1 ໂກຣິນໂທ 5 - ພຣະຄຳພີລາວສະບັບສະໄໝໃໝ່ການຈັດການກັບກໍລະນີການຜິດສິນທຳທາງເພດ 1 ແທ້ຈິງແລ້ວໄດ້ມີລາຍງານມາວ່າ ມີການຜິດສິນທຳທາງເພດໃນທ່າມກາງພວກເຈົ້າ, ເຊິ່ງໃນຮູບແບບທີ່ແມ່ນແຕ່ໃນທ່າມກາງຄົນບໍ່ເຊື່ອພຣະເຈົ້າກໍຍັງບໍ່ອະນຸຍາດໃຫ້ເກີດຂຶ້ນຄື: ຊາຍຄົນໜຶ່ງນອນກັບເມຍພໍ່ຂອງຕົນ. 2 ແລະ ພວກເຈົ້າກໍພູມໃຈ! ແທນທີ່ພວກເຈົ້າຄວນຈະໂສກເສົ້າເສຍໃຈ ແລະ ຂັບໄລ່ຄົນທີ່ເຮັດເຊັ່ນນັ້ນອອກຈາກຄວາມສຳພັນຂອງພວກເຈົ້າບໍ່ແມ່ນບໍ? 3 ສຳລັບເຮົາແລ້ວ, ເຖິງແມ່ນວ່າ ກາຍຂອງເຮົາບໍ່ໄດ້ຢູ່ນຳ, ແຕ່ຈິດໃຈຂອງເຮົາກໍຢູ່ກັບພວກເຈົ້າ. ເຮົາໄດ້ຕັດສິນຄົນທີ່ເຮັດຢ່າງນັ້ນໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັບວ່າເຮົາໄດ້ຢູ່ນໍາພວກເຈົ້າ. 4 ດັ່ງນັ້ນ ເມື່ອພວກເຈົ້າທັງຫລາຍໄດ້ປະຊຸມກັນ ແລະ ຈິດໃຈຂອງເຮົາກໍຢູ່ຮ່ວມກັບພວກເຈົ້າ ແລະ ລິດອຳນາດຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາກໍຢູ່ນໍາດ້ວຍ, 5 ຈົ່ງມອບຄົນນັ້ນໄວ້ໃຫ້ມານຊາຕານທຳລາຍເນື້ອໜັງ, ເພື່ອວ່າຈິດວິນຍານຂອງລາວຈະໄດ້ພົ້ນໃນວັນຂອງອົງພຣະຜູ້ເປັນເຈົ້າ. 6 ການອວດອ້າງຂອງພວກເຈົ້ານັ້ນບໍ່ດີເລີຍ. ພວກເຈົ້າບໍ່ຮູ້ບໍວ່າເຊື້ອແປ້ງພຽງແຕ່ໜ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ? 7 ຈົ່ງກຳຈັດເຊື້ອເກົ່າອອກ, ເພື່ອວ່າພວກເຈົ້າຈະໄດ້ເປັນແປ້ງນວດກ້ອນໃໝ່ທີ່ບໍ່ມີເຊື້ອ ດັ່ງທີ່ພວກເຈົ້າເປັນຢູ່ແທ້ຈິງ. ເພາະພຣະຄຣິດເຈົ້າຜູ້ເປັນລູກແກະປັດສະຄາຂອງພວກເຮົານັ້ນ ໄດ້ຖືກຖວາຍບູຊາແລ້ວ. 8 ເຫດສະນັ້ນ, ໃຫ້ພວກເຮົາຖືຮັກສາເທດສະການນີ້ບໍ່ແມ່ນດ້ວຍແປ້ງເຂົ້າຈີ່ເກົ່າທີ່ມີຄວາມອາຄາດບາດໝາງ ແລະ ຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ທີ່ບໍ່ມີເຊື້ອ ຄືເຂົ້າຈີ່ແຫ່ງຄວາມຈິງໃຈ ແລະ ຄວາມຈິງ. 9 ເຮົາໄດ້ຂຽນຈົດໝາຍມາຫາພວກເຈົ້າເພື່ອບໍ່ໃຫ້ຄົບຫາກັບຄົນຜິດສິນທຳທາງເພດ 10 ແຕ່ບໍ່ໄດ້ໝາຍເຖິງປະຊາຊົນຂອງໂລກນີ້ຜູ້ທີ່ຜິດສິນທຳ ຫລື ຜູ້ທີ່ມີຄວາມໂລບ ແລະ ຜູ້ທີ່ສໍ້ໂກງ ຫລື ຜູ້ທີ່ຂາບໄຫວ້ຮູບເຄົາລົບ. ໃນກໍລະນີນີ້ ພວກເຈົ້າຈະຕ້ອງໄດ້ອອກຈາກໂລກນີ້. 11 ແຕ່ບັດນີ້ ເຮົາໄດ້ຂຽນມາເຖິງພວກເຈົ້າວ່າ ພວກເຈົ້າຕ້ອງບໍ່ໄປຄົບຫາກັບຄົນທີ່ອ້າງຕົນເອງວ່າເປັນພີ່ນ້ອງ ແຕ່ຍັງເຮັດຜິດສິນທຳທາງເພດ ຫລື ໂລບ, ເປັນຄົນຂາບໄຫວ້ຮູບເຄົາລົບ ຫລື ເປັນຄົນໃສ່ຮ້າຍປ້າຍສີຄົນອື່ນ, ເປັນຄົນຂີ້ເຫລົ້າ ຫລື ເປັນຄົນສໍ້ໂກງ. ຄົນແບບນີ້ບໍ່ສົມຄວນແມ່ນແຕ່ຈະຮ່ວມຮັບປະທານອາຫານນໍາ. 12 ແມ່ນໜ້າທີ່ຫຍັງຂອງເຮົາທີ່ຈະຕັດສິນຄົນທີ່ຢູ່ພາຍນອກຄຣິສຕະຈັກເຫລົ່ານັ້ນ? ພວກເຈົ້າຈະຕັດສິນຄົນທີ່ຢູ່ພາຍໃນເຫລົ່ານັ້ນບໍ່ແມ່ນບໍ? 13 ພຣະເຈົ້າຈະຕັດສິນຄົນທີ່ຢູ່ພາຍນອກເຫລົ່ານັ້ນ. “ຈົ່ງຂັບໄລ່ຄົນຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.