1 ໂກຣິນໂທ 13 - ພຣະຄຳພີລາວສະບັບສະໄໝໃໝ່1 ຖ້າຫາກວ່າເຮົາເວົ້າພາສາແປກໆໄດ້ຈະເປັນພາສາມະນຸດ ຫລື ພາສາເທວະດາ, ແຕ່ບໍ່ມີຄວາມຮັກ ເຮົາກໍເປັນພຽງຄ້ອງ ຫລື ແຊ່ງທີ່ກຳລັງສົ່ງສຽງເທົ່ານັ້ນ. 2 ຖ້າຫາກວ່າເຮົາມີຂອງປະທານໃນການທຳນວາຍ ສາມາດເຂົ້າໃຈໃນຂໍ້ລັບເລິກ ແລະ ຄວາມຮູ້ທັງໝົດ, ແລະ ຖ້າເຮົາມີຄວາມເຊື່ອທີ່ສາມາດເຄື່ອນພູເຂົາໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ. 3 ຖ້າຫາກວ່າເຮົາຈະບໍລິຈາກຊັບສິນທັງໝົດທີ່ເຮົາມີໃຫ້ແກ່ຄົນຍາກຈົນ ແລະ ຍອມໃຫ້ເອົາຮ່າງກາຍຂອງເຮົາໄປສູ່ຄວາມຍາກລຳບາກເພື່ອເຮົາຈະໂອ້ອວດໄດ້, ແຕ່ບໍ່ມີຄວາມຮັກ, ເຮົາກໍບໍ່ໄດ້ປະໂຫຍດຫຍັງ. 4 ຄວາມຮັກຄືຄວາມອົດທົນ, ຄວາມຮັກຄືຄວາມເມດຕາ, ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ, 5 ບໍ່ດູຖູກຄົນອື່ນ, ບໍ່ເຫັນແກ່ຕົວ, ບໍ່ໃຈຮ້າຍງ່າຍ, ບໍ່ຈົດຈຳຄວາມຜິດ. 6 ຄວາມຮັກບໍ່ຍິນດີໃນຄວາມຊົ່ວ ແຕ່ຍິນດີກັບຄວາມຈິງ. 7 ຄວາມຮັກປົກປ້ອງຄຸ້ມຄອງສະເໝີ, ວາງໃຈສະເໝີ, ມີຄວາມຫວັງສະເໝີ ແລະ ອົດທົນສະເໝີ. 8 ຄວາມຮັກບໍ່ມີວັນສູນສິ້ນໄປ ເຖິງວ່າການເຜີຍພຣະຄຳຈະຖືກຍົກເລີກ, ການເວົ້າພາສາແປກໆຈະງຽບໄປ, ຄວາມຮູ້ຈະສູນຫາຍໄປ. 9 ເພາະພວກເຮົາຮູ້ພຽງແຕ່ບາງສ່ວນ ແລະ ພວກເຮົາກໍເຜີຍພຣະຄຳພຽງແຕ່ບາງສ່ວນ, 10 ແຕ່ເມື່ອຄວາມສົມບູນມາເຖິງແລ້ວ, ສິ່ງທີ່ເປັນບາງສ່ວນນັ້ນກໍຈະສູນຫາຍໄປ. 11 ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ, ເຮົາກໍເວົ້າຄືເດັກນ້ອຍ, ເຮົາກໍຄິດຄືເດັກນ້ອຍ, ເຮົາກໍໃຊ້ເຫດຜົນຄືເດັກນ້ອຍ. ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ, ເຮົາກໍຖິ້ມວິຖີຊີວິດໄວເດັກນ້ອຍໄວ້ເບື້ອງຫລັງເຮົາ. 12 ເພາະວ່າເວລານີ້ ພວກເຮົາເຫັນແຕ່ເງົາສະທ້ອນເໝືອນເບິ່ງໃນແວ່ນ; ໃນເວລານັ້ນພວກເຮົາຈະເຫັນກັນໜ້າຕໍ່ໜ້າ. ໃນເວລານີ້ເຮົາຮູ້ຈັກພຽງບາງສ່ວນ; ໃນເວລານັ້ນເຮົາຈະຮູ້ຈັກທຸກສິ່ງ, ແຕ່ເໝືອນດັ່ງເຮົາເປັນທີ່ຮູ້ຈັກຢ່າງສົມບູນແລ້ວ. 13 ແລະ ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່ສິ່ງທີ່ໃຫຍ່ທີ່ສຸດຂອງສິ່ງເຫລົ່ານີ້ແມ່ນຄວາມຮັກ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.