Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 6 - ພຣະຄຳພີລາວສະບັບສະໄໝໃໝ່


ຄະດີຄວາມ​ໃນ​ທ່າມກາງ​ຜູ້ທີ່ເຊື່ອ

1 ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ມີ​ຂໍ້​ຂັດແຍ້ງ​ກັນ, ພວກເຈົ້າ​ກ້າ​ເອົາ​ຂໍ້​ຂັດແຍ້ງ​ນັ້ນ​ໄປ​ໃຫ້​ຄົນບໍ່ເຊື່ອ​ພຣະເຈົ້າ​ຕັດສິນ ແທນທີ່​ຈະ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັດສິນ​ບໍ່?

2 ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ? ແລະ ຖ້າ​ພວກເຈົ້າ​ຈະ​ເປັນ​ຜູ້ຕັດສິນ​ໂລກ ພວກເຈົ້າ​ບໍ່​ມີ​ຄວາມສາມາດ​ທີ່​ຈະ​ຕັດສິນ​ຄະດີ​ເລັກນ້ອຍ​ບໍ?

3 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພວກເຮົາ​ຈະ​ຕັດສິນ​ບັນດາ​ເທວະດາ? ຫລາຍ​ກວ່າ​ນັ້ນອີກ​ເທົ່າໃດ ພວກເຮົາ​ຍິ່ງ​ສົມຄວນ​ທີ່​ຈະ​ຈັດການ​ກັບ​ສິ່ງຕ່າງໆ​ໃນ​ຊີວິດ​ນີ້

4 ເຫດສະນັ້ນ ຖ້າ​ພວກເຈົ້າ​ມີ​ການຜິດຖຽງກັນ​ໃນ​ເລື່ອງ​ດັ່ງກ່າວ​ນັ້ນ, ພວກເຈົ້າ​ຂໍ​ການຕັດສິນ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ມີ​ວິຖີ​ຊີວິດ​ທີ່​ຖືກ​ດູໝິ່ນ​ໃນ​ຄຣິສຕະຈັກ​ບໍ?

5 ເຮົາ​ກ່າວ​ເຊັ່ນ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ. ເປັນ​ໄປ​ໄດ້​ບໍ​ທີ່​ບໍ່​ມີ​ຈັກ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ມີ​ປັນຍາ​ພໍ​ທີ່​ຈະ​ຕັດສິນ​ຄະດີຄວາມ​ໃນ​ລະຫວ່າງ​ບັນດາ​ຜູ້ທີ່ເຊື່ອ?

6 ແຕ່​ແທນທີ່, ພີ່ນ້ອງ​ຜູ້ໜຶ່ງ​ນຳເອົາ​ພີ່ນ້ອງ​ຜູ້ໜຶ່ງ​ອີກ​ໄປ​ຂຶ້ນ​ສານ ແລະ ນີ້​ແມ່ນ​ຢູ່​ຕໍ່ໜ້າ​ບັນດາ​ຄົນທີ່ບໍ່ເຊື່ອ!

7 ແທ້ຈິງ​ແລ້ວ ທີ່​ພວກເຈົ້າ​ມີ​ຄະດີຄວາມ​ກັນ​ໃນ​ທ່າມກາງ​ພວກເຈົ້າ ກໍ​ໝາຍຄວາມ​ວ່າ​ພວກເຈົ້າ​ໄດ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ແລ້ວ. ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຜິດ? ເປັນຫຍັງ​ຈຶ່ງ​ບໍ່​ຍອມ​ເປັນ​ຝ່າຍ​ຖືກ​ສໍ້ໂກງ?

8 ແຕ່​ພວກເຈົ້າ​ເອງ​ສໍ້ໂກງ​ກັນ ແລະ ເຮັດຜິດ, ພວກເຈົ້າ​ເຮັດ​ສິ່ງ​ເຊັ່ນ​ນີ້​ແກ່​ບັນດາ​ພີ່ນ້ອງ​ຂອງ​ຕົນ.

9 ຫລື ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ເຮັດ​ຜິດ​ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ? ຢ່າ​ຫລອກລວງ​ເລີຍ ບໍ່​ວ່າ​ຄົນ​ຜິດສິນທຳທາງເພດ ຫລື ຄົນຂາບໄຫວ້​ຮູບເຄົາລົບ ຫລື ຄົນຫລິ້ນຊູ້ ຫລື ຜູ້ຊາຍ​ມີ​ເພດສຳພັນ​ກັບ​ຜູ້ຊາຍ

10 ຫລື ຄົນຂີ້ລັກ, ຫລື ຄົນໂລບ, ຫລື ຄົນຂີ້ເຫລົ້າ, ຫລື ຄົນ​ໃສ່ຮ້າຍປ້າຍສີ ຫລື ຄົນສໍ້ໂກງ ຈະ​ບໍ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ.

11 ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ການຜິດສິນທຳທາງເພດ

12 ພວກເຈົ້າ​ເວົ້າ​ວ່າ, “ເຮົາ​ມີ​ສິດ​ທີ່​ຈະ​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່ແມ່ນ​ທຸກສິ່ງ​ເປັນ​ປະໂຫຍດ. “ເຮົາ​ມີ​ສິດ​ທີ່​ຈະ​ເຮັດ​ທຸກສິ່ງ​ໄດ້” ແຕ່​ເຮົາ​ຈະ​ບໍ່​ໃຫ້​ສິ່ງໃດ​ມາ​ເປັນ​ນາຍ.

13 ພວກເຈົ້າ​ເວົ້າ​ວ່າ, “ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ ທ້ອງ​ມີ​ໄວ້​ສຳລັບ​ອາຫານ”, ແຕ່​ພຣະເຈົ້າ​ຈະ​ທຳລາຍ​ທັງ​ສອງ​ສິ່ງ​ນີ້. ເຖິງຢ່າງໃດ​ກໍ​ຕາມ, ຮ່າງກາຍ​ບໍ່​ໄດ້​ມີ​ໄວ້​ເພື່ອ​ການ​ຜິດສິນທຳທາງເພດ ແຕ່​ມີ​ໄວ້​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ເປັນເຈົ້າ​ມີ​ໄວ້​ເພື່ອ​ຮ່າງກາຍ.

14 ໂດຍ​ລິດອຳນາດ​ຂອງ​ພຣະອົງ​ນັ້ນ ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະຜູ້ເປັນເຈົ້າ​ເປັນຄືນມາຈາກຕາຍ ແລະ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ທັງຫລາຍ​ເປັນ​ຄືນມາຈາກຕາຍ​ເໝືອນກັນ.

15 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ? ຖ້າ​ເປັນ​ດັ່ງນັ້ນ ສົມຄວນ​ບໍ​ທີ່​ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ​ໄປ​ຜູກພັນ​ກັບ​ໂສເພນີ? ຢ່າ​ເປັນ​ຢ່າງນັ້ນ​ເລີຍ!

16 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຜູ້​ທີ່​ເອົາ​ຕົນເອງ​ໄປ​ຜູກພັນ​ກັບ​ໂສເພນີ ກໍ​ເປັນ​ອັນ​ດຽວ​ກັນ​ກັບ​ຍິງ​ນັ້ນ​ທາງ​ດ້ານ​ຮ່າງກາຍ? ເພາະ​ມີ​ຖ້ອຍຄຳ​ກ່າວ​ໄວ້​ວ່າ, “ພວກເຂົາ​ທັງສອງ​ກໍ​ເປັນ​ກາຍ​ດຽວ​ກັນ”.

17 ແຕ່​ຜູ້​ທີ່​ຜູກພັນ​ກັບ​ອົງພຣະຜູ້ເປັນເຈົ້າ ຜູ້​ນັ້ນ​ກໍ​ຈະ​ເປັນ​ຄົນ​ດຽວ​ກັນ​ກັບ​ພຣະອົງ​ໃນ​ຈິດວິນຍານ.

18 ຈົ່ງ​ຫລີກໜີ​ຈາກ​ການ​ຜິດສິນທຳທາງເພດ. ຄວາມບາບ​ອື່ນໆ​ທັງໝົດ​ທີ່​ມະນຸດ​ເຮັດ​ນັ້ນ​ລ້ວນແຕ່​ເປັນ​ບາບ​ນອກ​ຮ່າງກາຍ, ແຕ່​ຄົນ​ທີ່​ເຮັດ​ຜິດບາບ​ທາງ​ເພດ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.

19 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ສະຖິດ​ໃນ​ພວກເຈົ້າ, ອົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ? ພວກເຈົ້າ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ພວກເຈົ້າ​ເອງ;

20 ພວກເຈົ້າ​ຖືກ​ຊື້​ໄວ້​ດ້ວຍ​ລາຄາ​ສູງ. ເຫດສະນັ້ນ ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງ​ພວກເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan