ຟີລິບປອຍ 4:17 - ພຣະຄຳພີສັກສິ17 ບໍ່ແມ່ນວ່າເຮົາປາຖະໜາຈະໄດ້ຮັບຂອງຖວາຍຈາກເຈົ້າທັງຫລາຍ ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າ ໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. See the chapterພຣະຄຳພີລາວສະບັບສະໄໝໃໝ່17 ບໍ່ແມ່ນວ່າເຮົາປາຖະໜາຢາກໄດ້ຂອງຖວາຍຈາກພວກເຈົ້າ; ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. See the chapter |
ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.