ຟີລິບປອຍ 1 - ພຣະຄຳພີລາວສະບັບສະໄໝໃໝ່1 ຈົດໝາຍສະບັບນີ້ຈາກເຮົາໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູທີ່ຢູ່ເມືອງຟີລິບປອຍ ພ້ອມທັງບັນດາຜູ້ປົກຄອງ ແລະ ຜູ້ດູແລທຸກຄົນ: 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາ ແລະ ຈາກພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ. ການໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ 3 ເຮົາກໍຂອບພຣະຄຸນພຣະເຈົ້າຂອງເຮົາທຸກຄັ້ງ ເມື່ອເຮົາລະນຶກເຖິງພວກເຈົ້າທັງຫລາຍ. 4 ທຸກຄັ້ງທີ່ເຮົາອະທິຖານເພື່ອພວກເຈົ້າທຸກຄົນ ເຮົາກໍອະທິຖານດ້ວຍຄວາມຊື່ນຊົມຍິນດີສະເໝີ 5 ເພາະວ່າພວກເຈົ້າມີສ່ວນຮ່ວມໃນຂ່າວປະເສີດຕັ້ງແຕ່ມື້ທຳອິດຈົນມາເຖິງດຽວນີ້, 6 ດ້ວຍຄວາມໝັ້ນໃຈໃນເລື່ອງນີ້ວ່າ ພຣະອົງຜູ້ເລີ່ມຕົ້ນການດີໃນພວກເຈົ້ານັ້ນຈະເຮັດໃຫ້ສຳເລັດຈົນເຖິງວັນແຫ່ງພຣະຄຣິດເຈົ້າເຢຊູ. 7 ເປັນການຖືກຕ້ອງແລ້ວທີ່ເຮົາຮູ້ສຶກແບບນີ້ກັບພວກເຈົ້າທຸກຄົນ, ເນື່ອງຈາກເຮົາມີພວກເຈົ້າຢູ່ໃນຫົວໃຈຂອງເຮົາ, ບໍ່ວ່າເຮົາກຳລັງຖືກລ່າມໂສ້ ຫລື ກຳລັງກ່າວປ້ອງກັນ ແລະ ກຳລັງຢືນຢັນຂ່າວປະເສີດຢູ່ກໍຕາມ, ພວກເຈົ້າທັງໝົດກໍໄດ້ຮັບສ່ວນແບ່ງໃນພຣະຄຸນຂອງພຣະເຈົ້າຮ່ວມກັບເຮົາ. 8 ພຣະເຈົ້າເປັນພະຍານໄດ້ວ່າເຮົາປາຖະໜາຈະພົບພວກເຈົ້າດ້ວຍຄວາມຮັກຂອງພຣະຄຣິດເຈົ້າເຢຊູຫລາຍຂະໜາດໃດ. 9 ແລະ ນີ້ແມ່ນຄຳອະທິຖານຂອງເຮົາຄື: ຂໍໃຫ້ຄວາມຮັກຂອງພວກເຈົ້າຈະເພີ່ມຂຶ້ນເລື້ອຍໆໃນຄວາມຮູ້ ແລະ ຄວາມເຂົ້າໃຈອັນເລິກເຊິ່ງ, 10 ເພື່ອວ່າພວກເຈົ້າທັງຫລາຍຈະສາມາດທົດສອບໄດ້ວ່າສິ່ງໃດດີທີ່ສຸດ ແລະ ເພື່ອພວກເຈົ້າຈະໄດ້ບໍລິສຸດ ແລະ ບໍ່ມີຕຳໜິສຳລັບວັນຂອງພຣະຄຣິດເຈົ້າ, 11 ເຊິ່ງເຕັມລົ້ນດ້ວຍຜົນຂອງຄວາມຊອບທຳທີ່ມາຜ່ານທາງພຣະເຢຊູຄຣິດເຈົ້າ ເພື່ອສະຫງ່າລາສີ ແລະ ການສັນລະເສີນພຣະເຈົ້າ. ການຖືກລ່າມໂສ້ຂອງໂປໂລເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ 12 ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ວ່າແທ້ຈິງແລ້ວສິ່ງທີ່ໄດ້ເກີດຂຶ້ນກັບເຮົານັ້ນ ກໍເພື່ອເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ. 13 ດັ່ງຜົນທີ່ປາກົດກໍຄື ທະຫານທຸກຄົນທີ່ຮັກສາລາຊະວັງ ແລະ ຄົນອື່ນໆກໍຮູ້ແຈ້ງທົ່ວກັນວ່າເຮົາຖືກລ່າມໂສ້ນັ້ນກໍເພື່ອພຣະຄຣິດເຈົ້າ. 14 ແລະ ເພາະການທີ່ເຮົາຖືກລ່າມໂສ້ນັ້ນ ເຮັດໃຫ້ພີ່ນ້ອງສ່ວນຫລາຍມີຄວາມໝັ້ນໃຈໃນອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍທຸກຄົນໃຫ້ປະກາດຂ່າວປະເສີດໂດຍບໍ່ໄດ້ຢ້ານກົວ. 15 ກໍເປັນຄວາມຈິງທີ່ບາງຄົນໄດ້ປະກາດພຣະຄຣິດເຈົ້າດ້ວຍຈິດໃຈທີ່ອິດສາ ແລະ ຊິງດີຊິງເດັ່ນກັນ, ແຕ່ກໍມີຄົນອື່ນທີ່ປະກາດດ້ວຍເຈດຕະນາດີ. 16 ຄົນກຸ່ມຕໍ່ມາປະກາດດ້ວຍຄວາມຮັກ, ເພາະຮູ້ວ່າເຮົາຖືກຂັງຢູ່ບ່ອນນີ້ກໍເພື່ອປ້ອງກັນຂ່າວປະເສີດ. 17 ສ່ວນຄົນພວກທຳອິດນັ້ນປະກາດພຣະຄຣິດເຈົ້າດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ, ບໍ່ຈິງໃຈ, ພວກເຂົາຫວັງຈະສ້າງຄວາມເດືອດຮ້ອນໃຫ້ເຮົາໃນຂະນະທີ່ຖືກລ່າມໂສ້ຢູ່. 18 ແຕ່ສິ່ງນີ້ຈະເປັນຫຍັງ? ສິ່ງສຳຄັນກໍຄືໃນທຸກໆດ້ານ ບໍ່ວ່າຈະເຮັດດ້ວຍແຮງຈູງໃຈທີ່ຜິດ ຫລື ຖືກ, ພວກເຂົາກໍໄດ້ປະກາດພຣະຄຣິດເຈົ້າແລ້ວ. ແລະ ເພາະສິ່ງນີ້ແຫລະເຮົາຈຶ່ງຊື່ນຊົມຍິນດີ. ແມ່ນແລ້ວ ແລະ ເຮົາຈະຊື່ນຊົມຍິນດີຕໍ່ໄປ, 19 ເພາະເຮົາຮູ້ວ່າຜ່ານທາງຄຳອະທິຖານຂອງພວກເຈົ້າ ແລະ ການຈັດຕຽມຂອງພຣະເຈົ້າໂດຍພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງທີ່ເກີດຂຶ້ນກັບເຮົາຈະເປັນການປົດປ່ອຍເຮົາໃຫ້ລອດພົ້ນ. 20 ເຮົາຄາດໝາຍ ແລະ ຫວັງຢ່າງກະຕືລືລົ້ນວ່າເຮົາຈະບໍ່ຖືກອັບອາຍໃນທາງໃດເລີຍ, ແຕ່ຈະມີຄວາມກ້າຫານພຽງພໍ ເພື່ອວ່າບັດນີ້ ພຣະຄຣິດເຈົ້າຈະໄດ້ຮັບກຽດເພາະຮ່າງກາຍຂອງເຮົາເໝືອນດັ່ງທີ່ເຄີຍໄດ້ຮັບມາຕະຫລອດ, ບໍ່ວ່າໂດຍການມີຊີວິດຢູ່ ຫລື ໂດຍຄວາມຕາຍກໍຕາມ. 21 ເພາະສຳລັບເຮົາ, ທີ່ຈະມີຊີວິດຢູ່ກໍເພື່ອພຣະຄຣິດເຈົ້າ ແລະ ທີ່ຈະຕາຍກໍເປັນກຳໄລ. 22 ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປ ນີ້ກໍຈະໝາຍຄວາມວ່າພາລະກິດຂອງເຮົາເກີດຜົນ. ແຕ່ເຮົາຈະເລືອກເອົາທາງໃດ? ເຮົາກໍບໍ່ຮູ້! 23 ເຮົາຍັງລັງເລໃຈຢູ່ລະຫວ່າງສອງທາງ ເຮົາປາຖະໜາຢາກຈາກໄປແລ້ວຢູ່ກັບພຣະຄຣິດເຈົ້າ, ເຊິ່ງປະເສີດຫລາຍກວ່າ, 24 ແຕ່ເປັນສິ່ງທີ່ຈຳເປັນສຳລັບພວກເຈົ້າຫລາຍກວ່າທີ່ເຮົາຍັງມີຊີວິດຢູ່ໃນຮ່າງກາຍ. 25 ເມື່ອແນ່ໃຈຢ່າງນີ້ແລ້ວ, ເຮົາກໍຮູ້ວ່າເຮົາຈະຍັງຢູ່ ແລະ ເຮົາຈະສືບຕໍ່ຢູ່ກັບພວກເຈົ້າທຸກຄົນເພື່ອຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີຂອງພວກເຈົ້າໃນຄວາມເຊື່ອ, 26 ເພື່ອວ່າເມື່ອເຮົາໄດ້ຢູ່ກັບພວກເຈົ້າອີກ ຄວາມໂອ້ອວດໃນພຣະຄຣິດເຈົ້າເຢຊູຂອງພວກເຈົ້າກໍຈະອຸດົມສົມບູນເນື່ອງຈາກເຮົາ. 27 ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ 28 ໂດຍບໍ່ມີຄວາມຢ້ານກົວອັນໃດຕໍ່ບັນດາຜູ້ທີ່ຕໍ່ຕ້ານພວກເຈົ້າ. ນີ້ເປັນເຄື່ອງໝາຍໃຫ້ພວກເຂົາຮູ້ວ່າພວກເຂົາຈະຖືກທຳລາຍ, ແຕ່ວ່າພວກເຈົ້າຈະລອດພົ້ນໂດຍພຣະເຈົ້າ. 29 ເພາະພຣະເຈົ້າໄດ້ໃຫ້ສິດທິພິເສດແກ່ພວກເຈົ້າໃນນາມພຣະຄຣິດເຈົ້າບໍ່ແມ່ນພຽງໃຫ້ພວກເຈົ້າເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ທົນທຸກເພາະເຫັນແກ່ພຣະອົງດ້ວຍ, 30 ເພາະພວກເຈົ້າເອງກໍກຳລັງຕໍ່ສູ້ຢ່າງດຽວກັນກັບທີ່ພວກເຈົ້າໄດ້ເຫັນເຮົາຕໍ່ສູ້ມາແລ້ວ ແລະ ບັດນີ້ ພວກເຈົ້າກໍໄດ້ຍິນວ່າເຮົາກໍຍັງຕໍ່ສູ້ຢູ່. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.