ຟີລິບປອຍ 4:1 - ພຣະຄຳພີສັກສິ1 ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ຜູ້ເປັນທີ່ປາຖະໜາ ເປັນທີ່ຍິນດີ ແລະເປັນມົງກຸດຂອງເຮົາ ພວກທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ. See the chapterພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າເປັນຜູ້ທີ່ເຮົາຮັກ ແລະ ປາຖະໜາຫາ, ເປັນຄວາມຍິນດີ ແລະ ເປັນມົງກຸດຂອງເຮົາ, ເພື່ອນທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຄົງຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ! See the chapter |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.