Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:14 - ພຣະຄຳພີສັກສິ

14 ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

14 ເຮົາ​ກຳລັງ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ​ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ເພາະ​ເປັນ​ລາງວັນ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ເຮົາ​ໃຫ້​ໄປ​ຮັບ​ຢູ່​ສະຫວັນ​ໃນ​ພຣະຄຣິດເຈົ້າເຢຊູ.

See the chapter Copy




ຟີລິບປອຍ 3:14
20 Cross References  

“ມີ​ກົດບັນຍັດ​ແລະ​ຜູ້​ທຳນວາຍ ຈົນເຖິງ​ສະໄໝ​ໂຢຮັນ ຕັ້ງແຕ່​ນັ້ນ​ມາ ເຂົາ​ກໍ​ປະກາດ​ຂ່າວປະເສີດ​ເລື່ອງ​ຣາຊແຜ່ນດິນ​ຂອງ​ພຣະເຈົ້າ ແລະ​ຄົນ​ທັງປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາຊແຜ່ນດິນ​ນັ້ນ.


ເພາະ​ພຣະເຈົ້າ​ບໍ່​ປ່ຽນໃຈ​ກ່ຽວກັບ​ການ​ຊົງ​ເລືອກ ແລະ​ການ​ໃຫ້​ຂອງ​ປະທານ.


ເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ, ໃນ​ການ​ແລ່ນ​ແຂ່ງຂັນ​ກັນ​ນັ້ນ ກໍ​ແລ່ນ​ດ້ວຍ​ກັນ​ທຸກຄົນ, ແຕ່​ມີ​ຄົນ​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ລາງວັນ. ດັ່ງນັ້ນ ຈົ່ງ​ແລ່ນ​ເພື່ອ​ຊີງ​ເອົາ​ລາງວັນ​ໃຫ້​ໄດ້.


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


ດ້ວຍເຫດນັ້ນ ໃຫ້​ພວກເຮົາ​ປະ​ຫລັກ​ທຳ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດ​ໄວ້ ແລະ​ກ້າວໜ້າ​ໄປ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ວາງ​ເປັນ​ຮາກຖານ​ຊໍ້າ​ອີກ ຄື​ການ​ກັບໃຈ​ໃໝ່​ຈາກ​ການ​ກະທຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຄວາມເຊື່ອ​ໃນ​ພຣະເຈົ້າ


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


Follow us:

Advertisements


Advertisements