Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 8 - ພຣະຄຳພີລາວສະບັບສະໄໝໃໝ່


ເລື່ອງ​ອາຫານ​ທີ່​ຖວາຍ​ແກ່​ຮູບເຄົາລົບ

1 ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.

2 ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.

3 ແຕ່​ຜູ້​ທີ່​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຮູ້​ຈັກ​ຜູ້​ນັ້ນ.

4 ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.

5 ເພາະ​ເຖິງ​ແມ່ນ​ວ່າ​ຈະ​ມີ​ຫລາຍ​ສິ່ງ​ທີ່​ເອີ້ນ​ວ່າ​ພະ, ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ ຫລື ເທິງ​ແຜ່ນດິນໂລກ​ກໍ​ດີ (ທີ່​ຈິງ​ມີ “ພະ” ແລະ “ເຈົ້າ” ຫລາຍ​ແທ້),

6 ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ແຕ່​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ ສິ່ງສາລະພັດ​ທັງປວງ​ກໍ​ມາ​ຈາກ​ພຣະອົງ ແລະ ພວກເຮົາ​ກໍ​ມີຊີວິດ​ຢູ່​ເພື່ອ​ພຣະອົງ ແລະ ມີ​ອົງພຣະຜູ້ເປັນເຈົ້າ​ແຕ່​ອົງ​ດຽວ ຄື​ພຣະເຢຊູຄຣິດເຈົ້າ, ສິ່ງ​ສາລະພັດ​ເປັນ​ມາ​ໂດຍ​ພຣະອົງ ແລະ ພວກເຮົາ​ມີຊີວິດ​ຢູ່​ໂດຍ​ພຣະອົງ.

7 ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ມີ​ຄວາມຮູ້​ນີ້. ບາງຄົນ​ຍັງ​ຄຸ້ນເຄີຍ​ກັບ​ຮູບເຄົາລົບ ເມື່ອ​ພວກເຂົາ​ກິນອາຫານ​ນັ້ນ​ຈຶ່ງ​ຖືວ່າ​ເປັນ​ຂອງ​ບູຊາ​ແກ່​ພະທຽມ​ນັ້ນ ແລະ ເພາະ​ຈິດສຳນຶກ​ຂອງ​ພວກເຂົາ​ຍັງ​ອ່ອນ, ອາຫານ​ນັ້ນ​ຈຶ່ງ​ເປັນມົນທິນ.

8 ແຕ່​ອາຫານ​ບໍ່​ໄດ້​ນຳ​ພວກເຮົາ​ໃຫ້​ເຂົ້າ​ໃກ້​ພຣະເຈົ້າ; ຖ້າ​ພວກເຮົາ​ບໍ່​ກິນ ພວກເຮົາ​ກໍ​ບໍ່​ຊົ່ວ​ລົງ​ກວ່າ​ເກົ່າ ແລະ ຖ້າ​ພວກເຮົາ​ກິນ​ພວກເຮົາ​ກໍ​ບໍ່​ໄດ້​ດີ​ຂຶ້ນ.

9 ເຖິງຢ່າງໃດ​ກໍ​ຕາມ ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ສິດ​ຂອງ​ພວກເຈົ້າ​ກາຍເປັນ​ສິ່ງ​ສະດຸດ​ໃຈ​ຕໍ່​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ.

10 ເພາະ​ຖ້າ​ຜູ້​ທີ່​ມີ​ຈິດສຳນຶກ​ຍັງ​ອ່ອນ ເຫັນ​ພວກເຈົ້າ​ຜູ້​ມີ​ຄວາມຮູ້​ນັ່ງ​ກິນອາຫານ​ຢູ່​ໃນ​ວິຫານ​ຂອງ​ຮູບເຄົາລົບ ຄົນ​ຜູ້ນັ້ນ​ຈະ​ບໍ່​ມີ​ໃຈກ້າ​ກິນ​ສິ່ງ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ນັ້ນ​ບໍ?

11 ດັ່ງນັ້ນ ຄວາມຮູ້​ຂອງ​ເຈົ້າ​ໄດ້​ທຳລາຍ​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ​ເຫລົ່ານີ້ ເຊິ່ງ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຂົາ.

12 ເມື່ອ​ເຈົ້າ​ເຮັດບາບ​ຕໍ່​ພວກເຂົາ​ໃນ​ວິທີ​ນີ້ ແລະ ທຳລາຍ​ຈິດສຳນຶກ​ທີ່​ອ່ອນແອ​ຂອງ​ພວກເຂົາ, ເຈົ້າ​ກໍ​ເຮັດບາບ​ຕໍ່​ພຣະຄຣິດເຈົ້າ.

13 ເຫດສະນັ້ນ, ຖ້າ​ສິ່ງ​ທີ່​ເຮົາ​ກິນ​ເປັນຕົ້ນເຫດ​ໃຫ້​ພີ່ນ້ອງ​ຕ້ອງ​ລົ້ມລົງ​ໃນ​ຄວາມບາບ, ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕະຫລອດໄປ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເປັນເຫດ​ໃຫ້​ພວກເຂົາ​ລົ້ມລົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan