Biblia Todo Logo
Online Bible

- Advertisements -


ຟີລິບປອຍ 3 - ພຣະຄຳພີລາວສະບັບສະໄໝໃໝ່


ຢ່າ​ໝັ້ນໃຈ​ໃນ​ເນື້ອໜັງ

1 ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.

2 ຈົ່ງ​ລະວັງ​ພວກໝາ​ເຫລົ່ານັ້ນ, ພວກຄົນ​ເຮັດ​ຊົ່ວ​ເຫລົ່ານັ້ນ, ພວກຄົນ​ທີ່​ປາດ​ເນື້ອ​ເຖືອໜັງ​ເຫລົ່ານັ້ນ.

3 ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ

4 ເຖິງແມ່ນວ່າ ເຮົາ​ເອງ​ມີ​ເຫດຜົນ​ຫລາຍ​ປະການ​ທີ່​ຈະ​ໝັ້ນໃຈ​ເຊັ່ນ​ນັ້ນ. ຖ້າ​ຄົນ​ໃດ​ຄິດ​ວ່າ​ຕົນ​ມີ​ເຫດຜົນ​ທີ່​ຈະ​ໝັ້ນໃຈ​ໃນ​ເນື້ອໜັງ​ນັ້ນ ເຮົາ​ກໍ​ມີ​ຫລາຍ​ກວ່າ​ຄື:

5 ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິທີຕັດ, ເຮົາ​ເປັນ​ຄົນ​ອິດສະຣາເອນ, ຢູ່​ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ​ເກີດ​ຈາກ​ຊາວເຮີບເຣີ, ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ເປັນ​ຄົນ​ຟາຣີຊາຍ​ຜູ້​ໜຶ່ງ,

6 ໃນ​ດ້ານ​ຄວາມ​ຮ້ອນຮົນ ເຮົາ​ເຄີຍ​ຂົ່ມເຫັງ​ຄຣິສຕະຈັກ; ໃນ​ດ້ານ​ຄວາມຊອບທຳ​ຕາມ​ກົດບັນຍັດ ເຮົາ​ກໍ​ບໍ່ມີຂໍ້ບົກຜ່ອງ.

7 ແຕ່​ວ່າ​ສິ່ງໃດ​ທີ່​ເຄີຍ​ເປັນ​ປະໂຫຍດ​ແກ່​ເຮົາ ບັດນີ້ ເຮົາ​ຖື​ວ່າ​ໄຮ້ປະໂຫຍດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ.

8 ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ

9 ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.

10 ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,

11 ແລະ ເຖິງຢ່າງໃດກໍຕາມ ເພື່ອ​ຈະ​ໄດ້​ມາ​ເຖິງ​ການ​ເປັນຄືນມາ​ຈາກ​ຕາຍ​ດ້ວຍ.

12 ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.

13 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຖື​ວ່າ​ເຮົາ​ເອງ​ໄດ້​ຮັບເອົາ​ສິ່ງ​ນີ້​ມາ​ແລ້ວ. ແຕ່​ເຮົາ​ເຮັດ​ຢ່າງ​ໜຶ່ງ​ຄື: ລືມ​ສິ່ງ​ຢູ່​ເບື້ອງຫລັງ ແລະ ເອົາໃຈໃສ່​ສິ່ງ​ທີ່​ຢູ່​ຂ້າງໜ້າ,

14 ເຮົາ​ກຳລັງ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ເພາະ​ເປັນ​ລາງວັນ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ໄປ​ຮັບ​ຢູ່​ສະຫວັນ​ໃນ​ພຣະຄຣິດເຈົ້າເຢຊູ.


ການ​ປະຕິບັດຕາມ​ແບບຢ່າງ​ຂອງ​ໂປໂລ

15 ແລ້ວ​ພວກເຮົາ​ທຸກຄົນ​ທີ່​ເປັນ​ຜູ້ໃຫຍ່​ແລ້ວ​ຄວນ​ມີ​ທັດສະນະຄະຕິ​ຢ່າງ​ນີ້. ແລະ ຖ້າ​ພວກເຈົ້າ​ຄິດ​ແຕກຕ່າງ​ໄປ​ໃນ​ບາງ​ປະເດັນ, ພຣະເຈົ້າ​ກໍ​ຈະ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ນີ້​ຢ່າງ​ຈະແຈ້ງ​ດ້ວຍ.

16 ຂໍ​ພຽງ​ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້ຮັບ​ມາ​ແລ້ວ.

17 ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຮ່ວມກັນ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ ແລະ ຕາມ​ທີ່​ພວກເຈົ້າ​ມີ​ພວກເຮົາ​ປັນ​ແບບຢ່າງ, ຈົ່ງ​ເບິ່ງ​ຄົນ​ເຫລົ່ານັ້ນ​ທີ່​ດຳເນີນຊີວິດ​ຕາມ​ທີ່​ພວກເຮົາ​ເຮັດ.

18 ເພາະວ່າ, ດັ່ງ​ທີ່​ເຮົາ​ເຄີຍ​ບອກ​ພວກເຈົ້າ​ຫລາຍເທື່ອ​ແລ້ວ ແລະ ບັດນີ້​ກໍ​ບອກ​ພວກເຈົ້າ​ອີກ​ແມ່ນແຕ່​ດ້ວຍ​ນ້ຳຕາ, ມີ​ຫລາຍຄົນ​ທີ່​ດຳເນີນຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.

19 ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.

20 ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,

21 ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Follow us:



Advertisements