1 ໂກຣິນໂທ 4 - ພຣະຄຳພີລາວສະບັບສະໄໝໃໝ່ລັກສະນະຂອງການເປັນອັກຄະສາວົກທີ່ແທ້ຈິງ 1 ດັ່ງນີ້ແຫລະ ພວກເຈົ້າຄວນຈະຖືພວກເຮົາວ່າ: ເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ ແລະ ເປັນຜູ້ທີ່ໄດ້ຮັບມອບໝາຍສິ່ງເລິກລັບຂອງພຣະເຈົ້າທີ່ໄດ້ເປີດເຜີຍນັ້ນ. 2 ບັດນີ້ຈຶ່ງເປັນການຮຽກຮ້ອງວ່າ ຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈນັ້ນຕ້ອງພິສູດວ່າເປັນຜູ້ສັດຊື່. 3 ເຮົາຖືວ່າເປັນເລື່ອງເລັກນ້ອຍທີ່ສຸດຖ້າເຮົາຖືກຕັດສິນໂດຍພວກເຈົ້າ ຫລື ໂດຍສານຂອງມະນຸດໃດໆກໍດີ, ແທ້ຈິງແລ້ວ ເຮົາກໍບໍ່ໄດ້ຕັດສິນເຮົາເອງ. 4 ຈິດສຳນຶກຂອງເຮົາກໍຊັດເຈນ, ແຕ່ນັ້ນບໍ່ໄດ້ເຮັດໃຫ້ເຮົາບໍ່ມີຄວາມຜິດ. ອົງພຣະຜູ້ເປັນເຈົ້າເປັນຜູ້ຕັດສິນເຮົາ. 5 ເຫດສະນັ້ນ ຢ່າຕັດສິນສິ່ງໃດກ່ອນເວລາທີ່ໄດ້ກຳນົດໄວ້; ຈົ່ງຄອຍຖ້າຈົນກວ່າອົງພຣະຜູ້ເປັນເຈົ້າມາ. ພຣະອົງຈະນຳເອົາສິ່ງທີ່ເຊື່ອງໄວ້ຢູ່ໃນຄວາມມືດມາສູ່ຄວາມສະຫວ່າງ ແລະ ຈະເປີດເຜີຍບັນດາແຮງຈູງໃຈທີ່ຢູ່ໃນໃຈ. ໃນເວລານັ້ນ ແຕ່ລະຄົນຈະໄດ້ຮັບຄຳຍ້ອງຍໍຈາກພຣະເຈົ້າ. 6 ພີ່ນ້ອງທັງຫລາຍເອີຍ, ເວລານີ້ເຮົາໄດ້ຍົກເອົາເລື່ອງຂອງເຮົາເອງ ແລະ ອາໂປໂລມາເວົ້ານັ້ນ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຈາກພວກເຮົາເຖິງຄວາມໝາຍຂອງຖ້ອຍຄຳທີ່ກ່າວວ່າ, “ຢ່າໄປໄກກວ່າສິ່ງທີ່ໄດ້ຂຽນໄວ້”. ແລ້ວພວກເຈົ້າຈະບໍ່ອວດອ້າງໃນການເປັນຜູ້ຕິດຕາມຂອງຄົນໜຶ່ງໃນພວກເຮົາເພື່ອຂັດແຍ້ງກັບຄົນອື່ນ. 7 ເພາະຜູ້ໃດທີ່ເຮັດໃຫ້ພວກເຈົ້າແຕກຕ່າງຈາກຄົນອື່ນ? ສິ່ງທີ່ພວກເຈົ້າມີຢູ່ນັ້ນມີອັນໃດທີ່ພວກເຈົ້າບໍ່ໄດ້ຮັບ? ແລະ ຖ້າພວກເຈົ້າໄດ້ຮັບສິ່ງນັ້ນແລ້ວ, ເປັນຫຍັງພວກເຈົ້າຈຶ່ງເວົ້າອວດອ້າງເໝືອນກັບວ່າພວກເຈົ້າບໍ່ໄດ້ຮັບ? 8 ພວກເຈົ້າມີທຸກສິ່ງທີ່ພວກເຈົ້າຕ້ອງການແລ້ວ! ພວກເຈົ້າກໍໄດ້ກາຍເປັນຜູ້ຮັ່ງມີແລ້ວ! ພວກເຈົ້າໄດ້ເລີ່ມຕົ້ນເປັນກະສັດແລ້ວ ແລະ ໂດຍທີ່ບໍ່ມີພວກເຮົາ! ເຮົາປາຖະໜາໃຫ້ພວກເຈົ້າເປັນກະສັດແທ້ໆ ເພື່ອວ່າພວກເຮົາຈະໄດ້ເປັນກະສັດຮ່ວມກັບພວກເຈົ້າເໝືອນກັນ! 9 ເພາະເຮົາເຫັນວ່າ ພຣະເຈົ້າໃຫ້ພວກເຮົາເປັນອັກຄະສາວົກທີ່ສະແດງຢູ່ໃນຕອນທ້າຍຂອງຂະບວນ, ເໝືອນຜູ້ທີ່ຖືກລົງໂທດໃຫ້ເຖິງຕາຍໃນສະໜາມ. ພວກເຮົາໄດ້ຖືກເຮັດໃຫ້ເປັນພາບທີ່ປາກົດໃຫ້ເຫັນທົ່ວຈັກກະວານ, ໃຫ້ແກ່ບັນດາເທວະດາ ແລະ ໃຫ້ແກ່ມະນຸດດ້ວຍ. 10 ພວກເຮົາເປັນຄົນໂງ່ເພື່ອເຫັນແກ່ພຣະຄຣິດເຈົ້າ, ແຕ່ພວກເຈົ້າສະຫລາດຫລາຍໃນພຣະຄຣິດເຈົ້າ! ພວກເຮົາອ່ອນແອ, ແຕ່ພວກເຈົ້າເຂັ້ມແຂງ! ພວກເຈົ້າມີກຽດ, ແຕ່ພວກເຮົາບໍ່ມີກຽດ! 11 ຈົນເຖິງເວລານີ້ ພວກເຮົາຫິວເຂົ້າ ແລະ ຫິວນ້ຳ, ພວກເຮົາຂາດເຄື່ອງນຸ່ງຫົ່ມ, ພວກເຮົາຖືກທາລຸນຢ່າງໂຫດຮ້າຍ ແລະ ພວກເຮົາບໍ່ມີບ່ອນພັກພາອາໄສ. 12 ພວກເຮົາເຮັດວຽກໜັກດ້ວຍມືຂອງພວກເຮົາເອງ. ເມື່ອພວກເຮົາຖືກປ້ອຍດ່າ, ພວກເຮົາກໍອວຍພອນ; ເມື່ອພວກເຮົາຖືກຂົ່ມເຫັງ, ພວກເຮົາກໍອົດທົນເອົາ, 13 ເມື່ອພວກເຮົາຖືກໃສ່ຮ້າຍ, ພວກເຮົາກໍຕອບຢ່າງອ່ອນໂຍນ. ພວກເຮົາໄດ້ກາຍເປັນສິ່ງເສດເຫລືອຂອງໂລກ, ເປັນຂີ້ເຫຍື້ອຂອງໂລກຈົນເຖິງບັດນີ້. ຄຳຮຽກຮ້ອງ ແລະ ການເຕືອນສະຕິຂອງໂປໂລ 14 ທີ່ເຮົາຂຽນມານີ້ ບໍ່ແມ່ນເພື່ອໃຫ້ພວກເຈົ້າອັບອາຍ ແຕ່ເພື່ອເຕືອນພວກເຈົ້າໃນຖານະລູກທີ່ຮັກຂອງເຮົາ. 15 ເຖິງແມ່ນວ່າ ໃນພຣະຄຣິດເຈົ້າພວກເຈົ້າມີຜູ້ປ້ອງກັນຮັກສາເປັນສິບພັນຄົນກໍຕາມ, ພວກເຈົ້າກໍບໍ່ມີພໍ່ຫລາຍຄົນ, ເພາະໃນພຣະເຢຊູຄຣິດເຈົ້າ ເຮົາໄດ້ກາຍເປັນພໍ່ຂອງພວກເຈົ້າໂດຍທາງຂ່າວປະເສີດ. 16 ເຫດສະນັ້ນ, ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ. 17 ດ້ວຍເຫດຜົນນີ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວ ລູກທີ່ຮັກຂອງເຮົາ, ຜູ້ທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ໃຫ້ມາຫາພວກເຈົ້າ. ລາວຈະເຕືອນພວກເຈົ້າໃຫ້ລະນຶກເຖິງວິຖີທາງການດຳເນີນຊີວິດຂອງເຮົາໃນພຣະເຢຊູຄຣິດເຈົ້າ, ເຊິ່ງເຫັນພ້ອມກັບສິ່ງທີ່ເຮົາເຄີຍສັ່ງສອນທຸກບ່ອນໃນທຸກຄຣິສຕະຈັກ. 18 ມີບາງຄົນໃນພວກເຈົ້າກາຍເປັນຜູ້ອວດດີ ເໝືອນກັບວ່າເຮົາຈະບໍ່ມາຫາພວກເຈົ້າ. 19 ແຕ່ຖ້າອົງພຣະຜູ້ເປັນເຈົ້າພໍໃຈ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ ແລະ ເຮົາຈະບໍ່ໄດ້ຊອກຮູ້ພຽງແຕ່ກ່ຽວກັບຄຳເວົ້າຂອງພວກຄົນອວດດີເຫລົ່ານີ້ເທົ່ານັ້ນ, ແຕ່ທັງລິດອຳນາດທີ່ພວກເຂົາມີດ້ວຍ. 20 ເພາະອານາຈັກຂອງພຣະເຈົ້າບໍ່ແມ່ນເລື່ອງຂອງຄຳເວົ້າ ແຕ່ແມ່ນເລື່ອງຂອງລິດອຳນາດ. 21 ພວກເຈົ້າມັກອັນໃດ? ຈະໃຫ້ເຮົາຖືໄມ້ແສ້ຂອງການຕີສອນມາຫາພວກເຈົ້າ ຫລື ຈະໃຫ້ເຮົາມາດ້ວຍຄວາມຮັກ ແລະ ດ້ວຍຈິດໃຈທີ່ອ່ອນສຸພາບ? |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.