Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:17 - ພຣະຄຳພີສັກສິ

17 ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ ແລະ​ເບິ່ງ​ຄົນ​ເຫຼົ່ານັ້ນ​ທີ່​ເຮັດ​ຕາມ​ແບບ​ຢ່າງ​ດຽວກັນ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເອົາໃຈໃສ່​ເຮັດ​ຕາມ​ແບບ​ຢ່າງ​ເຮົາ​ແລ້ວ​ນັ້ນ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

17 ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຮ່ວມກັນ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ ແລະ ຕາມ​ທີ່​ພວກເຈົ້າ​ມີ​ພວກເຮົາ​ປັນ​ແບບຢ່າງ, ຈົ່ງ​ເບິ່ງ​ຄົນ​ເຫລົ່ານັ້ນ​ທີ່​ດຳເນີນຊີວິດ​ຕາມ​ທີ່​ພວກເຮົາ​ເຮັດ.

See the chapter Copy




ຟີລິບປອຍ 3:17
15 Cross References  

ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


ເຈົ້າ​ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດ.


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ.


ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ໄດ້​ຮັບ​ໄວ້ ໄດ້ຍິນ​ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ຖ້າ​ມີ​ບາງຄົນ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ທີ່​ພວກເຮົາ​ສັ່ງ​ມາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ຄົນ​ນັ້ນ​ໄວ້ ແລະ​ຢ່າ​ສູ່​ຄົບຫາ​ສະມາຄົມ​ກັບ​ລາວ ເພື່ອ​ລາວ​ຈະ​ໄດ້​ລະອາຍ.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຈົ້າ​ຄວນ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ. ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ເປັນ​ຄົນ​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ.


ພວກເຮົາ​ໄດ້​ເຮັດ​ເຊັ່ນນີ້ ບໍ່ແມ່ນ​ວ່າ​ເພາະ​ພວກເຮົາ​ບໍ່ມີ​ສິດ​ທີ່​ຈະ​ຮຽກຮ້ອງ​ເອົາ​ການ​ອຸດໜູນ​ຈາກ​ພວກເຈົ້າ ແຕ່​ເພື່ອ​ເປັນ​ແບບຢ່າງ​ໃຫ້​ພວກເຈົ້າ​ເຮັດ​ຕາມ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ຈົ່ງ​ລະນຶກເຖິງ​ພວກ​ຜູ້ນຳ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ໄດ້​ປະກາດ​ພຣະທຳ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ສຸດທ້າຍ​ແຫ່ງ​ຊີວິດ​ຂອງ​ພວກເພິ່ນ ແລະ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ບໍ່ແມ່ນ​ເໝືອນ​ເປັນ​ເຈົ້ານາຍ ເໜືອ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກເຈົ້າ ແຕ່​ໃຫ້​ເປັນ​ແບບຢ່າງ​ອັນ​ດີ​ແກ່​ຝູງແກະ​ນັ້ນ.


Follow us:

Advertisements


Advertisements