Biblia Todo Logo
Bìoball air-loidhne

- Sanasan -

1 ໂກຣິນໂທ 12 - ພຣະຄຳພີລາວສະບັບສະໄໝໃໝ່


ກ່ຽວກັບ​ຂອງປະທານ​ຝ່າຍ​ວິນຍານ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.

2 ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ​ເມື່ອ​ພວກເຈົ້າ​ຍັງ​ບໍ່​ເຊື່ອ​ພຣະເຈົ້າ​ນັ້ນ, ໂດຍ​ທາງ​ໃດ​ໜຶ່ງ ຫລື ໂດຍ​ທາງ​ອື່ນໆ ພວກເຈົ້າ​ໄດ້​ຖືກ​ຊັກຈູງ ແລະ ຖືກ​ນຳ​ໃຫ້​ຫລົງຜິດ​ໄປ​ເພິ່ງ​ຮູບເຄົາລົບ​ທີ່​ປາກ​ບໍ່​ເປັນ.

3 ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.

4 ຂອງປະທານ​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ມີ​ພຣະວິນຍານ​ອົງ​ດຽວ​ກັນ​ເປັນ​ຜູ້​ມອບ​ໃຫ້.

5 ງານຮັບໃຊ້​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ.

6 ມີ​ການງານ​ຫລາຍ​ຢ່າງ​ແຕກຕ່າງກັນ ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວ​ກັນ​ກະທຳ​ການ​ທັງໝົດ​ໃນ​ຄົນ​ທັງປວງ.

7 ບັດນີ້​ການສະແດງ​ຂອງ​ພຣະວິນຍານ​ກໍ​ໄດ້​ມີ​ໃຫ້​ແຕ່ລະຄົນ​ເພື່ອ​ຜົນປະໂຫຍດ​ຮ່ວມ​ກັນ.

8 ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,

9 ໃຫ້​ຄົນ​ໜຶ່ງ​ໄດ້ຮັບ​ຂອງປະທານ​ແຫ່ງ​ຄວາມເຊື່ອ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ, ໃຫ້​ຄົນ​ໜຶ່ງ​ມີ​ຂອງປະທານ​ໃນ​ການປິ່ນປົວພະຍາດ​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ​ນັ້ນ,

10 ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.

11 ສິ່ງ​ທັງໝົດ​ເຫລົ່ານີ້​ແມ່ນ​ພຣະວິນຍານ​ອົງ​ດຽວ​ກັນ​ທຳງານ ແລະ ພຣະອົງ​ໃຫ້​ສິ່ງ​ເຫລົ່ານີ້​ແກ່​ແຕ່ລະຄົນ​ຕາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້.


ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ ຫລາຍ​ອະໄວຍະວະ​ໃນ​ຮ່າງກາຍ

12 ເຖິງ​ແມ່ນ​ວ່າ​ມີ​ພຽງ​ຮ່າງກາຍ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ, ແຕ່​ອະໄວຍະວະ​ທັງໝົດ​ເຫລົ່ານັ້ນ​ກໍ​ຍັງ​ປະກອບ​ກັນ​ເປັນ​ກາຍ​ດຽວ, ພຣະຄຣິດເຈົ້າ​ກໍ​ເຊັ່ນ​ກັນ.

13 ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.

14 ດ້ວຍວ່າ ຮ່າງກາຍ​ນັ້ນ​ບໍ່​ໄດ້​ປະກອບ​ດ້ວຍ​ອະໄວຍະວະ​ດຽວ ແຕ່​ປະກອບ​ດ້ວຍ​ຫລາຍ​ອະໄວຍະວະ.

15 ບັດນີ້ ຖ້າ​ຕີນ​ຈະ​ເວົ້າ​ວ່າ, “ເພາະ​ຂ້ອຍ​ບໍ່​ແມ່ນ​ມື ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ຮ່າງກາຍ​ນັ້ນ”, ບໍ່ແມ່ນ​ເພາະ​ເຫດຜົນ​ນັ້ນ​ທີ່​ເຮັດ​ໃຫ້​ຕີນ​ຢຸດຕິ​ການ​ເປັນ​ອະໄວຍະວະ​ຂອງ​ຮ່າງກາຍ.

16 ແລະ ຖ້າ​ຫູ​ຈະ​ເວົ້າ​ວ່າ, “ເພາະ​ຂ້ອຍ​ບໍ່​ແມ່ນ​ຕາ, ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ຮ່າງກາຍ​ນັ້ນ”, ນັ້ນ​ບໍ່​ແມ່ນ​ເຫດຜົນ​ທີ່​ເຮັດ​ໃຫ້​ຫູ​ບໍ່​ໄດ້​ເປັນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.

17 ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍ​ເປັນ​ຕາ ການ​ໄດ້​ຍິນ​ຈະ​ຢູ່ໃສ? ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍ​ເປັນ​ຫູ ການດົມກິ່ນ​ຈະ​ຢູ່​ໃສ?

18 ແຕ່​ທີ່​ຈິງ​ແລ້ວ ພຣະເຈົ້າ​ຕັ້ງ​ອະໄວຍະວະ​ຕ່າງໆ​ໄວ້​ໃນ​ຮ່າງກາຍ, ທຸກໆ​ສ່ວນ​ຂອງ​ອະໄວຍະວະ​ນັ້ນ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ເປັນ​ຢູ່.

19 ຖ້າ​ອະໄວຍະວະ​ທັງໝົດ​ເປັນ​ອະໄວຍະວະ​ດຽວ​ກັນ ຮ່າງກາຍ​ຈະ​ມີ​ຢູ່ໃສ?

20 ດັ່ງນັ້ນ​ແຫລະ ມີ​ຫລາຍ​ອະໄວຍະວະ, ແຕ່​ເປັນ​ຮ່າງກາຍ​ດຽວ.

21 ຕາ​ບໍ່​ສາມາດ​ເວົ້າ​ກັບ​ມື​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ!” ແລະ ຫົວ​ບໍ່​ສາມາດ​ເວົ້າ​ກັບ​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງການ​ເຈົ້າ!”

22 ໃນ​ທາງ​ກົງກັນຂ້າມ ອະໄວຍະວະ​ຕ່າງໆ​ຂອງ​ຮ່າງກາຍ​ທີ່​ເບິ່ງ​ເໝືອນ​ວ່າ​ອ່ອນແອ​ກວ່າ​ກໍ​ຂາດ​ບໍ່​ໄດ້,

23 ແລະ ອະໄວຍະວະ​ທີ່​ພວກເຮົາ​ຄິດ​ວ່າ​ມີກຽດ​ໜ້ອຍ ພວກເຮົາ​ກໍ​ຍັງ​ຮັກສາ​ດ້ວຍ​ການ​ໃຫ້​ກຽດ​ເປັນ​ພິເສດ. ແລະ ອະໄວຍະວະ​ທີ່​ບໍ່​ໜ້າ​ເບິ່ງ ພວກເຮົາ​ກໍ​ເບິ່ງແຍງ​ເປັນ​ພິເສດ,

24 ສ່ວນ​ອະໄວຍະວະ​ຂອງ​ພວກເຮົາ​ທີ່​ໜ້າ​ເບິ່ງ​ຢູ່​ແລ້ວ​ກໍ​ບໍ່​ຕ້ອງ​ເບິ່ງແຍງ​ເປັນ​ພິເສດ. ແຕ່​ພຣະເຈົ້າ​ໄດ້​ຈັດວາງ​ອະໄວຍະວະ​ຕ່າງໆ​ຂອງ​ຮ່າງກາຍ​ເຂົ້າ​ຮ່ວມກັນ, ອະໄວຍະວະ​ທີ່​ບໍ່​ມີ​ກຽດ​ນັ້ນ​ພຣະອົງ​ໃຫ້​ກຽດ​ຫລາຍ​ຂຶ້ນ.

25 ເພື່ອ​ຈະ​ບໍ່​ມີ​ການ​ແຕກແຍກ​ກັນ​ໃນ​ຮ່າງກາຍ, ແຕ່​ເພື່ອ​ໃຫ້​ອະໄວຍະວະ​ຕ່າງໆ​ໃນ​ຮ່າງກາຍ​ຫ່ວງໃຍ​ກັນ.

26 ຖ້າ​ອະໄວຍະວະ​ໜຶ່ງ​ເຈັບ ທຸກ​ອະໄວຍະວະ​ກໍ​ເຈັບ​ດ້ວຍ​ກັນ; ຖ້າ​ອະໄວຍະວະ​ໜຶ່ງ​ໄດ້​ຮັບ​ກຽດ ທຸກ​ອະໄວຍະວະ​ກໍ​ຊື່ນຊົມຍິນດີ​ດ້ວຍ​ກັນ.

27 ບັດນີ້ ພວກເຈົ້າ​ທັງຫລາຍ​ເປັນ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ ພວກເຈົ້າ​ແຕ່ລະຄົນ​ເປັນ​ອະໄວຍະວະ​ຂອງ​ກາຍ​ນັ້ນ.

28 ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.

29 ທຸກຄົນ​ເປັນ​ອັກຄະສາວົກ​ບໍ? ທຸກຄົນ​ເປັນ​ຜູ້ທຳນວາຍ​ບໍ? ທຸກຄົນ​ເປັນ​ອາຈານ​ບໍ? ທຸກຄົນ​ເຮັດ​ການ​ອັດສະຈັນ​ບໍ?

30 ທຸກຄົນ​ມີ​ຂອງປະທານ​ໃນ​ການປິ່ນປົວພະຍາດ​ບໍ? ທຸກຄົນ​ເວົ້າ​ພາສາ​ແປກໆ​ບໍ? ທຸກຄົນ​ແປ​ໄດ້​ບໍ?

31 ແຕ່​ໃຫ້​ພວກເຮົາ​ຮ້ອນຮົນ​ສະແຫວງຫາ​ຂອງປະທານ​ທີ່​ໃຫຍ່​ກວ່າ​ນີ້. ແລະ ບັດນີ້ ເຮົາ​ຈະ​ສະແດງ​ຫົນທາງ​ທີ່​ດີເລີດ​ທີ່ສຸດ​ແກ່​ພວກເຈົ້າ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Lean sinn:



Sanasan