1 ໂກຣິນໂທ 2 - ພຣະຄຳພີລາວສະບັບສະໄໝໃໝ່1 ພີ່ນ້ອງທັງຫລາຍເອີຍ, ແລະ ດັ່ງນັ້ນເລື່ອງນັ້ນກໍຢູ່ກັບເຮົາແລ້ວ. ເມື່ອເຮົາໄດ້ມາຫາພວກເຈົ້າ, ເຮົາບໍ່ໄດ້ມາດ້ວຍຄຳເວົ້າອັນມີໂວຫານ ຫລື ສະຕິປັນຍາຂອງມະນຸດດັ່ງທີ່ເຮົາປະກາດຄຳພະຍານກ່ຽວກັບພຣະເຈົ້າໃຫ້ແກ່ພວກເຈົ້າ. 2 ເພາະເຮົາຕັ້ງໃຈໄວ້ແລ້ວວ່າ ຂະນະທີ່ເຮົາຢູ່ກັບພວກເຈົ້າ ເຮົາຈະບໍ່ໃສ່ໃຈໃນເລື່ອງໃດເລີຍ ນອກຈາກເລື່ອງຂອງພຣະເຢຊູຄຣິດເຈົ້າ ແລະ ການທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ. 3 ເຮົາມາຫາພວກເຈົ້າດ້ວຍຄວາມອ່ອນແອກັບຄວາມຢ້ານກົວທີ່ສຸດຈົນຕົວສັ່ນ. 4 ຄຳເວົ້າ ແລະ ຄຳເທດສະໜາຂອງເຮົາບໍ່ແມ່ນຖ້ອຍຄຳແຫ່ງສະຕິປັນຍາ ແລະ ຖ້ອຍຄຳແຫ່ງການເລົ້າໂລມໃຈ, ແຕ່ເປັນການສະແດງໃຫ້ເຫັນເຖິງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ, 5 ເພື່ອວ່າຄວາມເຊື່ອຂອງພວກເຈົ້າຈະບໍ່ອາໄສສະຕິປັນຍາຂອງມະນຸດ, ແຕ່ອາໄສລິດອຳນາດຂອງພຣະເຈົ້າ. ສະຕິປັນຍາຂອງພຣະເຈົ້າທີ່ໄດ້ເປີດເຜີຍໂດຍພຣະວິນຍານເຈົ້າ 6 ເຖິງຢ່າງໃດກໍຕາມ ພວກເຮົາກ່າວຖ້ອຍຄຳແຫ່ງສະຕິປັນຍາກັບບັນດາຜູ້ທີ່ເປັນຜູ້ໃຫຍ່ແລ້ວ, ແຕ່ບໍ່ແມ່ນສະຕິປັນຍາຂອງຍຸກນີ້ ຫລື ສະຕິປັນຍາຂອງຜູ້ປົກຄອງຂອງຍຸກນີ້, ຜູ້ທີ່ກຳລັງຈະເສື່ອມສູນໄປ. 7 ບໍ່ແມ່ນດອກ, ແຕ່ພວກເຮົາປະກາດເຖິງປັນຍາຂອງພຣະເຈົ້າ, ເປັນຄວາມເລິກລັບທີ່ເຊື່ອງຊ້ອນໄວ້ ແລະ ເຊິ່ງພຣະເຈົ້າໄດ້ກຳນົດໄວ້ເພື່ອເປັນສະຫງ່າລາສີຂອງພວກເຮົາຕັ້ງແຕ່ກ່ອນເລີ່ມສ້າງໂລກ. 8 ບໍ່ມີຜູ້ປົກຄອງຄົນໃດຂອງຍຸກນີ້ ທີ່ເຂົ້າໃຈປັນຍານີ້, ເພາະຖ້າພວກເຂົາເຂົ້າໃຈ ພວກເຂົາກໍຈະບໍ່ຄຶງອົງພຣະຜູ້ເປັນເຈົ້າຜູ້ສະຫງ່າລາສີໄວ້ເທິງໄມ້ກາງແຂນ. 9 ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: “ສິ່ງທີ່ຕາບໍ່ເຫັນ, ສິ່ງທີ່ຫູບໍ່ໄດ້ຍິນ ແລະ ສິ່ງທີ່ມະນຸດຄິດບໍ່ອອກ ຄືສິ່ງທີ່ພຣະເຈົ້າຈັດຕຽມໄວ້ສຳລັບຄົນເຫລົ່ານັ້ນຜູ້ທີ່ຮັກພຣະອົງ”. 10 ແຕ່ພຣະເຈົ້າໄດ້ເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຮົາໂດຍທາງພຣະວິນຍານຂອງພຣະອົງ. ພຣະວິນຍານຢັ່ງຮູ້ທຸກໆສິ່ງ, ແມ່ນແຕ່ສິ່ງເລິກຂອງພຣະເຈົ້າ. 11 ດ້ວຍວ່າ ຜູ້ໃດນໍຈະຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ໃນມະນຸດຜູ້ນັ້ນ? ໃນວິທີດຽວກັນ ບໍ່ມີຜູ້ໃດຮູ້ຄວາມຄິດຂອງພຣະເຈົ້າໄດ້ ນອກຈາກພຣະວິນຍານຂອງພຣະເຈົ້າ. 12 ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ຮັບພຣະວິນຍານເຊິ່ງມາຈາກພຣະເຈົ້າ, ເພື່ອວ່າພວກເຮົາຈະເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ເຕັມໃຈໃຫ້ພວກເຮົາ. 13 ນີ້ຄືສິ່ງທີ່ພວກເຮົາກ່າວ, ບໍ່ແມ່ນດ້ວຍຖ້ອຍຄຳທີ່ສະຕິປັນຍາຂອງມະນຸດໄດ້ສັ່ງສອນໄວ້, ແຕ່ດ້ວຍຖ້ອຍຄຳທີ່ພຣະວິນຍານໄດ້ສັ່ງສອນໄວ້, ເປັນການສະແດງຄວາມຈິງດ້ານຈິດວິນຍານດ້ວຍຖ້ອຍຄຳຝ່າຍຈິດວິນຍານທີ່ໄດ້ສັ່ງສອນໄວ້. 14 ຄົນທີ່ບໍ່ມີພຣະວິນຍານ ກໍບໍ່ສາມາດຍອມຮັບສິ່ງທີ່ມາຈາກພຣະວິນຍານຂອງພຣະເຈົ້າໄດ້ ແຕ່ພວກເຂົາຖືວ່າສິ່ງເຫລົ່ານີ້ເປັນເລື່ອງໂງ່ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງເຫລົ່ານັ້ນ ເພາະວ່າຕ້ອງອາໄສການໄຈ້ແຍກຝ່າຍຈິດວິນຍານຈຶ່ງຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້. 15 ບຸກຄົນທີ່ມີພຣະວິນຍານກໍຕັດສິນກ່ຽວກັບທຸກໆສິ່ງໄດ້, ແຕ່ບຸກຄົນດັ່ງກ່າວນັ້ນບໍ່ໄດ້ຂຶ້ນຢູ່ກັບການຕັດສິນຂອງມະນຸດເທົ່ານັ້ນ, 16 ເພາະວ່າ “ຜູ້ໃດນໍ ຮູ້ຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້ ເພື່ອວ່າຈະໃຫ້ຄຳແນະນຳແກ່ພຣະອົງໄດ້?” ແຕ່ພວກເຮົາມີຈິດໃຈຂອງພຣະຄຣິດເຈົ້າ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.