Biblia Todo Logo
Online Bible

- Advertisements -


ຟີລິບປອຍ 4 - ພຣະຄຳພີລາວສະບັບສະໄໝໃໝ່


ຄຳຮຽກຮ້ອງ​ສຸດທ້າຍ​ເພື່ອ​ຄວາມໝັ້ນຄົງ ແລະ ຄວາມເປັນອັນໜຶ່ງອັນດຽວກັນ

1 ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!

2 ເຮົາ​ຂໍຮ້ອງ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ​ໃຫ້​ເປັນ​ເປັນ​ຜູ້​ມີ​ຄວາມຄິດ​ອັນ​ດຽວ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.

3 ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ຄຳ​ແນະນຳ​ສຸດທ້າຍ

4 ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ທຸກ​ເວລາ. ເຮົາ​ຂໍ​ຢ້ຳ​ອີກ​ວ່າ: ຈົ່ງ​ຊື່ນຊົມຍິນດີ!

5 ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.

6 ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.

7 ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.

8 ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.

9 ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນ​ຈາກ​ເຮົາ ຫລື ໄດ້​ເຫັນ​ໃນ​ເຮົາ ຈົ່ງ​ນໍາ​ເອົາ​ສິ່ງນັ້ນ​ໄປ​ປະຕິບັດ. ແລະ ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ.


ຂອບໃຈ​ສຳລັບ​ຂອງຝາກ​ຈາກ​ພີ່ນ້ອງ​ຊາວ​ຟີລິບປອຍ

10 ເຮົາ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ໃຫຍ່ ເພາະ​ໃນ​ທີ່ສຸດ​ພວກເຈົ້າ​ກໍ​ໄດ້​ຟື້ນຄືນ​ຄວາມຫ່ວງໃຍ​ຂອງ​ພວກເຈົ້າ​ຕໍ່​ເຮົາ​ອີກ. ຄວາມຈິງ​ແລ້ວ, ພວກເຈົ້າ​ກໍ​ຫ່ວງໃຍ​ເຮົາ​ຢູ່​ແລ້ວ, ແຕ່​ພວກເຈົ້າ​ບໍ່​ມີ​ໂອກາດ​ທີ່​ຈະ​ສະແດງ​ຄວາມຫ່ວງໃຍ​ນັ້ນ​ອອກ.

11 ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ເຮົາ​ກຳລັງ​ຂັດສົນ, ເພາະ​ເຮົາ​ຮຽນຮູ້​ທີ່​ຈະ​ພໍໃຈ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ.

12 ເຮົາ​ຮູ້​ວ່າ​ຍາມ​ຂາດເຂີນ​ເປັນ​ຢ່າງໃດ ແລະ ເຮົາ​ກໍ​ຮູ້​ວ່າ​ຍາມ​ມີ​ຢ່າງ​ອຸດົມສົມບູນ​ເປັນ​ຢ່າງໃດ ແລະ ເຮົາ​ໄດ້​ຮູ້ຈັກ​ຄວາມລັບ​ທີ່​ຈະ​ພໍໃຈ​ໃນ​ສະຖານະການ​ໃດໆ ແລະ ໃນ​ທຸກ​ສະຖານະການ, ບໍ່​ວ່າ​ຈະ​ອີ່ມ ຫລື ອຶດຢາກ, ບໍ່​ວ່າ​ຈະ​ມີຊີວິດ​ໃນ​ຄວາມອຸດົມສົມບູນ ຫລື ໃນ​ຄວາມຂັດສົນ.

13 ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.

14 ເຖິງປານນັ້ນ​ກໍ​ເປັນ​ຄວາມກະລຸນາ​ຂອງ​ພວກເຈົ້າ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.

15 ຫລາຍກວ່ານັ້ນ, ຕາມ​ທີ່​ພວກເຈົ້າ​ຊາວຟີລິບປອຍ​ກໍ​ຮູ້, ໃນ​ຕອນ​ທີ່​ພວກເຈົ້າ​ໄດ້​ຮູ້ຈັກ​ຂ່າວປະເສີດ​ທຳອິດ​ນັ້ນ, ຄື​ເມື່ອ​ເຮົາ​ໄດ້​ອອກ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ, ບໍ່​ມີ​ຄຣິສຕະຈັກ​ໃດ​ມີ​ສ່ວນຮ່ວມ​ໃນ​ລາຍຈ່າຍ ແລະ ລາຍໄດ້​ຂອງ​ເຮົາ​ເລີຍ, ຍົກເວັ້ນ​ພວກເຈົ້າ​ເທົ່ານັ້ນ;

16 ເພາະ​ແມ່ນແຕ່​ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ພວກເຈົ້າ​ກໍ​ຍັງ​ໄດ້​ສົ່ງ​ເຄື່ອງຊ່ວຍເຫລືອ​ມາ​ໃຫ້​ເຮົາ​ໃນ​ຍາມ​ທີ່​ເຮົາ​ຂັດສົນ​ຫລາຍ​ເທື່ອ.

17 ບໍ່​ແມ່ນ​ວ່າ​ເຮົາ​ປາຖະໜາ​ຢາກ​ໄດ້​ຂອງຖວາຍ​ຈາກ​ພວກເຈົ້າ; ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.

18 ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.

19 ແລະ ພຣະເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ສິ່ງ​ທີ່​ຈໍາເປັນ​ທຸກຢ່າງ​ແກ່​ພວກເຈົ້າ​ຈາກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າເຢຊູ.

20 ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ທັງຫລາຍ​ຕະຫລອດໄປ​ເປັນນິດ. ອາແມນ.


ຄຳທັກທາຍ​ສຸດທ້າຍ

21 ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະເຢຊູຄຣິດເຈົ້າ. ບັນດາ​ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ສົ່ງ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

22 ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ຢູ່​ໃນ​ວັງ​ຂອງ​ກາຍຊາ.

23 ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ອາແມນ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Follow us:



Advertisements