Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 7 - ພຣະຄຳພີລາວສະບັບສະໄໝໃໝ່


ກ່ຽວກັບ​ຊີວິດ​ທີ່​ແຕ່ງງານ​ແລ້ວ

1 ບັດນີ້​ສຳລັບ​ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ມາ​ນັ້ນ “ເປັນ​ການ​ດີ​ທີ່​ຜູ້ຊາຍ​ຈະ​ບໍ່​ມີ​ຄວາມສຳພັນ​ທາງເພດ​ກັບ​ແມ່ຍິງ”

2 ແຕ່​ເນື່ອງຈາກ​ວ່າ​ມີ​ການ​ຜິດສິນທຳ​ທາງເພດ​ເກີດຂຶ້ນ, ຜູ້ຊາຍ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດກັບ​ເມຍ​ຂອງ​ຕົນເອງ ແລະ ແມ່ຍິງ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດ​ກັບ​ຜົວ​ຂອງ​ຕົນເອງ.

3 ຜົວ​ຄວນ​ເຮັດ​ໜ້າທີ່​ຂອງ​ຜົວ​ຕໍ່​ເມຍ​ຂອງ​ຕົນເອງ​ໃຫ້​ສົມບູນ ແລະ ເມຍ​ກໍ​ຄວນ​ເຮັດ​ໜ້າທີ່​ຂອງ​ເມຍ​ຕໍ່​ຜົວ​ຂອງ​ຕົນເອງ​ໃຫ້​ສົມບູນ​ເຊັ່ນກັນ.

4 ເມຍ​ບໍ່​ໄດ້​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ຜົວ​ຂອງ​ນາງ. ໃນ​ທຳນອງ​ດຽວ​ກັນ, ຜົວ​ກໍ​ບໍ່​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ເມຍ.

5 ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.

6 ເຮົາ​ກ່າວ​ຢ່າງ​ນີ້​ດັ່ງ​ເປັນ​ການອະນຸຍາດ ບໍ່​ແມ່ນ​ເປັນ​ຄຳສັ່ງ.

7 ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ເຮົາ. ແຕ່​ວ່າ​ແຕ່ລະຄົນ​ໃນ​ພວກເຈົ້າ​ນັ້ນ​ມີ​ຂອງປະທານ​ຈາກ​ພຣະເຈົ້າ​ເປັນ​ຂອງ​ຕົນເອງ; ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນີ້ ອີກ​ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນັ້ນ.

8 ບັດນີ້​ສຳລັບ​ຄົນ​ທີ່​ບໍ່​ໄດ້​ແຕ່ງງານ ແລະ ບັນດາ​ໝ້າຍ​ນັ້ນ ເຮົາ​ຂໍ​ບອກ​ວ່າ: ເປັນ​ການ​ດີ​ແລ້ວ​ສຳລັບ​ພວກເຂົາ​ທີ່​ຈະ​ຢູ່​ຢ່າງ​ບໍ່​ແຕ່ງງານ​ເໝືອນ​ດັ່ງ​ເຮົາ.

9 ແຕ່​ຖ້າ​ພວກເຂົາ​ບໍ່​ສາມາດ​ຄວບຄຸມ​ຕົນເອງ​ໄດ້, ພວກເຂົາ​ກໍ​ຄວນ​ຈະ​ແຕ່ງງານ ເພາະ​ການແຕ່ງງານ​ນັ້ນ ກໍ​ຍັງ​ດີ​ກວ່າ​ຖືກ​ເຜົາໄໝ້​ດ້ວຍ​ຕັນຫາ.

10 ສຳລັບ​ຄົນ​ທີ່​ແຕ່ງງານ​ແລ້ວ​ເຮົາ​ໃຫ້​ຄຳສັ່ງ​ຢ່າງນີ້ (ບໍ່ແມ່ນ​ເຮົາ ແຕ່​ແມ່ນ​ອົງພຣະຜູ້ເປັນເຈົ້າ) ວ່າ: ພັນລະຍາ​ຕ້ອງ​ບໍ່​ແຍກ​ຈາກ​ຜົວ​ຂອງ​ນາງ.

11 ແຕ່​ຖ້າ​ນາງ​ເຮັດ​ຢ່າງ​ນັ້ນ ນາງ​ຕ້ອງ​ບໍ່​ແຕ່ງງານ​ອີກ ຫລື ບໍ່​ດັ່ງນັ້ນ​ກໍ​ຕ້ອງ​ຄືນດີ​ກັບ​ຜົວ​ຂອງ​ນາງ. ແລະ ຜົວ​ກໍ​ຕ້ອງ​ບໍ່​ຢ່າຮ້າງ​ເມຍ​ຂອງ​ຕົນ.

12 ສຳລັບ​ຄົນ​ອື່ນ​ນັ້ນ ເຮົາ​ຂໍ​ກ່າວ​ຢ່າງ​ນີ້ (ແມ່ນ​ເຮົາ​ເອງ ບໍ່ແມ່ນ​ອົງພຣະຜູ້ເປັນເຈົ້າ) ວ່າ: ຖ້າ​ຊາຍ​ຄົນໃດ​ມີ​ເມຍ​ທີ່​ເປັນ​ຄົນ​ບໍ່ເຊື່ອ ແລະ ນາງ​ກໍ​ເຕັມໃຈ​ຈະ​ຢູ່​ກັບ​ລາວ, ລາວ​ຕ້ອງ​ບໍ່​ຢ່າຮ້າງ​ນາງ.

13 ແລະ ຖ້າ​ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ເປັນ​ຄົນ​ບໍ່ເຊື່ອ ແລະ ລາວ​ເຕັມໃຈ​ຈະ​ຢູ່​ກັບ​ນາງ, ນາງ​ຕ້ອງ​ບໍ່​ຢ່າຮ້າງ​ລາວ.

14 ເພາະວ່າ​ຜົວ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ເມຍ​ຂອງ​ລາວ ແລະ ເມຍ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ຜົວ​ທີ່​ເຊື່ອ. ຖ້າ​ບໍ່​ດັ່ງນັ້ນ, ລູກ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນມົນທິນ, ແຕ່​ຕາມ​ທີ່​ເປັນ​ຢູ່​ນັ້ນ, ພວກເຂົາ​ກໍ​ບໍລິສຸດ​ແລ້ວ.

15 ແຕ່​ຖ້າ​ຝ່າຍ​ຄົນ​ທີ່​ບໍ່ເຊື່ອ​ຈະ​ແຍກ​ຕົວ​ໄປ ກໍ​ປ່ອຍ​ໃຫ້​ລາວ​ໄປ. ໃນ​ກໍລະນີ​ເຊັ່ນ​ນັ້ນ​ຝ່າຍ​ຜູ້​ທີ່​ເຊື່ອ​ທັງ​ຊາຍ ຫລື ຍິງ​ຈະ​ບໍ່​ຖືກ​ຜູກມັດ; ພຣະເຈົ້າ​ເອີ້ນ​ພວກເຮົາ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ຄວາມ​ສະຫງົບສຸກ.

16 ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ຜົວ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້? ຫລື ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ເມຍ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້?

17 ເຖິງຢ່າງໃດກໍຕາມ ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຜູ້ທີ່ເຊື່ອ ຕາມ​ຖານະ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຂົາ ຕາມ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ພວກເຂົາ. ນີ້​ຄື​ກົດລະບຽບ​ທີ່​ເຮົາ​ວາງ​ໄວ້​ໃນ​ທຸກໆ​ຄຣິສຕະຈັກ.

18 ຊາຍ​ຄົນ​ນັ້ນ​ໄດ້​ຮັບ​ພິທີຕັດ​ແລ້ວ​ບໍ ເມື່ອ​ລາວ​ໄດ້​ຖືກ​ເອີ້ນ​ນັ້ນ? ລາວ​ບໍ່​ຄວນ​ກາຍເປັນ​ຜູ້​ທີ່​ບໍ່​ໄດ້​ຮັບ​ພິທີຕັດ​ອີກ. ຊາຍ​ຄົນ​ນັ້ນ​ບໍ່​ໄດ້​ຮັບ​ພິທີຕັດ ເມື່ອ​ລາວ​ຖືກ​ເອີ້ນ​ບໍ່ແມ່ນ​ບໍ? ລາວ​ກໍ​ບໍ່​ຄວນ​ຮັບ​ພິທີຕັດ​ນັ້ນ.

19 ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.

20 ແຕ່ລະຄົນ​ຄວນ​ຢູ່​ຕາມ​ຖານະ​ທີ່​ພວກເຂົາ​ເປັນຢູ່​ເມື່ອ​ພຣະເຈົ້າ​ເອີ້ນ​ເອົາ​ພວກເຂົາ​ນັ້ນ.

21 ເຈົ້າ​ໄດ້​ຖືກ​ເອີ້ນ​ເມື່ອ​ເຈົ້າ​ຍັງ​ເປັນ​ຂ້າທາດ​ຢູ່​ບໍ່​ແມ່ນ​ບໍ? ຢ່າ​ໃຫ້​ສິ່ງ​ນີ້​ລົບກວນ​ເຈົ້າ ແຕ່​ຖ້າ​ເຈົ້າ​ສາມາດ​ໄຖ່​ຕົນເອງ​ໃຫ້​ເປັນ​ອິດສະຫລະ​ໄດ້, ກໍ​ຈົ່ງ​ເຮັດ.

22 ເພາະ​ຜູ້​ທີ່​ເປັນ​ຂ້າທາດ​ເມື່ອ​ຖືກ​ເອີ້ນ​ມາ​ສູ່​ຄວາມເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ​ນັ້ນ ກໍ​ເປັນ​ຄົນ​ທີ່​ມີ​ອິດສະຫລະ​ໃນ​ອົງພຣະຜູ້ເປັນເຈົ້າ; ໃນ​ທຳນອງດຽວກັນ ຜູ້​ທີ່​ເປັນ​ອິດສະຫລະ​ເມື່ອ​ຖືກ​ເອີ້ນ​ນັ້ນ ກໍ​ເປັນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ.

23 ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ; ຢ່າ​ກັບ​ໄປ​ເປັນ​ຂ້າທາດ​ຂອງ​ມະນຸດ​ອີກ.

24 ພີ່ນ້ອງ​ທັງຫລາຍ​ເອີຍ ແຕ່ລະຄົນ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ພຣະເຈົ້າ, ຄວນ​ຈະ​ຢູ່​ຕາມ​ຖານະ​ທີ່​ພວກເຂົາ​ເປັນຢູ່​ເມື່ອ​ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ພວກເຂົາ​ນັ້ນ.

25 ສ່ວນ​ຄົນ​ທີ່​ຮັກສາ​ຄວາມບໍລິສຸດ​ນັ້ນ ເຮົາ​ບໍ່​ໄດ້​ຮັບ​ຄຳສັ່ງ​ຈາກ​ອົງພຣະຜູ້ເປັນເຈົ້າ, ແຕ່​ເຮົາ​ຂໍ​ໃຫ້​ຄຳ​ຕັດສິນ​ໃນ​ຖານະ​ຜູ້​ທີ່​ເປັນ​ທີ່​ໄວ້ໃຈ​ໄດ້​ໂດຍ​ຄວາມເມດຕາ​ຂອງ​ອົງພຣະຜູ້ເປັນເຈົ້າ.

26 ເນື່ອງ​ຈາກ​ວິກິດການ​ໃນ​ປັດຈຸບັນ​ນີ້, ເຮົາ​ຄິດ​ວ່າ​ເປັນ​ການ​ດີ​ທີ່​ຜູ້ຊາຍ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນຢູ່​ນັ້ນ.

27 ເຈົ້າ​ໄດ້​ໃຫ້​ຄຳໝັ້ນສັນຍາ​ກັບ​ຜູ້ຍິງ​ຄົນ​ໜຶ່ງ​ແລ້ວ​ບໍ? ຢ່າ​ຫາ​ທາງ​ຢ່າຮ້າງ​ເລີຍ. ເຈົ້າ​ເປັນ​ອິດສະຫລະ​ຈາກ​ຄຳໝັ້ນສັນຍາ​ດັ່ງກ່າວ​ແລ້ວ​ບໍ? ຢ່າ​ຊອກຫາ​ພັນລະຍາ​ເລີຍ.

28 ແຕ່​ຖ້າ​ເຈົ້າ​ຈະ​ແຕ່ງງານ ເຈົ້າ​ກໍ​ບໍ່​ໄດ້​ເຮັດບາບ; ແລະ ຖ້າ​ສາວບໍລິສຸດ​ຈະ​ແຕ່ງງານ​ນາງ​ກໍ​ບໍ່ໄດ້​ເຮັດບາບ. ແຕ່​ຜູ້​ທີ່​ແຕ່ງງານ​ແລ້ວ​ຈະ​ປະເຊີນໜ້າ​ກັບ​ຄວາມຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ຊີວິດ​ນີ້ ແລະ ເຮົາ​ຢາກ​ສະຫງວນ​ພວກເຈົ້າ​ຈາກ​ສິ່ງ​ນີ້.

29 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;

30 ບັນດາ​ຜູ້​ທີ່​ໂສກເສົ້າ ໃຫ້​ເຮັດ​ເໝືອນ​ບໍ່​ໄດ້​ໂສກເສົ້າ; ບັນດາ​ຜູ້​ທີ່​ມີ​ຄວາມສຸກ ໃຫ້​ເຮັດ​ເໝືອນ​ບໍ່​ມີ​ຄວາມສຸກ, ບັນດາ​ຜູ້​ທີ່​ຊື້​ບາງສິ່ງ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ເປັນ​ເຈົ້າຂອງ;

31 ບັນດາ​ຜູ້​ທີ່​ໃຊ້​ສິ່ງຂອງ​ໃນ​ໂລກນີ້ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ໃຊ້​ສິ່ງ​ເຫລົ່ານັ້ນ​ຢ່າງ​ເຕັມທີ່. ເພາະ​ໂລກ​ທີ່​ເປັນຢູ່​ໃນ​ປັດຈຸບັນ​ນີ້​ກຳລັງ​ຈະ​ຜ່ານພົ້ນ​ໄປ.

32 ເຮົາ​ຢາກ​ໃຫ້​ພວກເຈົ້າ​ຫລຸດພົ້ນ​ຈາກ​ຄວາມກັງວົນ. ຊາຍ​ທີ່​ບໍ່​ແຕ່ງງານ​ກໍ​ກັງວົນ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ ເພື່ອ​ໃຫ້​ອົງພຣະຜູ້ເປັນເຈົ້າ​ພໍໃຈ.

33 ແຕ່​ຊາຍ​ທີ່​ແຕ່ງງານ​ແລ້ວ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ໂລກ​ນີ້ ເພື່ອ​ເຮັດ​ໃຫ້​ເມຍ​ພໍໃຈ

34 ແລະ ຄວາມສົນໃຈ​ຂອງ​ລາວ​ກໍ​ແບ່ງ​ເປັນ​ສອງກ້ຳສອງຝ່າຍ. ສ່ວນ​ຍິງ​ທີ່​ບໍ່​ແຕ່ງງານ ຫລື ສາວບໍລິສຸດ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ອົງພຣະຜູ້ເປັນເຈົ້າ: ເປົ້າໝາຍ​ຂອງ​ນາງ​ກໍ​ເພື່ອ​ຈະ​ອຸທິດຕົນ​ແກ່​ອົງ​ອົງພຣະຜູ້ເປັນເຈົ້າ​ທັງ​ຮ່າງກາຍ ແລະ ຈິດວິນຍານ. ແຕ່​ຍິງ​ທີ່​ແຕ່ງງານ​ແລ້ວ​ກໍ​ກັງວົນ​ຢູ່​ກັບ​ພາລະກິດ​ຂອງ​ໂລກ​ນີ້ ເພື່ອ​ເຮັດໃຫ້​ສາມີ​ພໍໃຈ.

35 ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເປັນ​ຜົນ​ດີ​ໃຫ້​ແກ່​ພວກເຈົ້າ​ເອງ ບໍ່ແມ່ນ​ເພື່ອ​ຈໍາກັດ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃນ​ທາງ​ທີ່​ຖືກຕ້ອງ​ໃນ​ການອຸທິດຕົນ​ແກ່​ອົງພຣະຜູ້ເປັນເຈົ້າ​ໂດຍ​ບໍ່​ມີ​ໃຈ​ແບ່ງ​ເປັນ​ສອງກ້ຳສອງຝ່າຍ.

36 ຖ້າ​ຜູ້ໃດ​ວິຕົກກັງວົນ​ວ່າ​ຕົນເອງ​ຈະ​ປະຕິບັດ​ຕໍ່​ຄູ່ໝັ້ນ​ທີ່​ເປັນ​ສາວບໍລິສຸດ​ຢ່າງ​ບໍ່​ເໝາະສົມ ແລະ ຖ້າ​ຫາກ​ວ່າ​ກິເລດຕັນຫາ​ຂອງ​ລາວ​ຮ້ອນແຮງ​ເກີນໄປ ແລະ ລາວ​ຮູ້ສຶກ​ວ່າ​ຕົນເອງ​ຄວນ​ຈະ​ແຕ່ງງານ ລາວ​ກໍ​ຄວນ​ເຮັດ​ຕາມ​ທີ່​ລາວ​ຕ້ອງການ. ລາວ​ກໍ​ບໍ່​ໄດ້​ເຮັດບາບ. ພວກເຂົາ​ຄວນ​ຈະ​ແຕ່ງງານ​ກັນ.

37 ແຕ່​ຊາຍ​ຄົນໃດ​ທີ່​ຕັ້ງໃຈ​ຄັກແນ່​ແລ້ວ ບໍ່​ໄດ້​ຖືກ​ບັງຄັບ ແຕ່​ຄວບຄຸມ​ຄວາມຕັ້ງໃຈ​ຂອງ​ຕົນເອງ​ໄດ້ ແລະ ຕັດສິນ​ໃຈ​ທີ່​ຈະ​ບໍ່​ແຕ່ງງານ​ກັບ​ສາວບໍລິສຸດ ຊາຍ​ຜູ້​ນີ້​ກໍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເໝືອນກັນ.

38 ດັ່ງນັ້ນ​ແຫລະ ຊາຍ​ທີ່​ແຕ່ງງານ​ກັບ​ສາວບໍລິສຸດ​ກໍ​ເຮັດ​ຖືກຕ້ອງ, ແຕ່​ຊາຍ​ທີ່​ບໍ່​ແຕ່ງງານ​ກັບ​ນາງ​ກໍ​ເຮັດ​ດີ​ຫລາຍ​ກວ່າ.

39 ຕາບ​ໃດ​ທີ່​ຜົວ​ຍັງ​ມີຊີວິດ​ຢູ່ ແມ່ຍິງ​ຕ້ອງ​ຢູ່​ກັບ​ຜົວ​ຂອງ​ນາງ. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ໄປ, ນາງ​ກໍ​ເປັນ​ອິດສະຫລະ​ທີ່​ຈະ​ແຕ່ງງານ​ກັບ​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ນາງ​ປາຖະໜາ, ແຕ່​ຊາຍ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.

40 ຕາມ​ຄວາມເຫັນ​ຂອງ​ເຮົາ, ນາງ​ຈະ​ມີ​ຄວາມສຸກ​ຫລາຍກວ່າ​ຖ້າ​ນາງ​ຢູ່​ຕາມ​ຖານະ​ທີ່​ນາງ​ເປັນຢູ່ ແລະ ເຮົາ​ຄິດວ່າ ເຮົາ​ກໍ​ເໝືອນກັນ ມີ​ພຣະວິນຍານ​ຂອງ​ພຣະເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan