ຟີລິບປອຍ 4:19 - ພຣະຄຳພີສັກສິ19 ແລະພຣະເຈົ້າຂອງເຮົາຈະຊົງໂຜດປະທານສາລະພັດ ທີ່ພວກເຈົ້າຂາດຢູ່ນັ້ນ ຈາກຊັບອັນຮຸ່ງເຮືອງຂອງພຣະອົງໃນພຣະຄຣິດເຈົ້າເຢຊູ. See the chapterພຣະຄຳພີລາວສະບັບສະໄໝໃໝ່19 ແລະ ພຣະເຈົ້າຂອງເຮົາຈະໃຫ້ສິ່ງທີ່ຈໍາເປັນທຸກຢ່າງແກ່ພວກເຈົ້າຈາກຄວາມຮັ່ງມີອັນສະຫງ່າລາສີຂອງພຣະອົງໃນພຣະຄຣິດເຈົ້າເຢຊູ. See the chapter |
ຈົ່ງນຳໜຶ່ງສ່ວນສິບເຕັມຈຳນວນມາທີ່ວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ແລະພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”