Biblia Todo Logo
Online Bible

- Advertisements -




ຟີລິບປອຍ 4:10 - ພຣະຄຳພີສັກສິ

10 ໃນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

10 ເຮົາ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ​ຢ່າງ​ໃຫຍ່ ເພາະ​ໃນ​ທີ່ສຸດ​ພວກເຈົ້າ​ກໍ​ໄດ້​ຟື້ນຄືນ​ຄວາມຫ່ວງໃຍ​ຂອງ​ພວກເຈົ້າ​ຕໍ່​ເຮົາ​ອີກ. ຄວາມຈິງ​ແລ້ວ, ພວກເຈົ້າ​ກໍ​ຫ່ວງໃຍ​ເຮົາ​ຢູ່​ແລ້ວ, ແຕ່​ພວກເຈົ້າ​ບໍ່​ມີ​ໂອກາດ​ທີ່​ຈະ​ສະແດງ​ຄວາມຫ່ວງໃຍ​ນັ້ນ​ອອກ.

See the chapter Copy




ຟີລິບປອຍ 4:10
11 Cross References  

ເມື່ອ​ກະສັດ​ເຮເຊກີຢາ​ແລະ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນ​ເຄື່ອງ​ຖວາຍ​ທີ່​ຄົນ​ນຳ​ມາ​ຢ່າງ​ຫລວງຫລາຍ​ເຊັ່ນນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າຢາເວ ແລະ​ຊົມເຊີຍ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.


ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເຂັ້ມແຂງ​ຂຶ້ນ​ໃໝ່​ແດ່ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ໃນ​ອີກເທື່ອໜຶ່ງ ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ໃດ ຄື​ມີ​ຊີວິດ​ຢູ່​ໃຕ້ການ​ຄຸ້ມຄອງ​ຂອງເຮົາ​ນັ້ນ. ພວກເຂົາ​ຈະ​ປູກ​ເຂົ້າ ແລະ​ຮັບ​ຜົນ​ຫລາຍ​ດັ່ງ​ສວນອະງຸ່ນ ພວກເຂົາ​ຈະ​ມີ​ຊື່ສຽງ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ເລບານອນ​ນັ້ນ.


ແລະ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ​ທັງຫລາຍ ແລະ​ກຳລັງ​ຂາດເຂີນ ເຮົາ​ກໍ​ບໍ່ໄດ້​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ຜູ້ໃດ ເພາະວ່າ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ ໄດ້​ຊ່ວຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງເຮົາ. ເຮົາ​ໄດ້​ລະວັງຕົວ​ບໍ່​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ເຈົ້າ​ທັງຫລາຍ​ໃນ​ສິ່ງໃດ ແລະ​ຈະ​ລະວັງ​ຢ່າງ​ນັ້ນ​ຕໍ່ໄປ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ທຸກ​ເທື່ອ​ທີ່​ເຮົາ​ຄິດເຖິງ​ພວກເຈົ້າ ເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຈົ້າ​ຢູ່​ສະເໝີ,


ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.


Follow us:

Advertisements


Advertisements