1 ໂກຣິນໂທ 15 - ພຣະຄຳພີລາວສະບັບສະໄໝໃໝ່ການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ 1 ບັດນີ້ ພີ່ນ້ອງທັງຫລາຍເອີຍ, ເຮົາຢາກເຕືອນພວກເຈົ້າເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ, ເຊິ່ງພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ ແລະ ພວກເຈົ້າກໍຕັ້ງໝັ້ນຢູ່ໃນຂ່າວປະເສີດນັ້ນ. 2 ໂດຍຂ່າວປະເສີດນີ້ແຫລະພວກເຈົ້າຈຶ່ງໄດ້ຮັບຄວາມພົ້ນ ຖ້າພວກເຈົ້າຫາກຕັ້ງໝັ້ນຢູ່ກັບຖ້ອຍຄຳທີ່ເຮົາໄດ້ປະກາດແກ່ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າກໍເຊື່ອໂດຍບໍ່ມີປະໂຫຍດ. 3 ເພາະເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້ານັ້ນເປັນເລື່ອງທີ່ສຳຄັນທີ່ສຸດຄື: ພຣະຄຣິດເຈົ້າໄດ້ຕາຍເພື່ອຄວາມຜິດບາບຂອງພວກເຮົາທັງຫລາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ, 4 ພຣະອົງຖືກຝັງໄວ້, ໃນວັນທີສາມພຣະອົງເປັນຄືນມາຈາກຕາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ 5 ແລະ ພຣະອົງໄດ້ປາກົດແກ່ເກຟາ, ຫລັງຈາກນັ້ນ ພຣະອົງກໍໄດ້ປາກົດແກ່ອັກຄະສາວົກທັງສິບສອງຄົນ. 6 ຕໍ່ມາ ພຣະອົງໄດ້ປາກົດແກ່ພວກພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນເວລາດຽວກັນ ເຊິ່ງສ່ວນໃຫຍ່ຍັງມີຊີວິດຢູ່, ແຕ່ບາງຄົນໄດ້ລ່ວງລັບໄປແລ້ວ. 7 ຫລັງຈາກນັ້ນ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະ ແກ່ພວກອັກຄະສາວົກທັງໝົດ, 8 ແລະ ໃນທ້າຍທີ່ສຸດພຣະອົງກໍໄດ້ປາກົດແກ່ເຮົາ ຜູ້ທີ່ເປັນເໝືອນລູກທີ່ເກີດຜິດປົກກະຕິ. 9 ເພາະເຮົາເປັນຜູ້ນ້ອຍທີ່ສຸດໃນບັນດາອັກຄະສາວົກ ແລະ ບໍ່ສົມຄວນແມ່ນແຕ່ຈະໄດ້ຊື່ວ່າອັກຄະສາວົກ, ເພາະວ່າເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ. 10 ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະ ພຣະຄຸນຂອງພຣະອົງທີ່ມີຕໍ່ເຮົານັ້ນກໍບໍ່ໄດ້ໄຮ້ປະໂຫຍດ. ບໍ່ດອກ, ເຮົາໄດ້ເຮັດວຽກໜັກກວ່າພວກເຂົາທຸກຄົນ, ແຕ່ບໍ່ແມ່ນເຮົາເອງທີ່ເຮັດ, ຫາກແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົານັ້ນເປັນຜູ້ເຮັດ. 11 ເຫດສະນັ້ນ ບໍ່ວ່າຈະເປັນເຮົາ ຫລື ພວກເຂົາກໍດີ ນີ້ຄືສິ່ງທີ່ພວກເຮົາປະກາດ ແລະ ນີ້ຄືສິ່ງທີ່ພວກເຈົ້າທັງຫລາຍໄດ້ເຊື່ອ. ການເປັນຄືນມາຈາກຕາຍ 12 ແຕ່ຖ້າໄດ້ປະກາດວ່າພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດ ບາງຄົນໃນພວກເຈົ້າຈຶ່ງເວົ້າວ່າບໍ່ມີການເປັນຄືນມາຈາກຕາຍ? 13 ຖ້າບໍ່ມີການເປັນຄືນມາຈາກຕາຍ, ແລ້ວແມ່ນແຕ່ພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາຈາກຕາຍ. 14 ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ການປະກາດຂອງພວກເຮົາກໍໄຮ້ປະໂຫຍດ ແລະ ຄວາມເຊື່ອຂອງພວກເຈົ້າກໍບໍ່ມີປະໂຫຍດເໝືອນກັນ. 15 ຫລາຍກວ່ານັ້ນ, ແລ້ວພວກເຮົາກໍພົບວ່າພວກເຮົາເປັນພະຍານບໍ່ຈິງກ່ຽວກັບພຣະເຈົ້າ, ເພາະພວກເຮົາໄດ້ເປັນພະຍານກ່ຽວກັບພຣະເຈົ້າວ່າ ພຣະອົງໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. ແຕ່ຖ້າຄວາມຈິງຄືພຣະເຈົ້າບໍ່ໄດ້ບັນດານໃຫ້ຄົນຕາຍເປັນຄືນມາແລ້ວ ພຣະອົງກໍບໍ່ໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາເໝືອນກັນ. 16 ເພາະຖ້າຄົນຕາຍບໍ່ໄດ້ເປັນຄືນມາ, ແລ້ວພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາເໝືອນກັນ. 17 ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ຄວາມເຊື່ອຂອງພວກເຈົ້າກໍໄຮ້ປະໂຫຍດ; ພວກເຈົ້າກໍຍັງຢູ່ໃນບາບຂອງຕົນ. 18 ແລ້ວບັນດາຜູ້ທີ່ໄດ້ຫລັບໄປໃນພຣະຄຣິດເຈົ້າກໍຈິບຫາຍໄປດ້ວຍ. 19 ຖ້າພວກເຮົາມີຄວາມຫວັງໃນພຣະຄຣິດເຈົ້າພຽງແຕ່ເພື່ອຊີວິດນີ້ເທົ່ານັ້ນ, ພວກເຮົາກໍໜ້າສົງສານກວ່າຄົນທັງປວງ. 20 ແຕ່ພຣະຄຣິດເຈົ້າໄດ້ເປັນຄືນມາຈາກຕາຍແທ້ຈິງ, ເປັນຜົນທຳອິດຂອງບັນດາຜູ້ທີ່ຫລັບໄປແລ້ວນັ້ນ. 21 ເພາະເນື່ອງຈາກວ່າຄວາມຕາຍໄດ້ມາຜ່ານທາງມະນຸດຄົນດຽວສັນໃດ ການເປັນຄືນມາຈາກຕາຍກໍມາຜ່ານທາງມະນຸດຄົນດຽວສັນນັ້ນ. 22 ດ້ວຍວ່າ ໃນອາດາມຄົນທັງປວງກໍຕາຍສັນໃດ ໃນພຣະຄຣິດເຈົ້າຄົນທັງປວງກໍຈະຖືກບັນດານໃຫ້ໄດ້ຮັບຊີວິດສັນນັ້ນ. 23 ແຕ່ຈະເປັນໄປຕາມລຳດັບຄື: ພຣະຄຣິດເຈົ້າຜູ້ເປັນຜົນທຳອິດ; ຫລັງຈາກນັ້ນ, ແມ່ນບັນດາຄົນຂອງພຣະອົງເມື່ອພຣະອົງມາປາກົດ. 24 ແລ້ວຈຸດຈົບກໍຈະມາເຖິງ, ເມື່ອພຣະອົງຖວາຍອານາຈັກແກ່ພຣະເຈົ້າພຣະບິດາ ຫລັງຈາກທີ່ພຣະອົງໄດ້ທຳລາຍເທບຜູ້ປົກຄອງອານາຈັກ, ສິດອຳນາດ ແລະ ລິດອຳນາດທັງໝົດ. 25 ເພາະພຣະອົງຕ້ອງປົກຄອງຈົນກວ່າພຣະອົງຈະໄດ້ປາບສັດຕູທັງໝົດຂອງພຣະອົງໄວ້ໃຕ້ຕີນຂອງພຣະອົງ. 26 ສັດຕູໂຕສຸດທ້າຍທີ່ຈະຕ້ອງທຳລາຍຄືຄວາມຕາຍ. 27 ເພາະພຣະອົງ “ໄດ້ວາງທຸກສິ່ງຢູ່ໃຕ້ຕີນຂອງພຣະອົງແລ້ວ”. ບັດນີ້ເມື່ອກ່າວວ່າ “ທຸກສິ່ງ” ໄດ້ຖືກວາງໄວ້ພາຍໃຕ້ພຣະອົງນັ້ນ, ກໍເປັນທີ່ຈະແຈ້ງແລ້ວວ່າບໍ່ໄດ້ລວມທັງພຣະເຈົ້າເອງ, ຜູ້ວາງທຸກສິ່ງຢູ່ພາຍໃຕ້ພຣະຄຣິດເຈົ້າ. 28 ເມື່ອພຣະອົງໄດ້ກະທຳຢ່າງນີ້ແລ້ວ, ພຣະບຸດເອງຈະຢູ່ພາຍໃຕ້ພຣະເຈົ້າຜູ້ເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ພຣະອົງ ເພື່ອວ່າພຣະເຈົ້າຈະເປັນເອກໃນສິ່ງທັງປວງ. 29 ບັດນີ້ ຖ້າບໍ່ມີການເປັນຄືນມາຈາກຕາຍແລ້ວ ບັນດາຜູ້ທີ່ບັບຕິສະມາສຳລັບຄົນຕາຍນັ້ນຈະເຮັດຢ່າງໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານໃຫ້ເປັນຄືນມາແລ້ວ, ເປັນຫຍັງຈຶ່ງຍັງມີຄົນຮັບບັບຕິສະມາເພື່ອຄົນຕາຍນັ້ນ? 30 ແລະ ສຳລັບພວກເຮົານັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງປະເຊີນກັບໄພອັນຕະລາຍຢູ່ທຸກເວລາ? 31 ເຮົາປະເຊີນກັບຄວາມຕາຍທຸກມື້ ເຮົາໝາຍຄວາມວ່າຢ່າງນັ້ນ ສິ່ງນີ້ແນ່ນອນເໝືອນດັ່ງທີ່ເຮົາໂອ້ອວດກ່ຽວກັບພວກເຈົ້າໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 32 ຖ້າເຮົາຕໍ່ສູ້ກັບພວກສັດປ່າໃນເອເຟໂຊໂດຍບໍ່ເກີນຄວາມຫວັງຂອງມະນຸດ, ເຮົາຈະໄດ້ອັນໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານເປັນຄືນມາ, “ກໍໃຫ້ພວກເຮົາກິນ ແລະ ດື່ມ ເພາະວ່າມື້ອື່ນພວກເຮົາກໍຕາຍແລ້ວ”. 33 ຢ່າໃຫ້ພວກເຈົ້າຫລົງຜິດໄປ, “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ”. 34 ຈົ່ງກັບຄືນມາສູ່ຄວາມມີສະຕິຂອງພວກເຈົ້າຕາມທີ່ພວກເຈົ້າຄວນຈະເປັນ ແລະ ເຊົາເຮັດບາບສາ; ເພາະມີບາງຄົນບໍ່ຮູ້ຈັກພຣະເຈົ້າເລີຍ ການທີ່ເຮົາເວົ້າຢ່າງນີ້ກໍເພື່ອໃຫ້ພວກເຈົ້າລະອາຍໃຈ. ຮ່າງກາຍທີ່ເປັນຄືນມາຈາກຕາຍ 35 ແຕ່ບາງຄົນອາດຈະຖາມວ່າ, “ຄົນຕາຍເປັນຄືນມາໄດ້ຢ່າງໃດ? ເມື່ອເປັນຄືນມາ ຮ່າງກາຍຂອງພວກເຂົາຈະເປັນແບບໃດ?” 36 ຄົນໂງ່ເອີຍ! ສິ່ງທີ່ພວກເຈົ້າຫວ່ານລົງຈະບໍ່ມີຊີວິດຂຶ້ນມາ ຖ້າສິ່ງນັ້ນບໍ່ຕາຍເສຍກ່ອນ. 37 ເມື່ອພວກເຈົ້າຫວ່ານ ພວກເຈົ້າບໍ່ໄດ້ປູກຕົ້ນທີ່ໃຫຍ່ເຕັມທີ່ແລ້ວ ແຕ່ພວກເຈົ້າປູກພຽງແຕ່ເມັດພືດ, ບາງທີກໍເປັນເມັດເຂົ້າຫວີດ ຫລື ເມັດພືດອື່ນໆ. 38 ແຕ່ພຣະເຈົ້າໄດ້ໃຫ້ລໍາຕົ້ນຕາມທີ່ພຣະອົງໄດ້ກຳນົດໄວ້ ແລະ ເມັດພືດແຕ່ລະຊະນິດພຣະອົງກໍໄດ້ໃຫ້ລໍາຕົ້ນ. 39 ເນື້ອໜັງທັງໝົດກໍບໍ່ຄືກັນ ເນື້ອໜັງຂອງມະນຸດກໍເປັນອີກແບບໜຶ່ງ, ສັດຕ່າງໆກໍເປັນອີກແບບໜຶ່ງ, ບັນດານົກກໍເປັນອີກແບບໜຶ່ງ ແລະ ປາກໍເປັນອີກແບບໜຶ່ງ. 40 ຮ່າງກາຍສຳລັບສະຫວັນກໍມີ ແລະ ຮ່າງກາຍສຳລັບໂລກກໍມີ; ແຕ່ສະຫງ່າລາສີຂອງຮ່າງກາຍສະຫວັນກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງຮ່າງກາຍແບບໂລກກໍເປັນອີກແບບໜຶ່ງ. 41 ສະຫງ່າລາສີຂອງດວງອາທິດກໍເປັນແບບໜຶ່ງ ດວງຈັນກໍເປັນອີກແບບໜຶ່ງ ແລະ ດວງດາວກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງດາວແຕ່ລະດວງກໍແຕກຕ່າງກັນ. 42 ການເປັນຄືນມາຂອງຄົນຕາຍກໍເຊັ່ນກັນ. ຮ່າງກາຍທີ່ຫວ່ານລົງນັ້ນກໍເປື່ອຍເນົ່າໄດ້ ແລະ ຮ່າງກາຍທີ່ເປັນຄືນມາຈະບໍ່ເປື່ອຍເນົ່າອີກ, 43 ຮ່າງກາຍທີ່ຫວ່ານລົງໄປນັ້ນບໍ່ມີກຽດ ແລະ ຮ່າງກາຍທີ່ເປັນຄືນມາກໍເຕັມດ້ວຍສະຫງ່າລາສີ, ຮ່າງກາຍທີ່ຫວ່ານລົງນັ້ນອ່ອນກຳລັງ ແລະ ຮ່າງກາຍທີ່ເປັນຄືນມາກໍມີລິດອຳນາດ, 44 ຮ່າງກາຍທີ່ຫວ່ານລົງນັ້ນເປັນຮ່າງກາຍທຳມະຊາດ ແລະ ຮ່າງກາຍທີ່ເປັນຄືນມາເປັນຮ່າງກາຍວິນຍານ. ຖ້າມີຮ່າງກາຍທຳມະຊາດ ຮ່າງກາຍວິນຍານກໍມີດ້ວຍ. 45 ດັ່ງນັ້ນຈຶ່ງມີຖ້ອຍຄຳຂຽນໄວ້ວ່າ: “ອາດາມມະນຸດຄົນທຳອິດໄດ້ກາຍເປັນຜູ້ມີຊີວິດ”; ສ່ວນອາດາມຄົນສຸດທ້າຍເປັນວິນຍານຜູ້ໃຫ້ຊີວິດ. 46 ຮ່າງກາຍວິນຍານບໍ່ໄດ້ມາກ່ອນ ແຕ່ຮ່າງກາຍທຳມະຊາດມາກ່ອນ ແລະ ຮ່າງກາຍວິນຍານມາພາຍຫລັງ. 47 ມະນຸດຄົນທຳອິດແມ່ນມາຈາກຂີ້ຝຸ່ນດິນຂອງແຜ່ນດິນໂລກ; ມະນຸດຄົນທີສອງແມ່ນມາຈາກສະຫວັນ. 48 ດ້ວຍວ່າຄົນຝ່າຍໂລກເປັນຢ່າງໃດ ຄົນທີ່ເປັນຂອງໂລກກໍເປັນຢ່າງນັ້ນ; ແລະ ຄົນຈາກສະຫວັນເປັນຢ່າງໃດ ຄົນທີ່ເປັນຂອງສະຫວັນກໍເປັນຢ່າງນັ້ນ. 49 ແລະ ເຊັ່ນດຽວກັນກັບພວກເຮົາເກີດມາມີລັກສະນະເໝືອນກັບຄົນຝ່າຍໂລກຢ່າງໃດ ພວກເຮົາກໍຈະມີລັກສະນະເໝືອນກັບຄົນຈາກສະຫວັນຢ່າງນັ້ນ. 50 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍປະກາດແກ່ພວກເຈົ້າວ່າ ເນື້ອໜັງ ແລະ ເລືອດບໍ່ສາມາດຮັບອານາຈັກຂອງພຣະເຈົ້າເປັນມໍລະດົກໄດ້ ແລະ ສິ່ງທີ່ເປື່ອຍເນົ່າບໍ່ສາມາດຮັບສິ່ງທີ່ບໍ່ເປື່ອຍເນົ່າເປັນມໍລະດົກໄດ້. 51 ຈົ່ງຟັງ ເຮົາຈະບອກຂໍ້ເລິກລັບແກ່ພວກເຈົ້າວ່າ: ພວກເຮົາທັງຫລາຍຈະບໍ່ຫລັບໄປໝົດທຸກຄົນ ແຕ່ພວກເຮົາທັງໝົດຈະໄດ້ຮັບການປ່ຽນແປງ 52 ໃນຊົ່ວຂະນະດຽວ, ໃນຊົ່ວພັບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ. ເພາະສຽງແກຈະດັງຂຶ້ນ ຄົນຕາຍຈະຖືກບັນດານໃຫ້ເປັນຄືນມາແບບບໍ່ເປື່ອຍເນົ່າ ແລະ ພວກເຮົາຈະໄດ້ຮັບການປ່ຽນແປງ. 53 ດ້ວຍວ່າ ສິ່ງທີ່ເປື່ອຍເນົ່າຕ້ອງສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນຕ້ອງສວມໃສ່ສິ່ງທີ່ຕາຍບໍ່ເປັນ. 54 ເມື່ອສິ່ງທີ່ເປື່ອຍເນົ່າໄດ້ສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນສວມໃສ່ສິ່ງທີ່ຕາຍບໍ່ເປັນແລ້ວ ຄຳກ່າວທີ່ໄດ້ຂຽນໄວ້ກໍຈະມາເປັນຄວາມຈິງຄື: “ຄວາມຕາຍໄດ້ຖືກກືນເຂົ້າໄປໃນໄຊຊະນະແລ້ວ”. 55 “ໂອ ຄວາມຕາຍເອີຍ, ໄຊຊະນະຂອງມຶງຢູ່ໃສ? ໂອ ຄວາມຕາຍເອີຍ, ໄລພິດຂອງມຶງຢູ່ໃສ?” 56 ໄລພິດຂອງຄວາມຕາຍຄືຄວາມບາບ ແລະ ລິດອຳນາດຂອງຄວາມບາບຄືກົດບັນຍັດ. 57 ແຕ່ຂອບພຣະຄຸນພຣະເຈົ້າ! ພຣະອົງມອບໄຊຊະນະໃຫ້ແກ່ພວກເຮົາໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 58 ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.