Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:6 - ພຣະຄຳພີສັກສິ

6 ຢ່າ​ທຸກຮ້ອນ​ໃຈ​ດ້ວຍ​ສິ່ງໃດ​ເລີຍ ແຕ່​ຈົ່ງ​ທູນ​ເລື່ອງ​ຄວາມ​ປາຖະໜາ​ທຸກຢ່າງ​ຂອງ​ພວກເຈົ້າ ຕໍ່​ພຣະເຈົ້າ​ດ້ວຍ​ການ​ພາວັນນາ​ອະທິຖານ ດ້ວຍ​ການ​ອ້ອນວອນ​ທູນ​ຂໍ ແລະ​ດ້ວຍ​ຈິດໃຈ​ໂມທະນາ​ຂອບພຣະຄຸນ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

6 ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.

See the chapter Copy




ຟີລິບປອຍ 4:6
45 Cross References  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ. ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແລະ​ຕອບ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ໃນວັນນີ້​ດ້ວຍ​ເທີ້ນ.


ແລ້ວ​ກະສັດ​ເຮເຊກີຢາ​ແລະ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກໍໄດ້​ພາວັນນາ​ອະທິຖານ​ໃນ​ເລື່ອງນັ້ນ​ແລະ​ຮ້ອງໄຫ້​ສູ່​ສະຫວັນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ຊ່ວຍ​ໄຂ​ສົບປາກ​ຂ້ານ້ອຍ​ແລະ​ຊ່ວຍ​ເວົ້າ​ແດ່ ເພື່ອ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.


ຈົ່ງ​ມອບ​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າຢາເວ​ສາ ພຣະອົງ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້. ພຣະອົງ​ບໍ່ເຄີຍ​ປະຖິ້ມ​ຄົນ​ສັດຊື່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ໂດຍ​ໃຫ້​ລາວ​ຖືກ​ພ່າຍແພ້.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.


ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ຈົ່ງ​ມອບ​ແຜນການ​ທັງສິ້ນ​ໄວ້​ກັບ​ພຣະເຈົ້າຢາເວ ແລະ​ທຸກສິ່ງ​ກໍ​ຈະ​ສຳເລັດຜົນ.


ນ້ອງ​ຄື​ນົກເຂົາ​ໂຕໜຶ່ງ ທີ່​ກຳລັງ​ລີ້ຊ່ອນ​ຕົວ ຢູ່​ຕາມວ່າງ​ຂອງ​ໂງ່ນຫີນ​ນັ້ນ. ຂໍ​ໃຫ້​ອ້າຍ​ໄດ້​ເຫັນ​ໜ້າ​ເປັນ​ຕາຮັກ​ຂອງນ້ອງ​ແດ່ ແລະ​ໃຫ້​ໄດ້ຍິນ​ສຽງ​ນິ້ມນວນ​ຂອງນ້ອງ​ແດ່​ນາ.


ຫລັງຈາກ​ຂ້າພະເຈົ້າ​ໄດ້​ມອບ​ໜັງສື​ຊື້ຂາຍ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລ້ວ ຂ້າພະເຈົ້າ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ,


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ຊັດຣາກ, ເມຊາກ, ອາເບັດເນໂກ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ພວກ​ຂ້ານ້ອຍ​ຈະ​ບໍ່​ຂໍ​ກ່າວ​ປ້ອງກັນ​ຕົວ​ເລີຍ.


ເມື່ອ​ດານີເອນ​ຮູ້ວ່າ​ໜັງສື​ຄຳສັ່ງ​ໄດ້​ເຊັນ​ລົງ​ໄປ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ. ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ເຮືອນ​ນັ້ນ ມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນໜ້າ​ໃສ່​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດານີເອນ​ໄດ້​ຄຸເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້, ພາວັນນາ​ອະທິຖານ ແລະ​ໂມທະນາ​ຂອບ​ພຣະຄຸນ​ຕໍ່​ພຣະເຈົ້າ​ຂອງເພິ່ນ ວັນ​ລະ​ສາມ​ເທື່ອ ດັ່ງ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ​ແຕ່ກ່ອນ.


ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ​ຂຶ້ນ​ໄປ​ນັ້ນ ຢ່າ​ຄິດ​ກະວົນ​ກະວາຍ​ເລີຍ​ວ່າ ພວກເຈົ້າ​ຈະ​ເວົ້າ​ຫຍັງ​ແດ່ ຫລື​ຈະ​ເວົ້າ​ແນວ​ໃດ, ເມື່ອ​ເຖິງ​ເວລາ​ນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ.


ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.


ເຫດສະນັ້ນ ຢ່າ​ກະວົນ​ກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ຈະ​ມີ​ເລື່ອງ​ກະວົນ​ກະວາຍ​ໃນໂຕ​ມັນເອງ ຄວາມທຸກ​ໃນ​ວັນໃດ​ກໍ​ພໍ​ແລ້ວ​ສຳລັບ​ວັນນັ້ນ.”


ດັ່ງນັ້ນ ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ ກ່ອນ​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ນາງ​ວ່າ, “ມາທາ ມາທາ​ເອີຍ ເຈົ້າ​ກັງວົນ ແລະ​ມົວ​ວຸ້ນວາຍ​ຢູ່​ກັບ​ຫລາຍ​ສິ່ງ​ແທ້​ໜໍ


ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ກະວົນ​ກະວາຍ​ເຖິງ​ຊີວິດ​ຂອງຕົນ​ວ່າ ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງກາຍ​ຂອງຕົນ​ວ່າ ຈະ​ນຸ່ງຫົ່ມ​ຫຍັງ.


“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ວ່າ ຈະ​ກິນ​ຫຍັງ ຫລື​ຈະ​ດື່ມ​ຫຍັງ. (


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກ​ສາວົກ​ຟັງ ເພື່ອ​ສັ່ງສອນ​ພວກເພິ່ນ​ວ່າ, ຈຳເປັນ​ຕ້ອງ​ໝັ່ນ​ພາວັນນາ​ອະທິຖານ​ຢູ່​ສະເໝີ ແລະ​ບໍ່​ໃຫ້​ທໍ້ຖອຍ​ໃຈ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ເຈົ້າ​ຖືກ​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ເມື່ອ​ຍັງ​ເປັນ​ທາດ​ຢູ່​ບໍ? ຢ່າ​ກະວົນ​ກະວາຍ, ແຕ່​ຖ້າ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ໄຖ່​ຕົນ​ໄດ້ ກໍ​ຈົ່ງ​ໃຫ້​ໂອກາດ​ນັ້ນ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຫລຸດພົ້ນ​ຈາກ​ຄວາມ​ກະວົນ​ກະວາຍ​ໃຈ ຊາຍ​ທີ່​ບໍ່​ແຕ່ງງານ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຮັດ​ໃຫ້​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.


ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ​ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ສະເໝີ​ສຳລັບ​ທຸກໆ​ສິ່ງ ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ແລະ​ຈົ່ງ​ໃຫ້​ສັນຕິສຸກ​ທີ່​ມາ​ຈາກ​ພຣະຄຣິດ​ຄຸ້ມຄອງ​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກາຍ​ອັນ​ດຽວ ກໍ​ເພື່ອ​ສັນຕິສຸກ​ນັ້ນ ແລະ​ພວກເຈົ້າ​ຈົ່ງ​ມີ​ໃຈ​ກະຕັນຍູ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


ຈົ່ງ​ອຸທິດ​ຕົວ​ໃນ​ການ​ພາວັນນາ​ອະທິຖານ ຈົ່ງ​ເຝົ້າ​ລະວັງ​ຢູ່​ໂດຍ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


ເຫດສະນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍຮ້ອງ​ເຈົ້າ​ທັງຫລາຍ ໃຫ້​ພາວັນນາ​ອະທິຖານ ໄຫວ້ວອນ ທູນຂໍ ແລະ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ


ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ຈົ່ງ​ປະ​ຄວາມ​ກະວົນ​ກະວາຍ​ຂອງ​ພວກເຈົ້າ​ໄວ້​ກັບ​ພຣະອົງ ເພາະວ່າ​ພຣະອົງ​ຊົງ​ຫ່ວງໃຍ​ພວກເຈົ້າ​ຢູ່.


ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ບັດນີ້ ດາວິດ​ເປັນທຸກໃຈ​ຫລາຍ​ທີ່ສຸດ ກໍ​ເພາະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ເກີດ​ມີ​ຄວາມ​ຂົມຂື່ນ ຍ້ອນ​ພວກເຂົາ​ສູນເສຍ​ລູກ​ເມຍ ແລະ​ພວກເຂົາ​ຕ່າງ​ກໍ​ຂູ່​ວ່າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ດາວິດ, ແຕ່​ດາວິດ​ໄດ້​ຊູ​ກຳລັງໃຈ​ຂຶ້ນ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Follow us:

Advertisements


Advertisements