Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:9 - ພຣະຄຳພີສັກສິ

9 ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຊົງ​ຍົກ​ພຣະອົງ​ ຂຶ້ນ​ເຖິງ​ທີ່​ສູງສຸດ ແລະ ໄດ້​ຊົງ​ປະທານ​ພຣະນາມ​ນັ້ນ ຊຶ່ງ​ຢູ່​ເໜືອ​ນາມ​ທັງປວງ​ໃຫ້​ແກ່​ພຣະອົງ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

9 ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຍົກ​ພຣະອົງ​ຂຶ້ນ​ສູ່​ທີ່​ສູງສຸດ ແລະ ມອບ​ນາມ​ແກ່​ພຣະອົງ ເຊິ່ງ​ເປັນ​ນາມ​ທີ່​ຢູ່​ເໜືອ​ນາມ​ທັງປວງ,

See the chapter Copy




ຟີລິບປອຍ 2:9
46 Cross References  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.


ເຮົາ​ຈະ​ເຮັດ​ໃຫ້​ລາວ​ເປັນ​ລູກຊາຍກົກ​ຂອງເຮົາ ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ບັນດາ​ກະສັດ​ທັງ​ສິ້ນ.


ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຮັກສາ​ຜູ້​ທີ່​ຍອມ​ຮັບຮູ້​ນາມຊື່​ຂອງເຮົາ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຜູ້ຮັບໃຊ້​ຂອງເຮົາ​ນັ້ນ ຈະ​ເຮັດ​ສຳເລັດ​ໜ້າທີ່​ຊຶ່ງ​ໄດ້​ມອບໝາຍ​ໃຫ້; ເພິ່ນ​ຈະ​ເຮັດ​ພາລະກິດ​ຂອງ​ເພິ່ນ​ໃຫ້​ສຳເລັດຜົນ; ແມ່ນ​ກຽດສັກສີ​ອັນ​ສູງ​ທີ່​ທ່ານ​ຈະ​ໄດ້​ຮັບ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ທ່ານ​ໄດ້​ນັ່ງ​ບ່ອນ​ມີ​ກຽດສັກສີ ຄື​ບ່ອນ​ໜຶ່ງ​ທ່າມກາງ​ຜູ້​ຍິ່ງໃຫຍ່​ທີ່​ມີ​ອຳນາດ. ທ່ານ​ຍິນດີ​ມອບ​ຊີວິດ​ຕົນເອງ​ໃຫ້​ຢ່າງ​ເຕັມໃຈ ແລະ​ເຂົ້າສ່ວນ​ໃນ​ຊາຕາກຳ​ຂອງ​ຄົນຊົ່ວຮ້າຍ. ທ່ານ​ໄດ້​ເຂົ້າ​ແທນ​ບ່ອນ​ຄົນບາບ​ທັງຫລາຍ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ຍົກໂທດ.”


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.


ບັດນີ້ ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກນີ້​ຕໍ່ໄປ​ອີກ​ແລ້ວ ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກນີ້ ດຽວ​ນີ້​ຂ້ານ້ອຍ​ໃກ້​ຈະ​ເມືອ​ຫາ​ພຣະອົງ. ໂອ ພຣະບິດາເຈົ້າ​ຜູ້​ບໍຣິສຸດ​ເອີຍ ຂໍໂຜດ​ພິທັກ​ຮັກສາ​ພວກເຂົາ​ໄວ້​ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເປັນ​ອັນໜຶ່ງ​ອັນດຽວກັນ ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງ​ອັນດຽວກັນ.


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ​ນັ້ນ ຂ້ານ້ອຍ​ກໍໄດ້​ປົກປັກ​ຮັກສາ​ພວກເຂົາ​ໄວ້ ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ປົກປ້ອງ​ພວກເຂົາ​ໄວ້ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ໄດ້​ເສຍ​ໄປ ເວັ້ນໄວ້​ແຕ່​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ຈິບຫາຍ ເພື່ອ​ຈະ​ໄດ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ບັດນີ້ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ມີ​ສະຫງ່າຣາສີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ ຄື​ສະຫງ່າຣາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ກັບ​ພຣະອົງ​ກ່ອນ​ສ້າງ​ໂລກ​ນັ້ນ.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ສູ່​ກໍ້າ​ຂວາ​ພຣະຫັດ​ຂອງ​ພຣະອົງ ໃຫ້​ເປັນ​ພຣະ​ຜູ້ນຳ ແລະ​ພຣະຜູ້ໂຜດຊ່ວຍ​ໃຫ້​ພົ້ນ ເພື່ອ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ມີ​ໂອກາດ​ກັບໃຈ​ໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ​ຂອງ​ພວກເຂົາ.


ປະສົງ​ວ່າ ເມື່ອ​ເວລາ​ກຳນົດ​ຄົບ​ບໍຣິບູນ​ແລ້ວ ພຣະອົງ​ຈະ​ຊົງ​ຮວບຮວມ​ສິ່ງສາລະພັດ ທັງ​ມີ​ຢູ່​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ.


ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.


ອັນ​ໜຶ່ງ, ພຣະເຈົ້າ​ໄດ້​ຊົງ​ປະທານ​ພຣະນາມ​ອັນ​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ໃຫ້​ພຣະອົງ​ຢ່າງ​ໃດ ພຣະອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ຢ່າງ​ນັ້ນ.


ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”


ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.


ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”


ເພາະ​ເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ແລະ​ບໍ່ໄດ້​ຮັບ​ສິ່ງໃດ​ຈາກ​ຄົນ​ນອກ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ແລະ​ຮ້ອງ​ສຽງດັງ​ວ່າ, “ພຣະ​ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳ​ສັນລະເສີນ.”


Follow us:

Advertisements


Advertisements