Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 14 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມເຂົ້າໃຈ​ໃນ​ການນະມັດສະການ

1 ຈົ່ງ​ດໍາເນີນ​ໃນ​ວິຖີທາງ​ແຫ່ງ​ຄວາມຮັກ ແລະ ສະແຫວງຫາ​ຂອງປະທານ​ຝ່າຍ​ພຣະວິນຍານ​ຢ່າງ​ກະຕືລືລົ້ນ ໂດຍ​ສະເພາະ​ຄຳ​ທຳນວາຍ.

2 ເພາະ​ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ບໍ່​ໄດ້​ເວົ້າ​ຕໍ່​ມະນຸດ ແຕ່​ເວົ້າ​ຕໍ່​ພຣະເຈົ້າ. ແທ້ຈິງ​ແລ້ວ, ບໍ່​ມີ​ຜູ້ໃດ​ເຂົ້າໃຈ​ສິ່ງ​ທີ່​ພວກເຂົາ​ເວົ້າ, ພວກເຂົາ​ກຳລັງ​ເວົ້າ​ຂໍ້ເລິກລັບ​ໂດຍ​ທາງ​ພຣະວິນຍານ.

3 ແຕ່​ຜູ້​ທີ່​ເຜີຍ​ພຣະຄຳ​ກໍ​ກ່າວ​ກັບ​ຄົນ​ທັງຫລາຍ​ເພື່ອ​ເຮັດໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ, ເປັນ​ການເຕືອນສະຕິ ແລະ ການ​ເລົ້າໂລມໃຈ.

4 ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ເວົ້າ​ເພື່ອ​ເສີມສ້າງ​ຕົນເອງ, ແຕ່​ຜູ້​ທີ່​ທຳນວາຍ​ກໍ​ເສີມສ້າງ​ຄຣິສຕະຈັກ.

5 ເຮົາ​ຢາກ​ໃຫ້​ທຸກໆ​ຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້, ແຕ່​ຫລາຍກວ່າ​ນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ທຳນວາຍ​ໄດ້. ຜູ້​ທີ່​ທຳນວາຍ​ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ເວົ້າ​ພາສາ​ແປກໆ, ເວັ້ນໄວ້​ແຕ່​ຜູ້ໃດຜູ້ໜຶ່ງ​ແປ​ພາສາ​ນັ້ນ​ໄດ້, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້ຮັບ​ການເສີມສ້າງ.

6 ບັດນີ້, ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ແລະ ເວົ້າ​ພາສາ​ແປກໆ, ພວກເຈົ້າ​ຈະ​ໄດ້ຮັບ​ປະໂຫຍດ​ອັນໃດ​ຈາກ​ເຮົາ? ນອກຈາກ​ວ່າ ເຮົາ​ຈະ​ນໍາເອົາ​ການ​ເປີດເຜີຍ ຫລື ຄວາມຮູ້ ຫລື ການ​ເປີດ​ເຜີຍ​ພຣະຄຳ ຫລື ຄຳສັ່ງສອນ​ມາ​ໃຫ້​ພວກເຈົ້າ.

7 ແມ່ນແຕ່​ໃນ​ກໍລະນີ​ຂອງ​ສິ່ງ​ທີ່​ບໍ່​ມີຊີວິດ​ທີ່​ເປັ່ງສຽງ​ໄດ້​ເຊັ່ນ ປີ່ ຫລື ພິນ, ຜູ້ໃດ​ຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ເຂົາ​ກຳລັງ​ເປົ່າ ຫລື ດີດ​ຈັງຫວະ​ໃດ ຖ້າ​ບໍ່​ຫລິ້ນ​ຕາມ​ໂນດ?

8 ອີກ​ເທື່ອ​ໜຶ່ງ ຖ້າ​ແກ​ບໍ່​ສົ່ງ​ສຽງ​ເອີ້ນ​ຢ່າງ​ຊັດເຈນ​ຜູ້ໃດ​ຈະ​ຕຽມພ້ອມ​ເພື່ອ​ສູ້ຮົບ?

9 ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ. ເວັ້ນ​ເສຍ​ແຕ່​ພວກເຈົ້າ​ເວົ້າ​ດ້ວຍ​ຖ້ອຍຄຳ​ທີ່​ຄົນ​ເຂົ້າໃຈ​ໄດ້ ຜູ້ໃດ​ຈະ​ຮູ້​ວ່າ​ພວກເຈົ້າ​ກຳລັງ​ເວົ້າ​ຫຍັງ? ພວກເຈົ້າ​ກໍ​ພຽງ​ແຕ່​ເວົ້າ​ລອຍ​ໄປ​ຕາມລົມ​ເທົ່ານັ້ນ.

10 ໃນ​ໂລກ​ນີ້​ມີ​ຫລາຍ​ພາສາ​ຢ່າງ​ບໍ່​ສົງໄສ ແຕ່​ບໍ່​ມີ​ພາສາ​ໃດ​ໃນ​ພາສາ​ເຫລົ່ານັ້ນ​ທີ່​ບໍ່ມີ​ຄວາມໝາຍ.

11 ຖ້າ​ເຮົາ​ບໍ່​ເຂົ້າໃຈ​ຄວາມໝາຍ​ຂອງ​ສິ່ງ​ທີ່​ບາງຄົນ​ກຳລັງ​ເວົ້າ​ຢູ່​ນັ້ນ, ເຮົາ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ຜູ້ເວົ້າ ແລະ ຜູ້ເວົ້າ​ກໍ​ເປັນ​ຄົນຕ່າງດ້າວ​ຕໍ່​ເຮົາ.

12 ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ. ເມື່ອ​ພວກເຈົ້າ​ທັງຫລາຍ​ກະຕືລືລົ້ນ​ຕໍ່​ຂອງປະທານ​ຝ່າຍ​ວິນຍານ ກໍ​ຈົ່ງ​ພະຍະຍາມ​ທີ່​ຈະ​ເປັນ​ເລີດ​ໃນ​ຂອງປະທານ​ທີ່​ເສີມສ້າງ​ຄຣິສຕະຈັກ.

13 ເພາະ​ເຫດຜົນ​ນີ້ ຜູ້​ທີ່​ເວົ້າ​ພາສາ​ແປກໆ​ໄດ້ ກໍ​ຄວນ​ອະທິຖານ​ຂໍ​ໃຫ້​ຕົນເອງ​ແປ​ສິ່ງ​ທີ່​ເວົ້າ​ອອກມາ​ໄດ້​ດ້ວຍ.

14 ເພາະ​ຖ້າ​ເຮົາ​ອະທິຖານ​ເປັນ​ພາສາ​ແປກໆ ກໍ​ແມ່ນ​ຈິດວິນຍານ​ຂອງ​ເຮົາ​ອະທິຖານ, ແຕ່​ບໍ່​ມີ​ຜົນ​ຕໍ່​ຄວາມຄິດ​ຂອງ​ເຮົາ.

15 ດັ່ງນັ້ນ ເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ເຮົາ​ຈະ​ອະທິຖານ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ອະທິຖານ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ; ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ.

16 ຖ້າ​ບໍ່​ດັ່ງນັ້ນ ເມື່ອ​ພວກເຈົ້າ​ກຳລັງ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ, ແລ້ວ​ຄົນ​ອື່ນ​ຜູ້​ທີ່​ຢູ່​ໃນ​ຕຳແໜ່ງ​ຂອງ​ຜູ້​ສອບຖາມ​ນັ້ນ ຈະ​ກ່າວ​ວ່າ “ອາແມນ” ຕໍ່​ຄຳ​ໂມທະນາ​ຂອບພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງໃດ, ເນື່ອງຈາກ​ວ່າ​ພວກເຂົາ​ບໍ່​ເຂົ້າໃຈ​ວ່າ​ພວກເຈົ້າ​ກຳລັງ​ເວົ້າ​ຫຍັງ?

17 ພວກເຈົ້າ​ໂມທະນາ​ຂອບພຣະຄຸນ​ໄດ້​ຢ່າງ​ດີ​ພໍ ແຕ່​ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ການເສີມສ້າງ.

18 ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຫລາຍ​ກວ່າ​ພວກເຈົ້າ​ທັງໝົດ.

19 ແຕ່​ຢູ່​ໃນ​ຄຣິສຕະຈັກ ເຮົາ​ຂໍ​ເວົ້າ​ຫ້າ​ຄຳ​ທີ່​ຄົນ​ຟັງ​ເຂົ້າໃຈ ເພື່ອ​ສັ່ງສອນ​ຄົນ​ອື່ນ​ຫລາຍ​ກວ່າ​ຈະ​ເວົ້າ​ໝື່ນ​ຄຳ​ເປັນ​ພາສາ​ແປກໆ.

20 ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.

21 ໃນ​ກົດບັນຍັດ​ຖ້ອຍຄຳ​ໄດ້​ຖືກ​ຂຽນ​ໄວ້​ວ່າ: “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ຈະ​ເວົ້າ​ກັບ​ປະຊາຊົນ​ເຫລົ່ານີ້​ຜ່ານທາງ​ຄົນ​ຕ່າງ​ພາສາ ແລະ ຜ່ານ​ທາງ​ຮິມສົບ​ຂອງ​ຄົນຕ່າງຊາດ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຈະ​ບໍ່​ຟັງ​ເຮົາ’”.

22 ດັ່ງນັ້ນ, ການ​ເວົ້າ​ພາສາ​ແປກໆ​ຈຶ່ງ​ເປັນ​ໝາຍສຳຄັນ ບໍ່​ແມ່ນ​ສຳລັບ​ຄົນທີ່ເຊື່ອ ແຕ່​ສຳລັບ​ຄົນທີ່ບໍ່ເຊື່ອ; ເຖິງຢ່າງໃດ​ກໍ​ຕາມ, ການ​ເຜີຍ​ພຣະຄຳ​ນັ້ນ ບໍ່​ແມ່ນ​ສຳລັບ​ຜູ້ທີ່ບໍ່ເຊື່ອ, ແຕ່​ສຳລັບ​ຜູ້​ທີ່​ເຊື່ອ​ແລ້ວ.

23 ດັ່ງນັ້ນ ຖ້າ​ຄຣິສຕະຈັກ​ທັງໝົດ​ມາ​ຮ່ວມກັນ ແລະ ທຸກຄົນ​ຕ່າງ​ກໍ​ເວົ້າ​ພາສາ​ແປກໆ ແລ້ວ​ຄົນ​ທີ່​ມັກຖາມ ຫລື ຄົນທີ່ບໍ່ເຊື່ອ​ເຂົ້າ​ມາ, ພວກເຂົາ​ຈະ​ບໍ່​ເວົ້າ​ວ່າ​ພວກເຈົ້າ​ເສຍສະຕິ​ໄປ​ແລ້ວ​ບໍ?

24 ແຕ່​ຖ້າຫາກ​ວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນ​ທີ່​ມັກຖາມ​ເຂົ້າ​ມາ​ໃນ​ຂະນະ​ທີ່​ທຸກຄົນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ພວກເຂົາ​ກໍ​ຈະ​ຖືກ​ຕັດສິນ​ວ່າ​ເຮັດບາບ ແລະ ທຸກຄົນ​ຈະ​ຖືກ​ນຳ​ເຂົ້າ​ສູ່​ພາຍໃຕ້​ການພິພາກສາ,

25 ດັ່ງ​ທີ່​ຄວາມລັບ​ໃນ​ໃຈ​ຂອງ​ພວກເຂົາ​ໄດ້​ຖືກ​ເປີດເຜີຍ. ດັ່ງນັ້ນ ພວກເຂົາ​ກໍ​ຈະ​ຂາບ​ລົງ ແລະ ນະມັດສະການ​ພຣະເຈົ້າ ແລະ ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້ຈິງ!”


ການນະມັດສະການ​ຢ່າງ​ມີ​ລະບຽບ

26 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.

27 ຖ້າ​ຜູ້ໃດ​ຈະ​ເວົ້າ​ພາສາ​ແປກໆ, ຈົ່ງ​ເວົ້າ​ພຽງແຕ່​ສອງ​ຄົນ ຫລື ຢ່າງ​ຫລາຍ​ທີ່ສຸດ​ສາມ​ຄົນ ໂດຍ​ໃຫ້​ເວົ້າ​ເທື່ອ​ລະ​ຄົນ ແລ້ວ​ຕ້ອງ​ໃຫ້​ມີ​ຄົນ​ໜຶ່ງ​ແປ.

28 ແຕ່ຖ້າ​ບໍ່​ມີ​ຄົນແປ ຜູ້​ທີ່​ເວົ້າ​ນັ້ນ​ຈະ​ຕ້ອງ​ມິດງຽບ​ຢູ່​ໃນ​ຄຣິສຕະຈັກ ແລະ ໃຫ້​ເວົ້າ​ກັບ​ຕົນເອງ ແລະ ເວົ້າ​ຕໍ່​ພຣະເຈົ້າ.

29 ຝ່າຍ​ຜູ້ທຳນວາຍ​ນັ້ນ ໃຫ້​ກ່າວ​ແຕ່​ສອງ ຫລື ສາມ​ຄົນ ແລະ ຄົນ​ອື່ນໆ​ຈະ​ຕ້ອງ​ພິຈາລະນາ​ສິ່ງ​ທີ່​ກ່າວ​ມາ​ນັ້ນ​ໃຫ້​ດີ.

30 ແລະ ຖ້າ​ມີ​ການ​ເປີດເຜີຍ​ມາເຖິງ​ບາງຄົນ​ຜູ້​ທີ່​ກຳລັງ​ນັ່ງ​ຢູ່, ໃຫ້​ຜູ້​ທີ່​ກ່າວ​ຄົນ​ທຳອິດ​ນັ້ນ​ຢຸດ​ຢູ່.

31 ເພາະ​ພວກເຈົ້າ​ທຸກຄົນ​ສາມາດ​ທຳນວາຍ​ໄດ້​ເທື່ອ​ລະ​ຄົນ ເພື່ອ​ວ່າ​ໃຫ້​ທຸກຄົນ​ໄດ້ຮັບ​ຄຳແນະນຳ ແລະ ຄຳ​ໜູນໃຈ.

32 ຈິດວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ​ນັ້ນ​ກໍ​ຢູ່​ໃນ​ການຄວບຄຸມ​ຂອງ​ບັນດາ​ຜູ້ທຳນວາຍ.

33 ເພາະ​ພຣະເຈົ້າ​ບໍ່​ແມ່ນ​ພຣະເຈົ້າ​ແຫ່ງ​ຄວາມວຸ້ນວາຍ ແຕ່​ເປັນ​ພຣະເຈົ້າ​ແຫ່ງ​ຄວາມ​ສະຫງົບສຸກ ຕາມ​ທີ່​ປະຕິບັດ​ກັນ​ໃນ​ຊຸມຊົນ​ຂອງ​ຄົນ​ຂອງ​ພຣະເຈົ້າ.

34 ແມ່ຍິງ​ຄວນ​ມິດງຽບ​ຢູ່​ໃນ​ຄຣິສຕະຈັກ. ພວກເຂົາ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ໃຫ້​ພວກເຂົາ​ຍອມຈຳນົນ​ຕາມ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ນັ້ນ.

35 ຖ້າ​ພວກເຂົາ​ຢາກ​ຖາມ​ກ່ຽວກັບ​ເລື່ອງໃດ ພວກເຂົາ​ຄວນ​ຖາມ​ຜົວ​ຂອງ​ພວກເຂົາ​ເອງ​ຢູ່​ເຮືອນ; ເພາະ​ເປັນ​ເລື່ອງ​ໜ້າອາຍ​ທີ່​ແມ່ຍິງ​ຈະ​ເວົ້າ​ຢູ່​ໃນ​ຄຣິສຕະຈັກ.

36 ຫລື ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ເກີດ​ມາ​ຈາກ​ພວກເຈົ້າ​ບໍ? ຫລື ພຣະຄຳ​ໄດ້​ມີ​ມາ​ເຖິງ​ພວກເຈົ້າ​ແຕ່​ເທົ່ານັ້ນ​ບໍ?

37 ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.

38 ແຕ່​ຖ້າ​ຜູ້ໃດ​ບໍ່​ຮັບຮູ້​ເລື່ອງ​ນີ້, ພວກເຂົາ​ເອງ​ກໍ​ຈະ​ບໍ່​ໄດ້​ຮັບ​ການຍອມຮັບ.

39 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ກະຕືລືລົ້ນ​ທີ່​ຈະ​ທຳນວາຍ ແລະ ຢ່າ​ຫ້າມ​ການ​ເວົ້າ​ພາສາ​ແປກໆ.

40 ແຕ່​ຄວນ​ເຮັດ​ທຸກສິ່ງ​ຢ່າງ​ເໝາະສົມ ແລະ ໃນ​ທາງ​ທີ່​ເປັນ​ລະບຽບ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan