Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 16 - ພຣະຄຳພີລາວສະບັບສະໄໝໃໝ່


ການ​ຖວາຍ​ເພື່ອ​ຊ່ວຍເຫລືອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ

1 ບັດນີ້ ກ່ຽວກັບ​ການ​ແຜ່​ຊັບ​ເພື່ອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຂໍ​ໃຫ້​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໃຫ້​ຄຣິສຕະຈັກ​ຕ່າງໆ​ໃນ​ຄາລາເຕຍ​ປະຕິບັດ​ນັ້ນ.

2 ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.

3 ແລ້ວ​ເມື່ອ​ເຮົາ​ມາເຖິງ ເຮົາ​ກໍ​ຈະ​ມອບ​ຈົດໝາຍ​ແນະນຳ​ຕົວ​ໃຫ້​ແກ່​ບັນດາ​ຜູ້ຊາຍ​ທີ່​ພວກເຈົ້າ​ເຫັນ​ສົມຄວນ ແລະ ສົ່ງ​ພວກເຂົາ​ໄປ​ຍັງ​ເຢຣູຊາເລັມ​ພ້ອມ​ກັບ​ເງິນຖວາຍ​ຂອງ​ພວກເຈົ້າ.

4 ຖ້າ​ເຫັນ​ສົມຄວນ​ສຳລັບ​ເຮົາ​ທີ່​ຈະ​ໄປ​ນຳ​ດ້ວຍ, ພວກເຂົາ​ກໍ​ຈະ​ໄປ​ພ້ອມ​ກັບ​ເຮົາ.


ຄຳຂໍຮ້ອງ​ສ່ວນຕົວ

5 ຫລັງຈາກ​ເຮົາ​ຜ່ານ​ແຂວງ​ມາເກໂດເນຍ​ແລ້ວ ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເພາະ​ເຮົາ​ຈະ​ເດີນທາງ​ຜ່ານ​ໄປ​ທີ່​ມາເກໂດເນຍ.

6 ບາງທີ​ເຮົາ​ອາດ​ພັກ​ຢູ່​ນຳ​ພວກເຈົ້າ​ໄລຍະໜຶ່ງ ຫລື ແມ່ນແຕ່​ຢູ່​ຈົນ​ໝົດ​ລະດູໜາວ​ກໍ​ເປັນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ ບໍ່​ວ່າ​ເຮົາ​ຈະ​ໄປ​ທີ່​ໃດ​ກໍຕາມ.

7 ເພາະ​ເວລາ​ນີ້​ເຮົາ​ຍັງ​ບໍ່​ຢາກ​ພົບ​ກັບ​ພວກເຈົ້າ​ເທື່ອ ແລະ ພຽງແຕ່​ແວ່​ຢ້ຽມຢາມ​ເທົ່ານັ້ນ; ຖ້າ​ວ່າ​ອົງພຣະຜູ້ເປັນເຈົ້າ​ອະນຸຍາດ ເຮົາ​ຫວັງ​ວ່າ​ຈະ​ໄດ້​ໃຊ້​ເວລາ​ຢູ່​ກັບ​ພວກເຈົ້າ​ດົນ​ສົມຄວນ.

8 ແຕ່​ເຮົາ​ຈະ​ຢູ່​ທີ່​ເມືອງ​ເອເຟໂຊ​ຕໍ່​ໄປ​ຈົນ​ເຖິງ​ເທສະການ​ເພັນເຕຄໍສະເຕ,

9 ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.

10 ເມື່ອ​ຕີໂມທຽວ​ມາ ຂໍ​ໃຫ້​ພວກເຈົ້າ​ຊ່ວຍ​ເບິ່ງແຍງ​ບໍ່​ໃຫ້​ລາວ​ຢ້ານກົວ​ຕໍ່​ສິ່ງໃດ​ໃນ​ຂະນະ​ທີ່​ລາວ​ຢູ່​ນຳ​ພວກເຈົ້າ, ເພາະ​ລາວ​ກໍ​ເຮັດວຽກ​ຂອງ​ອົງພຣະຜູ້ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.

11 ດັ່ງນັ້ນ ຢ່າ​ໃຫ້​ຜູ້ໃດ​ປະຕິບັດ​ຕໍ່​ລາວ​ດ້ວຍ​ການດູຖູກ. ແຕ່​ສົ່ງ​ລາວ​ໃຫ້​ເດີນທາງ​ຕໍ່​ໄປ​ຢ່າງ​ສັນຕິ​ເພື່ອ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຫາ​ເຮົາ. ເຮົາ​ກຳລັງ​ຄອຍຖ້າ​ລາວ​ກັບ​ພວກ​ພີ່ນ້ອງ​ຢູ່.

12 ບັດນີ້ ກ່ຽວກັບ​ອາໂປໂລ​ພີ່ນ້ອງ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ຂໍຮ້ອງ​ລາວ​ໃຫ້​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ພີ່ນ້ອງ. ເວລານີ້​ລາວ​ຍັງ​ບໍ່​ຢາກ​ໄປ, ແຕ່​ລາວ​ຈະ​ໄປ​ເມື່ອ​ລາວ​ມີ​ໂອກາດ.

13 ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.

14 ຈົ່ງ​ເຮັດ​ທຸກສິ່ງ​ດ້ວຍ​ຄວາມຮັກ.

15 ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ

16 ໃຫ້​ຍອມ​ເຊື່ອຟັງ​ຄົນ​ເຫລົ່ານີ້ ແລະ ທຸກຄົນ​ທີ່​ເຂົ້າຮ່ວມ​ໃນ​ວຽກງານ ແລະ ທຳງານ​ດ້ວຍ​ຄວາມຍາກລຳບາກ.

17 ເຮົາ​ດີໃຈ​ເມື່ອ​ສະເຕຟານາ, ຟອກຕູນາໂຕ ແລະ ອະຂາອີໂກ​ໄດ້​ມາ​ເຖິງ ເພາະ​ວ່າ​ພວກເຂົາ​ໄດ້​ຈັດຫາ​ສິ່ງ​ທີ່​ພວກເຈົ້າ​ຂາດ​ນັ້ນ​ໃຫ້​ແກ່​ເຮົາ.

18 ເພາະ​ພວກເຂົາ​ໄດ້​ຟື້ນ​ຈິດໃຈ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ຈິດໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ບັນດາ​ຄົນ​ຢ່າງ​ນີ້​ສົມຄວນ​ໄດ້​ຮັບ​ການຍອມຮັບ.


ການ​ທັກທາຍ​ສຸດທ້າຍ

19 ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.

20 ພີ່ນ້ອງ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.

21 ເຮົາ​ໂປໂລ ຂຽນ​ຄຳທັກທາຍ​ນີ້​ດ້ວຍ​ມື​ຂອງ​ເຮົາ​ເອງ.

22 ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!

23 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

24 ເຮົາ​ຂໍ​ສົ່ງ​ຄວາມຮັກ​ມາ​ຍັງ​ພວກເຈົ້າ​ທຸກຄົນ​ໃນ​ພຣະເຢຊູຄຣິດເຈົ້າ. ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan