Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:14 - ພຣະຄຳພີສັກສິ

14 ເຖິງ​ປານນັ້ນ ກໍ​ເປັນ​ຄວາມ​ກະລຸນາ​ຂອງ​ເຈົ້າ​ທັງຫລາຍ ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

14 ເຖິງປານນັ້ນ​ກໍ​ເປັນ​ຄວາມກະລຸນາ​ຂອງ​ພວກເຈົ້າ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.

See the chapter Copy




ຟີລິບປອຍ 4:14
14 Cross References  

ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, ‘ເປັນ​ການດີ ທີ່​ເຈົ້າ​ຕັ້ງໃຈ​ຢາກ​ສ້າງ​ວິຫານ​ສຳລັບ​ເຮົາ,


ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, ‘ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ຢາກ​ສ້າງ​ວິຫານ​ເພື່ອ​ພຣະນາມ​ຂອງ​ເຮົາ,


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ຈົ່ງ​ສັ່ງ​ເຂົາ​ໃຫ້​ເຮັດ​ແຕ່​ຄຸນງາມ​ຄວາມດີ ເປັນ​ຄົນ​ຮັ່ງມີ​ໃນ​ການ​ກະທຳ​ດີ ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ​ພ້ອມ​ທີ່​ຈະ​ແບ່ງປັນ​ໃຫ້​ຄົນອື່ນ.


ບາງ​ເທື່ອ ພວກເຈົ້າ​ກໍ​ຖືກ​ຄົນ​ໝິ່ນປະໝາດ​ປະຈານ​ຂາຍໜ້າ ແລະ​ຖືກ​ຄົນ​ຂົ່ມເຫັງ​ໃຫ້​ປະຊາຊົນ​ເບິ່ງ ແລະ​ບາງ​ເທື່ອ ພວກເຈົ້າ​ກໍໄດ້​ເຂົ້າ​ຮ່ວມ​ທຸກ​ກັບ​ຄົນ​ທີ່​ຖືກ​ການ​ຢ່າງ​ດຽວກັນ​ນັ້ນ.


ພວກເຈົ້າ​ໄດ້​ເຂົ້າ​ສ່ວນ​ທົນທຸກ​ກັບ​ຄົນ​ທີ່​ຖືກ​ຄຸມຂັງ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງຂອງ ຂອງ​ພວກເຈົ້າ​ໄປ ພວກເຈົ້າ​ກໍ​ຍອມ​ໃຫ້​ເຂົາ​ເອົາ​ໄປ​ດ້ວຍ​ໃຈ​ຍິນດີ ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕົນ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ແລະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


Follow us:

Advertisements


Advertisements