ຟີລິບປອຍ 3 - ພຣະຄຳພີສັກສິຄວາມຊອບທຳອັນແທ້ຈິງ 1 ທ້າຍສຸດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າເທີ້ນ. ການທີ່ເຮົາຂຽນຊໍ້າຂໍ້ຄວາມ ຊຶ່ງເຮົາໄດ້ຂຽນກ່ອນໜ້ານັ້ນ ບໍ່ເປັນສິ່ງທີ່ລຳບາກແກ່ເຮົາດອກ ແຕ່ເປັນສິ່ງທີ່ປອດໄພແກ່ພວກເຈົ້າຫລາຍຂຶ້ນ. 2 ຈົ່ງລະວັງພວກໝາ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອເຖືອໜັງ. 3 ເພາະວ່າເຮົາທັງຫລາຍເປັນພວກທີ່ຖືພິທີຕັດແທ້ ເປັນຜູ້ນະມັດສະການພຣະເຈົ້າດ້ວຍຈິດວິນຍານ ແລະເອົາພຣະເຢຊູຄຣິດເຈົ້າມາອວດ ແລະບໍ່ໄດ້ໄວ້ໃຈໃນຝ່າຍມະນຸດ. 4 ເຖິງແມ່ນວ່າເຮົາມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດກໍຕາມ ຖ້າຄົນອື່ນນຶກວ່າຕົນມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດນັ້ນ ເຮົາກໍມີຫລາຍກວ່າເຂົາອີກ. 5 ຄືເມື່ອເຮົາເກີດມາໄດ້ແປດວັນ ເຮົາກໍໄດ້ຮັບພິທີຕັດ ເຮົາເປັນຄົນອິດສະຣາເອນ ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີ ເກີດຈາກຊາວເຮັບເຣີ ໃນດ້ານກົດບັນຍັດ ເຮົາກໍຢູ່ໃນຄະນະຟາຣີຊາຍ. 6 ໃນດ້ານໃຈຮ້ອນຮົນ, ເຮົາກໍໄດ້ຂົ່ມເຫັງຄຣິສຕະຈັກ ໃນດ້ານຄວາມຊອບທຳ ຊຶ່ງມີຢູ່ໂດຍກົດບັນຍັດ ເຮົາກໍບໍ່ມີທີ່ຕິຕຽນໄດ້. 7 ແຕ່ວ່າສິ່ງໃດທີ່ເປັນຄຸນປະໂຫຍດແກ່ເຮົາ ເຮົາຖືສິ່ງນັ້ນວ່າເປັນອັນໄຮ້ປະໂຫຍດແກ່ເຮົາແລ້ວ ເພາະເຫັນແກ່ພຣະຄຣິດ. 8 ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ 9 ແລະຈະໄດ້ປາກົດຢູ່ໃນພຣະອົງ ໂດຍບໍ່ມີຄວາມຊອບທຳໃນເຮົາເອງ ຊຶ່ງໄດ້ມາໂດຍກົດບັນຍັດ ແຕ່ມີມາໂດຍຄວາມເຊື່ອໃນພຣະຄຣິດ ເປັນຄວາມຊອບທຳທີ່ມາຈາກພຣະເຈົ້າ ຊຶ່ງອາໄສຄວາມເຊື່ອ. 10 ເຮົາຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະຮູ້ຈັກຣິດອຳນາດອັນປາກົດ ໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ ຄືຍອມຮັບຄວາມຕາຍເໝືອນຢ່າງພຣະອົງ, 11 ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຄືນມາຈາກຕາຍດ້ວຍ. ບາກບັ່ນມຸ່ງໜ້າໄປສູ່ຫລັກໄຊ 12 ບໍ່ແມ່ນວ່າເຮົາໄດ້ຮັບແລ້ວ ຫລືວ່າເຖິງທີ່ສຳເລັດແລ້ວ, ແຕ່ເຮົາກຳລັງບາກບັ່ນມຸ່ງໜ້າໄປ ເພື່ອຈະໄດ້ຮັບເອົາເປັນຂອງຕົນ ເໝືອນດັ່ງພຣະຄຣິດເຈົ້າເຢຊູໄດ້ຊົງຮັບເຮົາໄວ້ເປັນຂອງພຣະອົງແລ້ວ. 13 ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາໄດ້ຮັບແລ້ວ ແຕ່ເຮົາເຮັດຢ່າງໜຶ່ງ ຄືລືມສິ່ງເຫຼົ່ານັ້ນທີ່ຜ່ານພົ້ນໄປແລ້ວເສຍ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງໜ້າ. 14 ເຮົາກຳລັງບາກບັ່ນມຸ່ງໜ້າໄປສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນຄືຊີວິດ ຊຶ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະຄຣິດເຈົ້າເຢຊູ ໃຫ້ໄປຮັບຢູ່ເບື້ອງເທິງ. 15 ເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຝ່າຍຄວາມເຊື່ອ ຄວນຄິດຢ່າງດຽວກັນນີ້ ແຕ່ຖ້າບາງຄົນໃນພວກເຈົ້າຄິດຢ່າງອື່ນ ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງ. 16 ຖ້າພວກເຮົາເຖິງຂັ້ນໃດແລ້ວ ກໍໃຫ້ພວກເຮົາດຳເນີນຊື່ໄປຕາມນັ້ນ. 17 ພີ່ນ້ອງທັງຫລາຍເອີຍ ຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ແລະເບິ່ງຄົນເຫຼົ່ານັ້ນທີ່ເຮັດຕາມແບບຢ່າງດຽວກັນ ເໝືອນດັ່ງທີ່ພວກເຈົ້າເອົາໃຈໃສ່ເຮັດຕາມແບບຢ່າງເຮົາແລ້ວນັ້ນ. 18 ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລ້ວ ແລະບັດນີ້ ເຮົາກໍຂໍບອກຊໍ້າອີກດ້ວຍນໍ້າຕາໄຫລວ່າ ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດ. 19 ປາຍທາງຂອງຄົນເຫຼົ່ານັ້ນຄືຄວາມຈິບຫາຍ ເພາະພຣະຂອງພວກເຂົາແມ່ນທ້ອງຂອງພວກເຂົາເອງ ພວກເຂົາອວດອ້າງໃນສິ່ງທີ່ໜ້າອັບອາຍ ແລະພວກເຂົາສົນໃຈນຳແຕ່ສິ່ງຂອງຝ່າຍໂລກນີ້. 20 ແຕ່ບ້ານເມືອງຂອງເຮົາທັງຫລາຍນັ້ນຢູ່ໃນສະຫວັນ ແລະຄອງຄອຍພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຊຶ່ງຈະສະເດັດມາຈາກສະຫວັນ ຄືອົງພຣະເຢຊູຄຣິດເຈົ້າ. 21 ພຣະອົງຈະປ່ຽນແປງຮ່າງກາຍອັນຕໍ່າຕ້ອຍ ແລະຕາຍເປັນຂອງພວກເຮົາ ໃຫ້ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ ດ້ວຍຣິດທານຸພາບທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ການບັງຄັບຂອງພຣະອົງ. |
@ 2012 United Bible Societies. All Rights Reserved.