Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:2 - ພຣະຄຳພີສັກສິ

2 ຈົ່ງ​ລະວັງ​ພວກ​ໝາ, ຈົ່ງ​ລະວັງ​ພວກ​ທີ່​ເຮັດ​ຊົ່ວຮ້າຍ, ຈົ່ງ​ລະວັງ​ພວກ​ຖື​ການ​ປາດເນື້ອ​ເຖືອໜັງ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ລະວັງ​ພວກໝາ​ເຫລົ່ານັ້ນ, ພວກຄົນ​ເຮັດ​ຊົ່ວ​ເຫລົ່ານັ້ນ, ພວກຄົນ​ທີ່​ປາດ​ເນື້ອ​ເຖືອໜັງ​ເຫລົ່ານັ້ນ.

See the chapter Copy




ຟີລິບປອຍ 3:2
31 Cross References  

ຈົ່ງ​ໜີ​ຈາກ​ຂ້ອຍ​ເຖີດ ເຈົ້າ​ຄົນຊົ່ວຮ້າຍ​ເອີຍ ຝ່າຍ​ຂ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ພຣະເຈົ້າ​ຂອງຂ້ອຍ.


ກຸ່ມ​ຄົນ​ຊົ່ວຮ້າຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ໄວ້​ຄືກັບ​ຝູງ​ໝາ​ອ້ອມຮອບ​ຂ້ານ້ອຍ; ໝາຍ​ຈະ​ກັດກິນ​ທັງ​ແທງ ມື​ແທງ​ຕີນ​ຂອງ​ຂ້ານ້ອຍ.


ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົມ​ດາບ ແລະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຝູງ​ໝາ​ຮ້າຍ​ເຫຼົ່ານີ້​ແດ່ທ້ອນ.


ຄົນ​ໂງ່ຈ້າ​ທີ່​ເຮັດ​ສິ່ງ​ໂງ່ໆ​ເປັນ​ຄັ້ງ​ທີ​ສອງ ກໍ​ເທົ່າກັບ​ໝາ​ຄືນ​ໄປ​ເລຍ​ກິນ​ຮາກ.


ໃນ​ເວລາ​ນັ້ນ ຫລາຍ​ຄົນ​ຈະ​ປະຖິ້ມ​ຄວາມເຊື່ອ​ຂອງຕົນ, ຈະ​ຫັກ​ຫລັງ​ກັນແລະກັນ ຈະ​ກຽດຊັງ​ຊຶ່ງກັນແລະກັນ.


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


“ຢ່າ​ເອົາ​ສິ່ງ​ທີ່​ບໍຣິສຸດ​ໂຍນ​ໃຫ້​ໝາ ຢ້ານ​ວ່າ​ມັນ​ຈະ​ຫັນ​ຄືນ​ມາ​ສວບ​ກັດ​ເຈົ້າ ຢ່າ​ໂຍນ​ໄຂ່ມຸກ​ໃສ່​ຕໍ່ໜ້າ​ໝູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢໍ່າ​ຖິ້ມ​ເທົ່ານັ້ນ.”


ເພາະວ່າ​ຄົນ​ຢິວ​ແທ້ ບໍ່ແມ່ນ​ເປັນ​ຢິວ​ແຕ່​ພາຍ​ນອກ ບໍ່ແມ່ນ​ຮັບ​ພິທີຕັດ​ພຽງ​ພາຍນອກ ແລະ​ຝ່າຍ​ເນື້ອກາຍ​ເທົ່ານັ້ນ.


ເພາະ​ຄົນ​ເຫຼົ່ານັ້ນ ເປັນ​ພຽງແຕ່​ຄູສອນ​ປອມ ເປັນ​ຄົນງານ​ທີ່​ຫລອກລວງ ແລະ​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.


ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ຄື​ຄວາມ​ຈິບຫາຍ ເພາະ​ພຣະ​ຂອງ​ພວກເຂົາ​ແມ່ນ​ທ້ອງ​ຂອງ​ພວກເຂົາ​ເອງ ພວກເຂົາ​ອວດອ້າງ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ພວກເຂົາ​ສົນໃຈ​ນຳ​ແຕ່​ສິ່ງ​ຂອງ​ຝ່າຍ​ໂລກນີ້.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


ຊຶ່ງ​ເກີດ​ແກ່​ພວກເຂົາ​ນັ້ນ ກໍ​ເໝືອນ​ດັ່ງ​ສຸພາສິດ​ອັນ​ຖືກຕ້ອງ​ທີ່​ວ່າ, “ໝາ​ໄດ້​ຫລົບ​ໄປ​ກິນ ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ ກໍ​ກັບ​ລົງ​ ໄປ​ນອນ​ລຸຍ​ໃນ​ບວກ​ອີກ.”


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


ເຮົາ​ຮູ້​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ຍາກຈົນ (ແຕ່​ທີ່​ຈິງ​ແລ້ວ​ເຈົ້າ​ກໍ​ຮັ່ງມີ) ເຮົາ​ຮູ້​ວ່າ​ເຈົ້າ​ຖືກ​ໃສ່ຮ້າຍ​ປ້າຍສີ ໂດຍ​ພວກ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນ​ຢິວ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ​ດັ່ງ​ທີ່​ພວກເຂົາ​ອ້າງ​ນັ້ນ. ແຕ່​ພວກເຂົາ​ເປັນ​ພັກພວກ​ຂອງ​ມານຊາຕານ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


Follow us:

Advertisements


Advertisements