1 ໂກຣິນໂທ 11 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົ່ງເຮັດຕາມແບບຢ່າງຂອງເຮົາ, ເໝືອນດັ່ງເຮົາເຮັດຕາມແບບຢ່າງຂອງພຣະຄຣິດເຈົ້າ. ການປົກຫົວໃນບ່ອນນະມັດສະການ 2 ເຮົາຂໍຊົມເຊີຍພວກເຈົ້າທັງຫລາຍທີ່ລະນຶກເຖິງເຮົາໃນທຸກສິ່ງ ແລະ ຢຶດຖືທຳນຽມຕ່າງໆຕາມທີ່ເຮົາໄດ້ຖ່າຍທອດທຳນຽມເຫລົ່ານັ້ນໃຫ້ແກ່ພວກເຈົ້າ. 3 ແຕ່ເຮົາຢາກໃຫ້ພວກເຈົ້າໄດ້ຮັບຮູ້ວ່າ ພຣະຄຣິດເຈົ້າເປັນຫົວຂອງຜູ້ຊາຍທຸກຄົນ ແລະ ຜູ້ຊາຍກໍເປັນຫົວຂອງແມ່ຍິງ ແລະ ພຣະເຈົ້າເປັນຫົວຂອງພຣະຄຣິດເຈົ້າ. 4 ຜູ້ຊາຍທຸກຄົນທີ່ອະທິຖານ ຫລື ທຳນວາຍໂດຍມີຜ້າປົກຫົວຢູ່ ກໍເຮັດໃຫ້ຫົວຂອງຕົນເສຍກຽດ, 5 ແຕ່ແມ່ຍິງທຸກຄົນທີ່ອະທິຖານ ຫລື ທຳນວາຍໂດຍບໍ່ມີຜ້າປົກຫົວ ກໍເຮັດໃຫ້ຫົວຂອງນາງເສຍກຽດ ເໝືອນກັບວ່ານາງໄດ້ແຖຫົວ. 6 ເພາະວ່າຖ້າແມ່ຍິງບໍ່ປົກຫົວຂອງຕົນ, ນາງກໍຄວນຕັດຜົມຂອງນາງດ້ວຍ; ແຕ່ເປັນເລື່ອງໜ້າອາຍທີ່ແມ່ຍິງຈະຕັດຜົມ ຫລື ແຖຫົວຂອງນາງ, ດັ່ງນັ້ນ ນາງຄວນປົກຫົວຂອງນາງ. 7 ຜູ້ຊາຍບໍ່ຄວນປົກຫົວຂອງຕົນ, ເນື່ອງຈາກວ່າຜູ້ຊາຍເປັນແບບລັກສະນະ ແລະ ກຽດຕິຍົດຂອງພຣະເຈົ້າ ແຕ່ແມ່ຍິງເປັນກຽດຕິຍົດຂອງຜູ້ຊາຍ. 8 ເພາະຜູ້ຊາຍບໍ່ໄດ້ມາຈາກແມ່ຍິງ, ແຕ່ແມ່ຍິງມາຈາກຜູ້ຊາຍ; 9 ແລະ ບໍ່ໄດ້ສ້າງຜູ້ຊາຍໄວ້ສຳລັບແມ່ຍິງ ແຕ່ສ້າງແມ່ຍິງໄວ້ສຳລັບຜູ້ຊາຍ. 10 ເພາະເຫດຜົນນີ້ທີ່ແມ່ຍິງຈຶ່ງຄວນມີສິດອຳນາດເໜືອຫົວຂອງຕົນ, ເພາະເຫັນແກ່ບັນດາເທວະດາ. 11 ເຖິງຢ່າງໃດກໍຕາມ ໃນອົງພຣະຜູ້ເປັນເຈົ້າ ແມ່ຍິງບໍ່ໄດ້ເປັນອິດສະຫລະຈາກຜູ້ຊາຍ ແລະ ຜູ້ຊາຍບໍ່ໄດ້ເປັນອິດສະຫລະຈາກແມ່ຍິງ. 12 ເພາະວ່າ ແມ່ຍິງມາຈາກຜູ້ຊາຍ, ດັ່ງນັ້ນ ຜູ້ຊາຍກໍເກີດມາຈາກແມ່ຍິງເໝືອນກັນ. ແຕ່ທຸກສິ່ງແມ່ນມາຈາກພຣະເຈົ້າ. 13 ພວກເຈົ້າຈົ່ງພິຈາລະນາຕົນເອງວ່າ: ສົມຄວນ ຫລື ບໍ່ ສຳລັບແມ່ຍິງຈະອະທິຖານຕໍ່ພຣະເຈົ້າໂດຍບໍ່ປົກຫົວຂອງຕົນ? 14 ທຳມະຊາດຂອງສິ່ງເຫລົ່ານີ້ບໍ່ໄດ້ສອນພວກເຈົ້າບໍວ່າ ຖ້າຜູ້ຊາຍຈົ່ງຜົມຍາວນັ້ນກໍໜ້າອັບອາຍແກ່ຕົນເອງ, 15 ແຕ່ຖ້າແມ່ຍິງຈົ່ງຜົມຍາວນັ້ນ ກໍເປັນສະຫງ່າລາສີຂອງນາງບໍ່ແມ່ນບໍ? ເພາະຜົມຍາວມີໄວ້ໃຫ້ນາງເພື່ອປົກຫົວ. 16 ຖ້າຜູ້ໃດຈະຖົກຖຽງກ່ຽວກັບເລື່ອງນີ້ ພວກເຮົາກັບຄຣິສຕະຈັກຕ່າງໆຂອງພຣະເຈົ້າບໍ່ມີເລື່ອງປະຕິບັດຢ່າງອື່ນ. ການແກ້ໄຂຄວາມຜິດພາດໃນພິທີສິນມະຫາສະໜິດ (ມທ 26:26-28; ມຣກ 14:22-24; ລກ 22:17-20) 17 ໃນຄຳແນະນຳຕໍ່ໄປນີ້ ເຮົາບໍ່ມີຄຳຊົມເຊີຍພວກເຈົ້າດອກ, ເພາະການປະຊຸມຂອງພວກເຈົ້າມີຜົນເສຍຫລາຍກວ່າຜົນດີ. 18 ໃນປະເດັນທຳອິດ ເຮົາໄດ້ຍິນວ່າເມື່ອພວກເຈົ້າມາເຕົ້າໂຮມກັນໃນຖານະຄຣິສຕະຈັກນັ້ນ, ກໍມີການແບ່ງແຍກກັນໃນທ່າມກາງພວກເຈົ້າ ແລະ ເຮົາກໍເຊື່ອເລື່ອງນີ້ຢູ່ແດ່ໃນບາງຂອບເຂດ. 19 ບໍ່ຕ້ອງສົງໄສເລີຍວ່າ ໃນທ່າມກາງພວກເຈົ້າຕ້ອງມີຄວາມແຕກຕ່າງກັນ ເພື່ອຈະສະແດງໃຫ້ເຫັນວ່າຝ່າຍໃດທີ່ພຣະເຈົ້າເຫັນດ້ວຍ. 20 ເຫດສະນັ້ນ ເມື່ອພວກເຈົ້າມາເຕົ້າໂຮມກັນ, ທີ່ພວກເຈົ້າກິນນັ້ນກໍບໍ່ແມ່ນການຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ, 21 ເພາະເມື່ອພວກເຈົ້າກຳລັງຮັບປະທານອາຫານຢູ່ນັ້ນ, ບາງຄົນໃນພວກເຈົ້າກໍຮັບປະທານອາຫານຂອງຕົນກ່ອນ. ດ້ວຍເຫດນັ້ນ ຈຶ່ງມີຄົນໜຶ່ງທີ່ຍັງຫິວຢູ່ ແລະ ອີກຄົນໜຶ່ງກໍເມົາແລ້ວ. 22 ພວກເຈົ້າບໍ່ມີເຮືອນເພື່ອນັ່ງກິນ ແລະ ດື່ມບໍ? ຫລື ວ່າພວກເຈົ້າດູໝິ່ນຄຣິສຕະຈັກຂອງພຣະເຈົ້າດ້ວຍການເຮັດໃຫ້ຜູ້ທີ່ຂັດສົນໄດ້ຮັບຄວາມອັບອາຍ? ຈະໃຫ້ເຮົາເວົ້າຢ່າງໃດກັບພວກເຈົ້າ? ຈະໃຫ້ເຮົາຊົມເຊີຍພວກເຈົ້າເພາະສິ່ງນີ້ບໍ? ບໍ່ແມ່ນຢ່າງແນ່ນອນ! 23 ເພາະວ່າສິ່ງທີ່ເຮົາສົ່ງຕໍ່ແກ່ພວກເຈົ້ານັ້ນ ເຮົາໄດ້ຮັບມາຈາກອົງພຣະຜູ້ເປັນເຈົ້າຄື: ໃນຄືນທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ຖືກທໍລະຍົດນັ້ນ ພຣະອົງໄດ້ຈັບເອົາເຂົ້າຈີ່ 24 ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງຫັກເຂົ້າຈີ່ນັ້ນ ແລະ ກ່າວວ່າ, “ນີ້ຄືກາຍຂອງເຮົາ, ເຊິ່ງໃຫ້ແກ່ພວກເຈົ້າທັງຫລາຍ; ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”. 25 ຫລັງຈາກຮັບປະທານອາຫານແລງແລ້ວ ພຣະອົງກໍໄດ້ຈັບເອົາຈອກຂຶ້ນມາເຮັດຢ່າງດຽວກັນ ໂດຍກ່າວວ່າ, “ຈອກນີ້ຄືພັນທະສັນຍາໃໝ່ດ້ວຍເລືອດຂອງເຮົາ, ເມື່ອພວກເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”. 26 ເພາະເມື່ອໃດກໍຕາມທີ່ພວກເຈົ້າກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້ ພວກເຈົ້າກໍປະກາດເຖິງການຕາຍຂອງອົງພຣະຜູ້ເປັນເຈົ້າຈົນກວ່າພຣະອົງຈະມາ. 27 ເຫດສະນັ້ນ, ຜູ້ໃດກໍຕາມທີ່ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ສົມຄວນ ກໍໄດ້ເຮັດຜິດບາບຕໍ່ຮ່າງກາຍ ແລະ ໂລຫິດຂອງອົງພຣະຜູ້ເປັນເຈົ້າ. 28 ແຕ່ລະຄົນຈຶ່ງຄວນພິຈາລະນາເບິ່ງຕົນເອງກ່ອນທີ່ພວກເຂົາກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້. 29 ເພາະຜູ້ທີ່ກິນ ແລະ ດື່ມໂດຍບໍ່ໄດ້ຄຳນຶງເຖິງຮ່າງກາຍຂອງພຣະຄຣິດເຈົ້າກໍກິນ ແລະ ດື່ມສິ່ງທີ່ເປັນເຫດໃຫ້ຕົນເອງຖືກພິພາກສາລົງໂທດ. 30 ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນທ່າມກາງພວກເຈົ້າອ່ອນແຮງ ແລະ ເຈັບປ່ວຍ ແລະ ມີຈຳນວນໜຶ່ງໃນພວກເຈົ້າກໍໄດ້ຕາຍໄປ. 31 ແຕ່ຖ້າພວກເຮົາໄດ້ຄຳນຶງຕົນເອງຫລາຍຂຶ້ນແລ້ວ, ພວກເຮົາກໍຈະບໍ່ຕົກຢູ່ພາຍໃຕ້ການພິພາກສາດັ່ງກ່າວນັ້ນ. 32 ເຖິງຢ່າງໃດກໍຕາມ ເມື່ອອົງພຣະຜູ້ເປັນເຈົ້າພິພາກສາພວກເຮົາໃນວິທີນີ້, ພຣະອົງຕີສອນພວກເຮົາ ເພື່ອວ່າໃນທີ່ສຸດພວກເຮົາຈະບໍ່ໄດ້ຖືກຕັດສິນລົງໂທດຮ່ວມກັບໂລກ. 33 ດັ່ງນັ້ນແຫລະ, ພີ່ນ້ອງທັງຫລາຍເອີຍ ເມື່ອພວກເຈົ້າມາເຕົ້າໂຮມກັນເພື່ອຮັບປະທານນັ້ນ, ພວກເຈົ້າຄວນຈະຮັບປະທານຮ່ວມກັນ. 34 ຖ້າຜູ້ໃດຫິວກໍຄວນຮັບປະທານບາງຢ່າງທີ່ເຮືອນຂອງຕົນເສຍ, ເພື່ອວ່າເມື່ອພວກເຈົ້າມາຮ່ວມກັນ ພວກເຈົ້າຈຶ່ງຈະບໍ່ເປັນຕົ້ນເຫດໃນການພິພາກສາ. ແລະ ເມື່ອເຮົາມາ ເຮົາຈະໃຫ້ຂໍ້ແນະນຳເພີ່ມເຕີມ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.