Biblia Todo Logo
Online Bible

- Advertisements -




ຟີລິບປອຍ 3:1 - ພຣະຄຳພີສັກສິ

1 ທ້າຍ​ສຸດ​ນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຊື່ນຊົມ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ. ການ​ທີ່​ເຮົາ​ຂຽນ​ຊໍ້າ​ຂໍ້​ຄວາມ ຊຶ່ງ​ເຮົາ​ໄດ້​ຂຽນ​ກ່ອນ​ໜ້າ​ນັ້ນ ບໍ່​ເປັນ​ສິ່ງ​ທີ່​ລຳບາກ​ແກ່​ເຮົາ​ດອກ ແຕ່​ເປັນ​ສິ່ງ​ທີ່​ປອດໄພ​ແກ່​ພວກເຈົ້າ​ຫລາຍ​ຂຶ້ນ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

1 ນອກຈາກ​ນີ້, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ຊື່ນຊົມຍິນດີ​ໃນ​ອົງພຣະຜູ້ເປັນເຈົ້າ! ບໍ່​ເປັນ​ການ​ລຳບາກ​ສຳລັບ​ເຮົາ​ເລີຍ​ທີ່​ຈະ​ຂຽນ​ເລື່ອງ​ດຽວ​ກັນ​ເຖິງ​ພວກເຈົ້າ​ອີກ ແລະ ເລື່ອງ​ນີ້​ກໍ​ເປັນ​ການ​ປ້ອງກັນ​ພວກເຈົ້າ​ດ້ວຍ.

See the chapter Copy




ຟີລິບປອຍ 3:1
46 Cross References  

ສະນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ແຫ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ມາ​ເຖິງ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສຽງ​ໂຮຮ້ອງ​ຊົມຊື່ນ​ຍິນດີ​ພ້ອມ​ທັງ​ເປົ່າແກ, ເປົ່າ​ເຂົາສັດ, ຕົບແສ່ງ ແລະ​ດີດພິນ.


ຈົ່ງ​ດີໃຈ​ທີ່​ພວກເຮົາ​ໄດ້​ເປັນ​ຂອງ​ພຣະອົງ; ໃຫ້​ທຸກຄົນ​ຊົມຊື່ນ​ຍິນດີ​ນະມັດສະການ​ພຣະອົງ


ສະນັ້ນ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ​ໃນ​ມື້​ນັ້ນ ໃນ​ເມື່ອ​ໄດ້​ກິນ​ແລະ​ໄດ້​ດື່ມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ອັນນີ້​ເປັນ​ເທື່ອ​ທີ​ສອງ ທີ່​ພວກເຂົາ​ໄດ້​ປະກາດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ກະສັດ. ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈີມ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ຂອງ​ພວກເຂົາ.


ບັດນີ້ ຈົ່ງ​ກັບ​ເມືອ​ເຮືອນ ແລະ​ລ້ຽງ​ສະຫລອງ​ກັນ​ສາ. ຈົ່ງ​ແບ່ງປັນ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ​ພຽງພໍ. ວັນນີ້​ແມ່ນ​ວັນ​ສັກສິດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ; ສະນັ້ນ ຢ່າ​ສູ່​ໂສກເສົ້າ. ຄວາມ​ຊົມຊື່ນ​ຍິນດີ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ແກ່​ພວກທ່ານ​ນັ້ນ ຈະ​ເຊີດຊູ​ໃຈ​ຂອງ​ພວກທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃໝ່.”


ແລ້ວ​ເຈົ້າ​ກໍ​ຈະ​ປິຕິຍິນດີ​ໃນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ແລະ​ຈະ​ເງີຍໜ້າ​ຂອງເຈົ້າ​ຂື້ນຫາ​ພຣະເຈົ້າ.


ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.


ຜູ້​ທີ່​ຊອບທຳ​ເອີຍ ຈົ່ງ​ຍິນດີ​ແລະ​ຊື່ນໃຈ​ໃນ​ພຣະເຈົ້າຢາເວ ຜູ້​ທີ່​ເຊື່ອຟັງ​ພຣະອົງ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເທີ້ນ.


ຜູ້​ຊອບທຳ​ທຸກຄົນ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ຊົງ​ກະທຳ​ນັ້ນ ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ ຈົ່ງ​ສັນລະເສີນ​ພຣະອົງ​ເຖີດ.


ຈົ່ງ​ຊອກ​ຫາ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ​ຂອງເຈົ້າ​ສາ ພຣະອົງ​ຈະ​ໂຜດ​ໃຫ້​ຕາມ​ຄວາມປະສົງ​ຂອງເຈົ້າ.


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ແຕ່​ທຸກຄົນ​ທີ່​ລີ້ໄພ​ໃນ​ພຣະອົງ​ຈະ​ເບີກບານ​ໃຈ ພວກເຂົາ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໄດ້​ຕະຫລອດ. ຂໍ​ຊົງ​ໂຜດ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ໄວ້​ແດ່ ເພາະ​ພຣະອົງ​ແທ້ໆ ພວກເຂົາ​ຈຶ່ງ​ສຸກໃຈ​ຫລາຍ.


ພຣະເຈົ້າຢາເວ​ເປັນ​ກະສັດ ແຜ່ນດິນ​ໂລກ​ຈົ່ງ​ເບີກບານ​ໃຈ ເກາະ​ທັງຫລາຍ​ຕາມ​ທະເລ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ​ເຖີດ.


ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ພວກເຂົາ​ຈະ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ ແຕ່​ພວກເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ລະທົມ​ຂົມຂື່ນ.


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ໂອ ລູກ​ສາວ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ຮ້ອງລຳ​ທຳເພງ​ເຖີດ ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຮ້ອງ​ດັງໆ ໂອ ລູກ​ສາວ​ເຢຣູຊາເລັມ​ເອີຍ ຈົ່ງ​ຍິນດີ​ດ້ວຍ​ສຸດ​ຫົວໃຈ​ຂອງເຈົ້າ​ເຖີດ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


ປະຊາຊົນ​ອິດສະຣາເອນ​ຈະ​ເຂັ້ມແຂງ​ດັ່ງ​ນັກຮົບ ສົດຊື່ນ​ດັ່ງ​ຄົນ​ທີ່​ກຳລັງ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ. ເຊື້ອສາຍ​ຂອງ​ພວກ​ເຂົາ​ຈະ​ຈົດຈຳ​ໄຊຊະນະ​ນີ້ ແລະ​ຈະ​ປິຕິ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.


ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”


ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ ໄດ້​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົ້ນ


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ໃຫ້​ພວກເຈົ້າ​ພ້ອມ​ລູກ​ເມຍ​ກັບ​ຄົນ​ຮັບໃຊ້ ແລະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ພວກເຈົ້າ ພາກັນ​ກິນ​ຂອງ​ຖວາຍ​ເຫຼົ່ານີ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ບ່ອນ​ນະມັດສະການ​ແຫ່ງ​ດຽວ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ໄວ້ ແລະ​ພວກເຈົ້າ​ກໍ​ຈະ​ດີໃຈ​ໃນ​ທີ່ນັ້ນ ເພາະ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ.


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຮ່ວມ​ກັບ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ, ທາດຮັບໃຊ້​ຂອງ​ເຈົ້າ, ຊາວ​ເລວີ, ຊາວ​ຕ່າງດ້າວ ເດັກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ຈົ່ງ​ຈັດ​ພິທີ​ນີ້​ຂຶ້ນ​ຢູ່​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກໄວ້ ຊຶ່ງ​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ,


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ທີ່​ໄດ້​ມີ​ສ່ວນ​ຮ່ວມ ໃນ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ, ເພື່ອ​ວ່າ ເມື່ອ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ຂຶ້ນ ພວກເຈົ້າ​ກໍ​ຈະ​ໄດ້​ຊົມຊື່ນ​ຍິນດີ​ຢ່າງ​ຫລວງຫລາຍ​ເໝືອນກັນ.


ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ.


ນາງ​ຮັນນາ​ພາວັນນາ​ອະທິຖານ​ວ່າ, “ພຣະເຈົ້າຢາເວ​ເຮັດ​ໃຫ້​ຈິດໃຈ​ຂ້ານ້ອຍ ເຕັມລົ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃຫຍ່; ຂ້ານ້ອຍ​ດີໃຈ​ຫລາຍ ຍ້ອນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຫົວ​ເຍາະເຍີ້ຍ​ໃສ່​ເຫຼົ່າ​ສັດຕູ ເພາະ​ພຣະອົງ​ຊ່ວຍຊູ ຈຶ່ງ​ຊື່ນຊົມ​ຍິນດີ​ລົ້ນ.


Follow us:

Advertisements


Advertisements