ລະບຽບ^ພວກເລວີ 2 - ພຣະຄຳພີສັກສິເຄື່ອງຖວາຍພືດຜົນເປັນເມັດ 1 ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ 2 ແລະໃຫ້ລາວນຳສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກຳໜຶ່ງ ພ້ອມນໍ້າມັນແລະເຄື່ອງຫອມ ມາເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 3 ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ. 4 ຖ້າເຄື່ອງຖວາຍນັ້ນເປັນເຂົ້າຈີ່ທີ່ອົບໃສ່ເຕົາແລ້ວ ຕ້ອງໃຫ້ເປັນເຂົ້າຈີ່ບໍ່ມີເຊື້ອແປ້ງ; ມັນອາດເຮັດເປັນກ້ອນປົນນໍ້າມັນໝາກກອກເທດ ຫລືເປັນເຂົ້າໜົມແຜ່ນບາງໆທາກັບນໍ້າມັນໝາກກອກເທດກໍໄດ້. 5 ຖ້າເຄື່ອງຖວາຍເປັນເຂົ້າຈີ່ປີ້ງທີ່ເທິງເຫຼັກປີ້ງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແຕ່ບໍ່ໃຫ້ມີເຊື້ອແປ້ງ. 6 ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ. 7 ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂາງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແລ້ວຈຶ່ງຈືນ. 8 ຈົ່ງນຳເຂົ້າໜົມຈືນນັ້ນມາຖວາຍແກ່ພຣະເຈົ້າຢາເວ ໂດຍມອບໃຫ້ປະໂຣຫິດຜູ້ຈະນຳໄປວາງເທິງແທ່ນບູຊາ. 9 ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 10 ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ. 11 ພືດຜົນເປັນເມັດໃດໆຊຶ່ງນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າຖວາຍອາຫານໃດໆທີ່ມີເຊື້ອແປ້ງ ຫລືນໍ້າເຜິ້ງແກ່ພຣະເຈົ້າຢາເວເປັນເດັດຂາດ. 12 ພືດຜົນເປັນເມັດຫົວປີທີ່ພວກເຈົ້າເກັບກ່ຽວໄດ້ແຕ່ລະປີນັ້ນ ຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວ ແລະເຄື່ອງຖວາຍເຊັ່ນນີ້ຢ່າໄດ້ເຜົາເທິງແທ່ນບູຊາດ້ວຍໄຟ. 13 ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກໆຊະນິດທີ່ນຳມາຖວາຍນັ້ນ ເພາະວ່າເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ). 14 ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ. 15 ຈົ່ງຖອກນໍ້າມັນໝາກກອກເທດໃສ່ ແລະເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ. 16 ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນໍ້າມັນ ແລະເຄື່ອງຫອມທັງໝົດ ຖວາຍແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ. |
@ 2012 United Bible Societies. All Rights Reserved.