1 ໂກຣິນໂທ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ທີ່ໄດ້ຮັບການເອີ້ນໃຫ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງຂອງພວກເຮົາ, 2 ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ: 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າຂອງພວກເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ. ຂອບພຣະຄຸນພຣະເຈົ້າ 4 ເຮົາຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ເພາະພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ພວກເຈົ້າໃນພຣະຄຣິດເຈົ້າເຢຊູ. 5 ເພາະໃນພຣະອົງນັ້ນພວກເຈົ້າໄດ້ຮັບຄວາມຈະເລີນຂຶ້ນໃນທຸກດ້ານ ຄືດ້ວຍວາຈາທຸກປະເພດ ແລະ ດ້ວຍຄວາມຮູ້ທຸກຢ່າງຂອງພວກເຈົ້າ 6 ດັ່ງນັ້ນພຣະເຈົ້າຈຶ່ງຢືນຢັນຄຳພະຍານຂອງພວກເຮົາກ່ຽວກັບພຣະຄຣິດເຈົ້າໃນທ່າມກາງພວກເຈົ້າ. 7 ເຫດສະນັ້ນ ພວກເຈົ້າຈຶ່ງບໍ່ຂາດຂອງປະທານຝ່າຍວິນຍານໃດໆໃນຂະນະທີ່ພວກເຈົ້າລໍຄອຍຢ່າງຈົດຈໍ່ເພື່ອການມາປາກົດຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 8 ພຣະອົງຈະຮັກສາພວກເຈົ້າໃຫ້ຕັ້ງໝັ້ນຄົງຢູ່ຈົນເຖິງວັນສຸດທ້າຍ, ເພື່ອວ່າພວກເຈົ້າຈະບໍ່ມີຕຳໜິໃນວັນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. 9 ພຣະເຈົ້າສັດຊື່ ຜູ້ທີ່ໄດ້ເອີ້ນພວກເຈົ້າທັງຫລາຍໃຫ້ເຂົ້າຮ່ວມສາມັກຄີທຳກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ການແຕກແຍກໃນຄຣິສຕະຈັກ 10 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ. 11 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ມີບາງຄົນໃນຄອບຄົວຂອງນາງຂະໂລເອໄດ້ບອກເຮົາວ່າເກີດມີການຜິດຖຽງກັນໃນທ່າມກາງພວກເຈົ້າ. 12 ໃນສິ່ງເຮົາໝາຍເຖິງຄື: ຄົນໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້ອຍຕິດຕາມໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມອາໂປໂລ”; ຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມເກຟາ” ແລະ ຍັງມີຜູ້ໜຶ່ງອີກເວົ້າວ່າ, “ຂ້ອຍຕິດຕາມພຣະຄຣິດເຈົ້າ”. 13 ພຣະຄຣິດເຈົ້າຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງເທິງໄມ້ກາງແຂນເພື່ອພວກເຈົ້າບໍ? ພວກເຈົ້າໄດ້ຮັບບັບຕິສະມາເຂົ້າໃນນາມຂອງ ໂປໂລ ຊັ້ນບໍ? 14 ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ໃຫ້ຜູ້ໃດໃນພວກເຈົ້າບັບຕິສະມາຈາກເຮົາ ນອກຈາກທ່ານກີສະໂປ ແລະ ທ່ານໄຄໂຢ. 15 ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດສາມາດເວົ້າໄດ້ວ່າພວກເຈົ້າໄດ້ບັບຕິສະມາໃນນາມຂອງເຮົາ. 16 (ແມ່ນແທ້, ເຮົາໄດ້ໃຫ້ບັບຕິສະມາແກ່ຄົນໃນຄອບຄົວຂອງສະເຕຟານາດ້ວຍ; ນອກຈາກນັ້ນ ເຮົາຈື່ບໍ່ໄດ້ວ່າເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ.) 17 ເພາະພຣະຄຣິດເຈົ້າບໍ່ໄດ້ໃຊ້ເຮົາມາເພື່ອໃຫ້ບັບຕິສະມາ, ແຕ່ເພື່ອໃຫ້ປະກາດຂ່າວປະເສີດ ໂດຍບໍ່ໄດ້ໃຊ້ສະຕິປັນຍາ ແລະ ໂວຫານຂອງມະນຸດ, ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດເຈົ້ານັ້ນຈະໝົດລິດອຳນາດໄປ. ການຖືກຄຶງຂອງພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ 18 ເພາະຂໍ້ຄວາມທີ່ກ່ຽວກັບໄມ້ກາງແຂນນັ້ນຖືວ່າເປັນເລື່ອງໂງ່ຕໍ່ຄົນທີ່ກຳລັງຈະຈິບຫາຍ, ແຕ່ຕໍ່ພວກເຮົາທີ່ກຳລັງຈະພົ້ນນັ້ນ ຖືວ່າເປັນລິດອຳນາດຂອງພຣະເຈົ້າ. 19 ເພາະມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ: “ເຮົາຈະທຳລາຍສະຕິປັນຍາຂອງຄົນມີປັນຍາ; ເຮົາຈະເຮັດໃຫ້ຄວາມສະຫລາດຂອງຄົນສະຫລາດໄຮ້ຜົນ”. 20 ຄົນມີປັນຍາຢູ່ໃສ? ຫລື ຄູສອນກົດບັນຍັດຢູ່ໃສ? ນັກປັດຊະຍາຂອງຄົນຍຸກນີ້ຢູ່ໃສ? ພຣະເຈົ້າບໍ່ໄດ້ເຮັດໃຫ້ສະຕິປັນຍາຂອງໂລກນີ້ໂງ່ບໍ? 21 ເພາະໂດຍປັນຍາຂອງພຣະເຈົ້ານັ້ນ ໂລກບໍ່ອາດຮູ້ຈັກພຣະອົງດ້ວຍສະຕິປັນຍາຂອງຕົນເອງ. ພຣະເຈົ້າຈຶ່ງພໍໃຈທີ່ຈະຊ່ວຍບັນດາຜູ້ທີ່ເຊື່ອໃຫ້ພົ້ນໂດຍຄຳເທດສະໜາເລື່ອງທີ່ຖືວ່າໂງ່. 22 ຊາວຢິວຮຽກຮ້ອງໝາຍສຳຄັນ ແລະ ຊາວກຣີກກໍສະແຫວງຫາສະຕິປັນຍາ, 23 ແຕ່ພວກເຮົາເທດສະໜາເລື່ອງພຣະຄຣິດເຈົ້າຜູ້ຖືກຄຶງເທິງໄມ້ກາງແຂນ ເຊິ່ງເປັນຫີນທີ່ສະດຸດສຳລັບຊາວຢິວ ແລະ ຖືວ່າເປັນເລື່ອງໂງ່ສຳລັບບັນດາຄົນຕ່າງຊາດ, 24 ແຕ່ສຳລັບບັນດາຜູ້ທີ່ພຣະເຈົ້າເອີ້ນ, ທັງຊາວຢິວ ແລະ ຊາວກຣີກ, ພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ. 25 ເພາະຄວາມໂງ່ຂອງພຣະເຈົ້າກໍຍັງສະຫລາດກວ່າສະຕິປັນຍາຂອງມະນຸດ ແລະ ຄວາມອ່ອນແອຂອງພຣະເຈົ້າ ກໍຍັງເຂັ້ມແຂງກວ່າກຳລັງຂອງມະນຸດ. 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າເຄີຍເປັນຢ່າງໃດເມື່ອພຣະເຈົ້າເອີ້ນພວກເຈົ້າ. ໃນພວກເຈົ້າມີໜ້ອຍຄົນທີ່ສະຫລາດຕາມມາດຕະຖານຂອງມະນຸດ; ມີໜ້ອຍຄົນທີ່ມີອຳນາດ, ມີໜ້ອຍຄົນທີ່ມີການກຳເນີດທີ່ສູງສົ່ງ. 27 ແຕ່ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າໂງ່ ເພື່ອໃຫ້ຄົນສະຫລາດອັບອາຍ; ພຣະເຈົ້າໄດ້ເລືອກສິ່ງທີ່ໂລກເຫັນວ່າອ່ອນແອ ເພື່ອໃຫ້ຄົນແຂງແຮງອັບອາຍ, 28 ພຣະເຈົ້າໄດ້ເລືອກສິ່ງທີ່ຕ່ຳຕ້ອຍຂອງໂລກ ແລະ ສິ່ງທີ່ພວກເຂົາດູໝິ່ນ ແລະ ສິ່ງທີ່ບໍ່ສຳຄັນຫຍັງ ເພື່ອລຶບລ້າງສິ່ງທີ່ໂລກຖືວ່າສຳຄັນ, 29 ເພື່ອວ່າຈະບໍ່ມີຜູ້ໃດຈະໂອ້ອວດໄດ້ຕໍ່ໜ້າພຣະອົງ. 30 ເພາະໂດຍພຣະອົງ ພວກເຈົ້າຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ ຜູ້ເປັນປັນຍາຈາກພຣະເຈົ້າເພື່ອເຮົາ ນັ້ນຄືເປັນຄວາມຊອບທຳ, ຄວາມບໍລິສຸດ ແລະ ການໄຖ່ຂອງພວກເຮົາ. 31 ເຫດສະນັ້ນ, ດັ່ງທີ່ມີຂໍ້ຄວາມໄດ້ຖືກຂຽນໄວ້ໃນພຣະຄຳພີວ່າ: “ຜູ້ທີ່ອວດ ຈົ່ງອວດອົງພຣະຜູ້ເປັນເຈົ້າ”. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.