1 ໂກຣິນໂທ 3 - ພຣະຄຳພີລາວສະບັບສະໄໝໃໝ່ເລື່ອງການແຕກແຍກໃນຄຣິສຕະຈັກ 1 ພີ່ນ້ອງທັງຫລາຍເອີຍ, ເຮົາບໍ່ສາມາດເວົ້າກັບພວກເຈົ້າເໝືອນດັ່ງຄົນທີ່ດຳເນີນຊີວິດໂດຍພຣະວິນຍານ ແຕ່ຕ້ອງໄດ້ເວົ້າກັບພວກເຈົ້າເໝືອນດັ່ງຄົນທີ່ຍັງຢູ່ຝ່າຍໂລກ ຄືຜູ້ທີ່ຍັງເປັນເດັກນ້ອຍໃນພຣະຄຣິດເຈົ້າ. 2 ເຮົາໄດ້ປ້ອນພວກເຈົ້າດ້ວຍນ້ຳນົມ ບໍ່ແມ່ນດ້ວຍອາຫານແຂງ, ເພາະວ່າພວກເຈົ້າຍັງບໍ່ສາມາດຮັບອາຫານນັ້ນໄດ້ເທື່ອ. ແທ້ຈິງແລ້ວ ພວກເຈົ້າກໍຍັງບໍ່ພ້ອມເທື່ອ. 3 ພວກເຈົ້າຍັງຢູ່ຝ່າຍໂລກ. ເພາະເນື່ອງຈາກວ່າຍັງມີການອິດສາກັນ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າຢູ່, ພວກເຈົ້າຢູ່ຝ່າຍໂລກບໍ່ແມ່ນບໍ? ພວກເຈົ້າບໍ່ໄດ້ປະພຶດຕົນເໝືອນດັ່ງມະນຸດທຳມະດາບໍ? 4 ເພາະໃນເມື່ອຜູ້ໜຶ່ງເວົ້າວ່າ, “ຂ້ອຍຕິດຕາມໂປໂລ”, ແລະ ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ”, ພວກເຈົ້າກໍເປັນພຽງມະນຸດທຳມະດາບໍ່ແມ່ນບໍ? 5 ອາໂປໂລແມ່ນຜູ້ໃດ? ແລະ ໂປໂລແມ່ນຜູ້ໃດ? ກໍເປັນພຽງຜູ້ຮັບໃຊ້ເທົ່ານັ້ນ, ຄືຜູ້ທີ່ນຳພວກເຈົ້າມາເຊື່ອ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໜ້າທີ່ໃຫ້ແຕ່ລະຄົນ. 6 ເຮົາເປັນຜູ້ປູກເມັດພືດ, ອາໂປໂລເປັນຜູ້ຫົດນ້ຳເມັດພືດນັ້ນ, ແຕ່ພຣະເຈົ້າເຮັດໃຫ້ເມັດພືດນັ້ນເຕີບໃຫຍ່ຂຶ້ນ. 7 ດັ່ງນັ້ນ ບໍ່ວ່າຜູ້ປູກ ຫລື ຜູ້ຫົດນ້ຳກໍບໍ່ສຳຄັນອັນໃດ, ແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຮັດໃຫ້ສິ່ງຕ່າງໆນັ້ນເຕີບໃຫຍ່ຂຶ້ນ. 8 ຜູ້ປູກ ແລະ ຜູ້ຫົດນ້ຳກໍມີຈຸດປະສົງດຽວກັນ ແລະ ພວກເຂົາແຕ່ລະຄົນກໍຈະໄດ້ຮັບບຳເໜັດຕາມການງານຂອງຕົນ. 9 ເພາະພວກເຮົາເປັນຜູ້ຮ່ວມກັນທຳງານໃນການຮັບໃຊ້ຂອງພຣະເຈົ້າ; ພວກເຈົ້າທັງຫລາຍເປັນໄຮ່ນາຂອງພຣະເຈົ້າ, ເປັນຕຶກຂອງພຣະເຈົ້າ. 10 ໂດຍພຣະຄຸນທີ່ພຣະເຈົ້າໄດ້ໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກຖານເໝືອນດັ່ງນາຍຊ່າງທີ່ສະຫລາດ ແລະ ຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ. ແຕ່ວ່າແຕ່ລະຄົນຄວນກໍ່ຂຶ້ນດ້ວຍຄວາມລະວັງ. 11 ເພາະວ່າບໍ່ມີຜູ້ໃດຈະສາມາດວາງຮາກຖານອື່ນອີກ ນອກຈາກຮາກຖານທີ່ໄດ້ວາງໄວ້ແລ້ວນັ້ນ ຄືພຣະເຢຊູຄຣິດເຈົ້າ. 12 ຖ້າຜູ້ໃດຈະໃຊ້ຄຳ, ເງິນ, ຫີນທີ່ມີລາຄາແພງ, ໄມ້, ຫຍ້າແຫ້ງ, ຫລື ເຟືອງແຫ້ງ ເພື່ອກໍ່ຂຶ້ນເທິງຮາກຖານນັ້ນ, 13 ຜົນງານຂອງພວກເຂົາກໍຈະປາກົດໃຫ້ເຫັນວ່າເປັນຢ່າງໃດ, ເພາະວ່າວັນນັ້ນສິ່ງນີ້ຈະປາກົດໃຫ້ເຫັນແຈ່ມແຈ້ງ. ຜົນງານຂອງພວກເຂົາຈະຖືກເປີດເຜີຍດ້ວຍໄຟ, ແລ້ວໄຟນັ້ນກໍຈະທົດສອບຄຸນນະພາບຜົນງານຂອງແຕ່ລະຄົນ. 14 ຖ້າສິ່ງທີ່ລາວກໍ່ຂຶ້ນຍັງຄົງຢູ່ ຜູ້ກໍ່ນັ້ນກໍຈະໄດ້ຮັບລາງວັນ. 15 ແຕ່ຖ້າສິ່ງທີ່ລາວກໍ່ຂຶ້ນຖືກເຜົາໄໝ້, ຜູ້ກໍ່ນັ້ນກໍຈະສູນສິ້ນໄປ ແຕ່ກໍຍັງຈະໄດ້ພົ້ນ ແຕ່ເໝືອນຄົນທີ່ພົ້ນຈາກໄຟເທົ່ານັ້ນ. 16 ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເອງເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າກໍສະຖິດຢູ່ພາຍໃນພວກເຈົ້າ? 17 ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວິຫານຂອງພຣະເຈົ້າເປັນທີ່ສັກສິດ ແລະ ພວກເຈົ້າທີ່ຮ່ວມກັນນັ້ນແຫລະເປັນວິຫານນັ້ນ. 18 ຢ່າຫລອກລວງຕົນເອງ. ຖ້າຜູ້ໃດໃນພວກເຈົ້າຄິດວ່າຕົນເປັນຄົນສະຫລາດຕາມມາດຕະຖານຂອງຄົນຍຸກນີ້ ຜູ້ນັ້ນກໍຄວນຈະກາຍເປັນ “ຄົນໂງ່” ເພື່ອວ່າພວກເຈົ້າຈະກາຍເປັນຄົນສະຫລາດ. 19 ເພາະສະຕິປັນຍາຂອງໂລກນີ້ກໍເປັນຄວາມໂງ່ໃນສາຍຕາຂອງພຣະເຈົ້າ. ຕາມທີ່ມີຂຽນໄວ້ວ່າ: “ພຣະອົງຈັບຄົນສະຫລາດດ້ວຍອຸບາຍຂອງພວກເຂົາເອງ”. 20 ແລະ ມີຂຽນໄວ້ອີກວ່າ: “ອົງພຣະຜູ້ເປັນເຈົ້າຮູ້ວ່າຄວາມຄິດຂອງຄົນສະຫລາດນັ້ນບໍ່ມີປະໂຫຍດ”. 21 ດັ່ງນັ້ນແຫລະ ຢ່າໂອ້ອວດເຖິງຜູ້ນຳທີ່ເປັນມະນຸດອີກເລີຍ! ດ້ວຍວ່າ ສິ່ງທັງໝົດກໍເປັນຂອງພວກເຈົ້າແລ້ວ, 22 ບໍ່ວ່າໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດກໍເປັນຂອງພວກເຈົ້າ, 23 ແລະ ພວກເຈົ້າກໍເປັນຂອງພຣະຄຣິດເຈົ້າ ແລະ ພຣະຄຣິດເຈົ້າເປັນຂອງພຣະເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.