ຟີລິບປອຍ INTRO1 - ພຣະຄຳພີລາວສະບັບສະໄໝໃໝ່ຄຳນຳ ໃນ​ການ​ເດີນທາງ​ຄັ້ງ​ທີ​ສອງ​ຂອງ​ອັກຄະສາວົກ​ໂປໂລ​ເພື່ອ​ນຳ​ເອົາ​ຂ່າວປະເສີດ​ໄປ​ສູ່​ຄົນຕ່າງຊາດ​ທົ່ວ​ໂລກ​ນັ້ນ, ເພິ່ນ​ໄດ້​ຊ່ວຍ​ສ້າງ​ຕັ້ງ​ຄຣິສຕະຈັກ​ຂຶ້ນ​ໃນ​ເມືອງ​ຟີລິບປອຍ (ເບິ່ງ ກຈກ 16:11-40), ເຊິ່ງ​ເປັນ​ເມືອງຂຶ້ນ​ຂອງ​ທະຫານ​ໂຣມ​ທີ່​ກະສຽນ​ອາຍຸ​ແລ້ວ. ຊາວຟີລິບປອຍ​ໄດ້​ກາຍ​ເປັນ​ເພື່ອນ​ຂອງ​ໂປໂລ ແລະ ເປັນ​ຜູ້​ສະໜັບສະໜູນ​ເພິ່ນ​ໄປ​ຕະຫລອດ​ຊີວິດ. ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ​ເພິ່ນ​ຢູ່​ໃນ​ໂຣມ​ໃນ​ຖານະ​ນັກໂທດ, ພວກເຂົາ​ຈຶ່ງ​ໄດ້​ຮວບຮວມ​ເງິນ​ເພື່ອ​ຊ່ວຍເຫລືອ​ເພິ່ນ ແລະ ສົ່ງ​ເງິນ​ນັ້ນ​ໄປ​ກັບ​ຄົນ​ໜຶ່ງ​ທີ່​ເປັນ​ສະມາຊິກ​ຂອງ​ພວກເຂົາ, ຊາຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເອປາໂຟດີໂຕ. ຕໍ່ມາ​ໂປໂລ​ໄດ້​ສົ່ງ​ເພິ່ນ​ກັບ​ຄືນ​ມາ​ພ້ອມ​ກັບ​ຈົດໝາຍ​ເພື່ອ​ຂອບໃຈ​ຊາວຟີລິບປອຍ​ສຳລັບ​ມິດຕະພາບ ແລະ ການ​ສະໜັບສະໜູນ​ຈາກ​ພວກເຂົາ. ໂປໂລ​ຮູ້​ວ່າ​ຊາວຟີລິບປອຍ​ກຳລັງ​ປະເຊີນ​ກັບ​ຄວາມຂັດແຍ້ງ​ຢ່າງ​ຫລວງຫລາຍ, ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເອົາ​ຂອງ​ຊີວິດ​ເພິ່ນ​ເອງ​ເປັນ​ແບບຢ່າງ​ໃນ​ການ​ຕອບສະໜອງ​ຕໍ່​ຄວາມຍາກລຳບາກ​ນັ້ນ​ດ້ວຍ​ຄວາມຍິນດີ. ຕະຫລອດ​ທັງ​ຄົນເຝົ້າຍາມ​ໃນ​ລາຊະວັງ​ທັງໝົດ​ນັ້ນ​ກໍ​ຄື ຢູ່​ໃນ​ໃຈກາງ​ອານາຈັກ​ຂອງ​ຂອງ​ກາຍຊາ ໂປໂລ​ກໍ​ປະກາດ​ຢ່າງ​ກ້າຫານ​ວ່າ​ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຄວາມປາຖະໜາ​ຂອງ​ໂປໂລ​ກໍ​ຄື​ການ​ທີ່​ຊາວຟີລິບປອຍ​ຈະ​ໄດ້​ຮັບ​ຄວາມໝັ້ນໃຈ​ຢ່າງ​ດຽວ​ກັນ ແລະ ກ້າ​ປະກາດ​ຂ່າວປະເສີດ​ຫລາຍ​ຂຶ້ນ​ໂດຍ​ບໍ່​ຕ້ອງ​ຢ້ານກົວ. ໃນ​ບົດເພງສັນລະເສີນ​ອັນ​ໜ້າອັດສະຈັນ, ໂປໂລ​ຮຽກຮ້ອງ​ໃຫ້​ຊາວ​ຟີລິບປອຍ​ມີ​ທັດສະນະຄະຕິ​ຂອງ​ຜູ້ຮັບໃຊ້​ເໝືອນ​ກັບ​ພຣະເຢຊູເຈົ້າ. ພຣະອົງ​ບໍ່​ໄດ້​ຢຶດ​ຕິດ​ກັບ​ຖານະ​ອັນ​ສູງສົ່ງ​ຂອງ​ພຣະອົງ ແຕ່​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ​ຈົນ​ເຖິງ​ຄວາມຕາຍ ທັງໝົດ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ອື່ນ. ນີ້​ເປັນ​ວິຖີ​ໃໝ່​ໃນ​ການ​ເປັນ​ມະນຸດ​ທີ່​ໄດ້​ເປີດເຜີຍ​ໃນ​ອານາຈັກ​ຂອງ​ພຣະເຈົ້າ. ພວກເຮົາ​ເປັນ​ພົນລະເມືອງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ ແລະ ດັ່ງນັ້ນ​ພວກເຮົາ​ຈຶ່ງ​ລໍຖ້າ​ການ​ກັບ​ມາ​ຫາ​ພວກເຮົາ​ຂອງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຢ່າງ​ກະຕືລືລົ້ນ. ຫລັງຈາກ​ນັ້ນ​ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນ​ເໝືອນ​ຮ່າງກາຍ​ທີ່​ຟື້ນ​ຂຶ້ນ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.