Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:10 - ພຣະຄຳພີສັກສິ

10 ເຮົາ​ຕ້ອງການ​ຈະ​ໄດ້​ຮູ້ຈັກ​ພຣະອົງ ແລະ​ຮູ້ຈັກ​ຣິດອຳນາດ​ອັນ​ປາກົດ ໃນ​ການ​ທີ່​ພຣະອົງ​ຊົງ​ຄືນພຣະຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເໝືອນ​ຢ່າງ​ພຣະອົງ,

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

10 ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,

See the chapter Copy




ຟີລິບປອຍ 3:10
34 Cross References  

ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ຈິງ, ແຕ່​ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງຂວາ ຫລື​ເບື້ອງຊ້າຍ​ຂອງເຮົາ​ນັ້ນ​ບໍ່ແມ່ນ​ໜ້າທີ່​ຂອງເຮົາ​ຈະ​ຈັດ​ໃຫ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຈັດຕຽມ​ໄວ້​ແລ້ວ​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”


ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ສະຫລະ​ຊີວິດ​ດ້ວຍ​ໃຈ​ສະໝັກ​ຂອງເຮົາ​ເອງ, ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ​ມີ​ສິດ​ທີ່​ຈະ​ຮັບ​ເອົາ​ຄືນ ຄຳສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະບິດາເຈົ້າ​ຂອງເຮົາ.”


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ ຈຶ່ງ​ຖືກ​ຂ້າ​ໝົດ​ມື້​ຈົນ​ຄໍ່າ ແລະ​ຖື​ວ່າ​ເປັນ​ດັ່ງ​ໂຕ​ແກະ ສຳລັບ​ເອົາ​ໄວ້​ຂ້າ.”


ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.


ພວກເຮົາ​ມີ​ສ່ວນ​ໃນ​ຄວາມ​ທົນທຸກ​ກັບ​ພຣະຄຣິດ​ຫລາຍ​ເຫລືອລົ້ນ​ຢ່າງ​ໃດ ໂດຍ​ທາງ​ພຣະຄຣິດ ພວກເຮົາ​ກໍໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ຫລາຍ​ເຫລືອລົ້ນ​ຢ່າງ​ນັ້ນ.


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.


ຈົນກວ່າ​ເຮົາ​ທຸກຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ​ໃນ​ຄວາມເຊື່ອ ແລະ​ໃນ​ຄວາມຮູ້​ເຖິງ​ເລື່ອງ​ພຣະບຸດ​ຂອງ​ພຣະເຈົ້າ ຈົນກວ່າ​ເຮົາ​ຈະ​ເປັນ​ຄົນ​ໃຫຍ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ,


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ບັດນີ້ ເຮົາ​ມີ​ຄວາມ​ຍິນດີ​ທີ່​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ສ່ວນ​ການ​ທົນທຸກ​ຂອງ​ພຣະຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນທຸກ​ຈົນ​ສຳເລັດ​ໃນ​ຮ່າງກາຍ​ຂອງເຮົາ ເພື່ອ​ເຫັນ​ແກ່​ພຣະກາຍ​ຂອງ​ພຣະອົງ ຄື​ຄຣິສຕະຈັກ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ​ຍ້ອນ​ບາບກຳ​ຂອງ​ພວກເຈົ້າ ແລະ​ຍ້ອນ​ເປັນ​ຄົນ​ບໍ່​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ​ຮ່ວມ​ກັບ​ພຣະອົງ ແລະ​ພຣະອົງ​ໄດ້​ອະໄພ​ບາບກຳ​ທຸກຢ່າງ​ຂອງ​ພວກເຮົາ​ແລ້ວ,


ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ​ພຣະອົງ, ຜູ້ນັ້ນ​ແຫຼະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


Follow us:

Advertisements


Advertisements