1 ໂກຣິນໂທ 10 - ພຣະຄຳພີລາວສະບັບສະໄໝໃໝ່ຄຳຕັກເຕືອນຈາກປະຫວັດສາດຂອງອິດສະຣາເອນ 1 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮັບຮູ້ຄວາມຈິງທີ່ວ່າບັນພະບຸລຸດຂອງພວກເຮົາທຸກຄົນນັ້ນໄດ້ຢູ່ພາຍໃຕ້ເມກ ແລະ ພວກເພິ່ນໄດ້ຜ່ານທະເລໄປທຸກຄົນ. 2 ພວກເພິ່ນທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນໃນໂມເຊ ໃນເມກ ແລະ ໃນທະເລ. 3 ພວກເພິ່ນໄດ້ກິນອາຫານຝ່າຍວິນຍານຄືກັນ 4 ແລະ ໄດ້ດື່ມນໍ້າທິບຝ່າຍວິນຍານຄືກັນ, ພວກເພິ່ນໄດ້ດື່ມນ້ຳຈາກສີລາຝ່າຍວິນຍານທີ່ຮ່ວມເດີນທາງມາກັບພວກເພິ່ນ ແລະ ສີລານັ້ນກໍຄືພຣະຄຣິດເຈົ້າ. 5 ແຕ່ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ພໍໃຈກັບຄົນສ່ວນຫລາຍໃນພວກເພິ່ນ; ຊາກສົບຂອງພວກເພິ່ນຈຶ່ງຖືກກະຈັດກະຈາຍໄວ້ໃນຖິ່ນແຫ້ງແລ້ງກັນດານ. 6 ສິ່ງເຫລົ່ານີ້ໄດ້ເກີດຂຶ້ນເປັນຕົວຢ່າງເພື່ອຮັກສາພວກເຮົາຈາກການຕັ້ງໃຈຂອງພວກເຮົາໃສ່ສິ່ງຊົ່ວຮ້າຍເໝືອນດັ່ງທີ່ພວກເພິ່ນໄດ້ເຮັດ. 7 ຢ່າເປັນຜູ້ຂາບໄຫວ້ຮູບເຄົາລົບ ເໝືອນດັ່ງບາງຄົນໃນພວກເຂົາເປັນ; ດັ່ງທີ່ມີຖ້ອຍຄຳຂຽນໄວ້ວ່າ: “ປະຊາຊົນນັ່ງລົງເພື່ອກິນ ແລະ ດື່ມ ແລ້ວລຸກຂຶ້ນມ່ວນຊື່ນລື່ນເລີງໃນງານລ້ຽງເໝືອນຄົນນອກສາສະໜາ”. 8 ພວກເຮົາບໍ່ຄວນເຮັດຜິດສິນທຳທາງເພດ ເໝືອນດັ່ງບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍລົ້ມຕາຍລົງຊາວສາມພັນຄົນໃນມື້ດຽວ. 9 ພວກເຮົາບໍ່ຄວນທົດລອງພຣະຄຣິດເຈົ້າ, ເໝືອນດັ່ງທີ່ພວກເຂົາບາງຄົນໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍງູ. 10 ແລະ ຢ່າຈົ່ມ ເໝືອນດັ່ງທີ່ບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍເທວະດາແຫ່ງການທຳລາຍ. 11 ສິ່ງເຫລົ່ານີ້ໄດ້ເກີດຂຶ້ນແກ່ພວກເຂົາກໍເພື່ອເປັນຕົວຢ່າງ ແລະ ໄດ້ບັນທຶກໄວ້ເພື່ອເປັນການເຕືອນພວກເຮົາ ຜູ້ທີ່ຢູ່ໃນຈຸດສູງສຸດຂອງຍຸກທີ່ໄດ້ມາເຖິງແລ້ວ. 12 ດັ່ງນັ້ນ ຖ້າພວກເຈົ້າຄິດວ່າຕົນເອງຕັ້ງໝັ້ນຄົງແລ້ວ ກໍຈົ່ງລະວັງໃຫ້ດີເພື່ອພວກເຈົ້າຈະບໍ່ລົ້ມລົງ! 13 ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້. ງານລ້ຽງຂອງຮູບເຄົາລົບ ແລະ ພິທີສິນມະຫາສະໜິດ 14 ເຫດສະນັ້ນ ເພື່ອນທີ່ຮັກຂອງເຮົາເອີຍ, ຈົ່ງຫລີກໜີຈາກການຂາບໄຫວ້ຮູບເຄົາລົບ. 15 ເຮົາເວົ້າກັບຄົນທີ່ມີສະຕິ; ຈົ່ງພິຈາລະນາສິ່ງທີ່ເຮົາເວົ້ານັ້ນໂດຍພວກເຈົ້າເອງ. 16 ຈອກແຫ່ງການໂມທະນາຂອບພຣະຄຸນທີ່ເຮົາໄດ້ໂມທະນາຂອບພຣະຄຸນນັ້ນຄືການເຂົ້າຮ່ວມໃນເລືອດຂອງພຣະຄຣິດເຈົ້າບໍ່ແມ່ນບໍ? ແລະ ເຂົ້າຈີ່ທີ່ເຮົາໄດ້ຫັກນັ້ນຄືການເຂົ້າຮ່ວມໃນກາຍຂອງພຣະຄຣິດເຈົ້າບໍ່ແມ່ນບໍ? 17 ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາຜູ້ມີຫລາຍຄົນຈຶ່ງເປັນກາຍດຽວກັນ ເພາະພວກເຮົາທຸກຄົນຮ່ວມກິນເຂົ້າຈີ່ກ້ອນດຽວກັນ. 18 ຈົ່ງພິຈາລະນາເບິ່ງຊົນຊາດອິດສະຣາເອນ: ຜູ້ທີ່ກິນເຄື່ອງຖວາຍບູຊາກໍມີສ່ວນຮ່ວມໃນແທ່ນບູຊາບໍ່ແມ່ນບໍ? 19 ຖ້າເປັນຢ່າງນັ້ນ ເຮົາໝາຍຄວາມວ່າອາຫານທີ່ບູຊາໃຫ້ແກ່ຮູບເຄົາລົບນັ້ນມີຄວາມສຳຄັນຢ່າງນັ້ນບໍ? 20 ບໍ່ແມ່ນດອກ, ແຕ່ເຄື່ອງບູຊາຂອງຄົນທີ່ບໍ່ເຊື່ອພຣະເຈົ້ານັ້ນໄດ້ບູຊາແກ່ຜີມານຮ້າຍແລ້ວ ບໍ່ແມ່ນຖວາຍແກ່ພຣະເຈົ້າ ແລະ ເຮົາບໍ່ຢາກໃຫ້ພວກເຈົ້າເຂົ້າຮ່ວມກັບພວກຜີມານຮ້າຍເຫລົ່ານັ້ນ. 21 ພວກເຈົ້າບໍ່ສາມາດຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ຈາກຈອກຂອງຜີມານຮ້າຍດ້ວຍກັນ; ພວກເຈົ້າບໍ່ສາມາດຈະຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ ແລະ ໂຕະຂອງພວກຜີມານຮ້າຍ. 22 ພວກເຮົາກຳລັງພະຍາຍາມຍຸຍົງໃຫ້ອົງພຣະຜູ້ເປັນເຈົ້າອິດສາບໍ? ພວກເຮົາເຂັ້ມແຂງກວ່າພຣະອົງບໍ? ເສລີພາບຂອງຜູ້ທີ່ເຊື່ອ 23 ພວກເຈົ້າເວົ້າວ່າ: “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນປະໂຫຍດ. “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນການເສີມສ້າງຂຶ້ນ. 24 ທຸກຄົນບໍ່ຄວນເຫັນແກ່ຜົນປະໂຫຍດຕົນເອງ ແຕ່ຈົ່ງເຫັນແກ່ຜົນປະໂຫຍດຂອງຜູ້ອື່ນ. 25 ຊີ້ນທີ່ວາງຂາຍຕາມຕະຫລາດນັ້ນກໍກິນໄດ້ໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ, 26 ເພາະວ່າ, “ແຜ່ນດິນໂລກ ແລະ ທຸກສິ່ງໃນໂລກເປັນຂອງອົງພຣະຜູ້ເປັນເຈົ້າ”. 27 ຖ້າຄົນທີ່ບໍ່ເຊື່ອບາງຄົນເຊີນພວກເຈົ້າໄປຮ່ວມຮັບປະທານອາຫານ ແລະ ພວກເຈົ້າຕ້ອງການຈະໄປ ຈົ່ງກິນສິ່ງທີ່ວາງຢູ່ຕໍ່ໜ້າພວກເຈົ້າໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ. 28 ແຕ່ຖ້າມີຜູ້ໃດມາບອກພວກເຈົ້າວ່າ, “ອາຫານນີ້ໄດ້ຖືກມອບໃຫ້ບູຊາແກ່ຮູບເຄົາລົບແລ້ວ”, ກໍຢ່າກິນອາຫານນັ້ນ, ເພື່ອເຫັນແກ່ທັງຄົນທີ່ບອກພວກເຈົ້າ ແລະ ເຫັນແກ່ຈິດສຳນຶກ. 29 ເຮົາກຳລັງໝາຍເຖິງຈິດສຳນຶກຂອງຄົນອື່ນ, ບໍ່ແມ່ນຂອງພວກເຈົ້າ. ເພາະເປັນຫຍັງເສລີພາບຂອງເຮົາຈຶ່ງຖືກຕັດສິນໂດຍຈິດສຳນຶກຂອງຄົນອື່ນ? 30 ຖ້າເຮົາມີສ່ວນຮ່ວມໃນອາຫານນັ້ນດ້ວຍການໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ເປັນຫຍັງເຮົາຈຶ່ງຖືກຕຳໜິເພາະສິ່ງທີ່ເຮົາໄດ້ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ? 31 ດັ່ງນັ້ນ, ບໍ່ວ່າພວກເຈົ້າຈະກິນ ຫລື ຈະດື່ມ ຫລື ຈະເຮັດສິ່ງໃດກໍຕາມ, ຈົ່ງເຮັດທຸກສິ່ງໃຫ້ເປັນທີ່ຖວາຍກຽດຕິຍົດແດ່ພຣະເຈົ້າ. 32 ຢ່າເປັນຕົ້ນເຫດທີ່ເຮັດໃຫ້ຜູ້ໃດສະດຸດໃຈ ບໍ່ວ່າຈະເປັນຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກຂອງພຣະເຈົ້າ 33 ເໝືອນດັ່ງເຮົາທີ່ພະຍາຍາມຈະເຮັດໃຫ້ທຸກຄົນພໍໃຈໃນທຸກດ້ານ. ເພາະວ່າເຮົາບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງເຮົາເອງ ແຕ່ເປັນຜົນປະໂຫຍດຂອງຄົນທັງຫລາຍ, ເພື່ອວ່າພວກເຂົາຈະໄດ້ພົ້ນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.