ຟີລິບປອຍ 2:3 - ພຣະຄຳພີສັກສິ3 ຢ່າເຮັດສິ່ງໃດໃນທາງຊີງດີຫລືຖືດີກັນ ແຕ່ຈົ່ງຖ່ອມໃຈລົງ ຖືວ່າຄົນອື່ນດີກວ່າຕົນ. See the chapterພຣະຄຳພີລາວສະບັບສະໄໝໃໝ່3 ຢ່າເຮັດສິ່ງໃດດ້ວຍຄວາມທະເຍີທະຍານທີ່ເຫັນແກ່ຕົວ ຫລື ການອວດດີທີ່ໄຮ້ປະໂຫຍດ. ແຕ່ຈົ່ງເຮັດດ້ວຍຄວາມຖ່ອມໃຈຖືວ່າຄົນອື່ນດີກວ່າຕົນ. See the chapter |
ເພາະເຮົາຄິດຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາອາດຈະບໍ່ເຫັນພວກເຈົ້າ ເໝືອນຢ່າງທີ່ເຮົາຢາກເຫັນ ແລະພວກເຈົ້າຈະບໍ່ເຫັນເຮົາ ເໝືອນຢ່າງທີ່ພວກເຈົ້າຢາກເຫັນ ຄືຢ້ານວ່າ ບໍ່ເຫດໃດກໍເຫດໜຶ່ງ ຈະມີການຜິດຖຽງກັນ ການອິດສາກັນ ການຄຽດກັນ ການຄິດໃຫຍ່ໃຝ່ສູງຕໍ່ກັນ ການນິນທາກັນ ການຊຸບຊີບສຽດສີກັນ ການຂີ້ອວດຈອງຫອງ ແລະການເກະກະວຸ້ນວາຍກັນ.