຖ້າຄົນອື່ນໆຍັງມີສິດທີ່ຈະໄດ້ຮັບການສະໜັບສະໜູນຈາກພວກເຈົ້າ, ພວກເຮົາກໍຄວນຈະໄດ້ຮັບຫລາຍກວ່ານັ້ນບໍ່ແມ່ນບໍ? ແຕ່ພວກເຮົາກໍບໍ່ໄດ້ໃຊ້ສິດນີ້ເລີຍ. ໃນທາງກົງກັນຂ້າມ ພວກເຮົາສູ້ທົນກັບທຸກສິ່ງແທນທີ່ຈະຂັດຂວາງຂ່າວປະເສີດຂອງພຣະຄຣິດເຈົ້າ. 13 ພວກເຈົ້າບໍ່ຮູ້ບໍວ່າຜູ້ທີ່ຮັບໃຊ້ໃນວິຫານກໍໄດ້ຮັບອາຫານຂອງຕົນຈາກວິຫານ ແລະ ຜູ້ທີ່ຮັບໃຊ້ຢູ່ທີ່ແທ່ນບູຊາ ກໍໄດ້ຮັບສ່ວນແບ່ງໃນສິ່ງທີ່ໄດ້ຖືກຖວາຍເທິງແທ່ນບູຊານັ້ນ? 14 ໃນທຳນອງດຽວກັນ ອົງພຣະຜູ້ເປັນເຈົ້າສັ່ງໄວ້ວ່າ ຜູ້ທີ່ປະກາດຂ່າວປະເສີດກໍຄວນໄດ້ຮັບການລ້ຽງດູຈາກຂ່າວປະເສີດນັ້ນ. 15 ແຕ່ເຮົາບໍ່ໄດ້ໃຊ້ສິດໃດໆເຫລົ່ານີ້ເລີຍ. ແລະ ທີ່ເຮົາຂຽນມານີ້ກໍບໍ່ໄດ້ຫວັງໃຫ້ພວກເຈົ້າເຮັດສິ່ງທີ່ດັ່ງກ່າວນັ້ນເພື່ອເຮົາ, ສຳລັບເຮົາແລ້ວຍອມຕາຍກໍດີກວ່າທີ່ຈະໃຫ້ຜູ້ໃດມາກີດກັນເຮົາເລື່ອງການອວດອ້າງນີ້. 16 ເພາະເມື່ອເຮົາປະກາດຂ່າວປະເສີດ ເຮົາກໍບໍ່ສາມາດອວດອ້າງໄດ້, ດ້ວຍວ່າເຮົາຈຳເປັນຈະຕ້ອງປະກາດ. ວິບັດຈະເກີດມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ! 17 ຖ້າເຮົາປະກາດດ້ວຍຄວາມສະໝັກໃຈ ເຮົາກໍໄດ້ຮັບລາງວັນ, ຖ້າເຮົາບໍ່ສະໝັກໃຈປະກາດ ເຮົາກໍຍັງຕ້ອງເຮັດໜ້າທີ່ຕາມຄວາມໄວ້ໃຈທີ່ໄດ້ມອບໝາຍໃຫ້ແກ່ເຮົາ. 18 ແລ້ວແມ່ນຫຍັງທີ່ເປັນລາງວັນຂອງເຮົາ? ກໍຄືດັ່ງນີ້: ໃນການປະກາດຂ່າວປະເສີດນັ້ນ ເຮົາຈະບໍ່ຄິດຄ່າຕອບແທນ ແລະ ດ້ວຍເຫດນີ້ ເຮົາຈຶ່ງບໍ່ໄດ້ໃຊ້ສິດຂອງເຮົາຢ່າງເຕັມທີ່ໃນຖານະຜູ້ປະກາດຂ່າວປະເສີດ. ການໃຊ້ເສລີພາບສຳລັບຕົນເອງຂອງໂປໂລ 19 ເຖິງແມ່ນວ່າເຮົາເປັນອິດສະຫລະ ແລະ ບໍ່ຂຶ້ນກັບຜູ້ໃດ, ເຮົາກໍໄດ້ເຮັດໃຫ້ຕົນເອງເປັນຂ້າທາດແກ່ທຸກໆຄົນ, ເພື່ອຈະຊະນະໃຈຄົນຈຳນວນຫລາຍເທົ່າທີ່ຈະເປັນໄປໄດ້. 20 ຕໍ່ຊາວຢິວ ເຮົາກໍເປັນເໝືອນຄົນຢິວຄົນໜຶ່ງ ເພື່ອຈະຊະນະຊາວຢິວ. ຕໍ່ບັນດາຜູ້ທີ່ຢູ່ໃຕ້ກົດບັນຍັດ ເຮົາກໍເປັນເໝືອນຄົນໜຶ່ງທີ່ຢູ່ໃຕ້ກົດບັນຍັດ (ເຖິງແມ່ນວ່າເຮົາເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ), ເພື່ອຈະຊະນະຜູ້ທີ່ຢູ່ໃຕ້ກົດບັນຍັດ. 21 ຕໍ່ບັນດາຜູ້ທີ່ບໍ່ມີກົດບັນຍັດ ເຮົາກໍເປັນເໝືອນຜູ້ທີ່ບໍ່ມີກົດບັນຍັດ (ເຖິງແມ່ນວ່າເຮົາບໍ່ໄດ້ເປັນອິດສະຫລະຈາກກົດບັນຍັດຂອງພຣະເຈົ້າ ແຕ່ຢູ່ໃຕ້ກົດບັນຍັດຂອງພຣະຄຣິດເຈົ້າ), ເພື່ອຈະໄດ້ຊະນະຜູ້ທີ່ບໍ່ມີກົດບັນຍັດ. 22 ຕໍ່ຜູ້ທີ່ມີຄວາມເຊື່ອອ່ອນ ເຮົາກໍເປັນຜູ້ທີ່ມີຄວາມເຊື່ອອ່ອນ ເພື່ອຈະຊະນະຜູ້ທີ່ມີຄວາມເຊື່ອອ່ອນ. ເຮົາໄດ້ກາຍເປັນທຸກສິ່ງແກ່ຄົນທັງປວງ ເພື່ອວ່າເຮົາຈະໄດ້ຊ່ວຍບາງຄົນໃຫ້ພົ້ນໂດຍທຸກວິທີທາງທີ່ເປັນໄປໄດ້. 23 ເຮົາເຮັດທຸກສິ່ງນີ້ກໍເພາະເຫັນແກ່ຂ່າວປະເສີດ ເພື່ອເຮົາຈະໄດ້ມີສ່ວນຮ່ວມໃນພອນແຫ່ງຂ່າວປະເສີດ. ຄວາມຈຳເປັນສຳລັບການມີວິໄນໃນຕົນເອງ 24 ພວກເຈົ້າທັງຫລາຍບໍ່ຮູ້ບໍວ່າໃນການແຂ່ງຂັນນັ້ນ ຜູ້ແລ່ນທຸກຄົນກໍແລ່ນ, ແຕ່ມີພຽງຄົນດຽວທີ່ໄດ້ຮັບລາງວັນ? ດັ່ງນັ້ນ ຈົ່ງແລ່ນໃນວິທີທີ່ຈະໄດ້ຮັບລາງວັນ. 25 ຜູ້ເຂົ້າແຂ່ງຂັນກິລາທຸກຄົນກໍຜ່ານການຝຶກຊ້ອມຢ່າງເຄັ່ງຄັດ. ພວກເຂົາເຮັດຢ່າງນັ້ນເພື່ອຈະໄດ້ມົງກຸດທີ່ບໍ່ຍືນຍົງ, ສ່ວນເຮົາເຮັດເພື່ອຈະໄດ້ມົງກຸດທີ່ຍືນຍົງຕະລອດໄປ. 26 ເຫດສະນັ້ນ, ເຮົາຈຶ່ງບໍ່ໄດ້ແລ່ນເໝືອນດັ່ງບາງຄົນທີ່ກຳລັງແລ່ນໂດຍບໍ່ມີເປົ້າໝາຍ; ເຮົາບໍ່ໄດ້ຕໍ່ສູ້ເໝືອນດັ່ງນັກມວຍຄົນໜຶ່ງທີ່ກຳລັງຊົກອາກາດຢູ່. 27 ບໍ່ແມ່ນດອກ, ເຮົາຝຶກຝົນຮ່າງກາຍຂອງເຮົາ ແລະ ເຮັດໃຫ້ມັນເປັນທາດຂອງເຮົາ ເພື່ອວ່າຫລັງຈາກທີ່ເຮົາໄດ້ປະກາດແກ່ຄົນອື່ນໆແລ້ວ, ເຮົາເອງຈະບໍ່ຖືກຂາດຄຸນສົມບັດສຳລັບລາງວັນນັ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.