ຟີລິບປອຍ 2:7 - ພຣະຄຳພີສັກສິ7 ແຕ່ໄດ້ກັບຊົງຍອມສະຫລະ ແລະ ຊົງຮັບສະພາບຂ້ອຍຂ້າ. ຊົງຖືກຳເນີດເປັນມະນຸດ. See the chapterພຣະຄຳພີລາວສະບັບສະໄໝໃໝ່7 ແຕ່ພຣະອົງໄດ້ສະຫລະທຸກສິ່ງ ມາຮັບສະພາບເປັນຜູ້ຮັບໃຊ້, ບັງເກີດເປັນມະນຸດ. See the chapter |
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.