Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:28 - ພຣະຄຳພີສັກສິ

28 ສະນັ້ນ ເຮົາ​ຈຶ່ງ​ຟ້າວ​ໃຊ້​ເພິ່ນ​ກັບຄືນ​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ດີໃຈ​ຕື່ມ​ອີກ​ເມື່ອ​ເຫັນ​ເພິ່ນ ແລະ​ຄວາມ​ທຸກໃຈ​ຂອງເຮົາ​ກໍ​ຈະ​ເບົາບາງ​ລົງ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

28 ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.

See the chapter Copy




ຟີລິບປອຍ 2:28
10 Cross References  

ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພໍ່​ບໍ່ເຄີຍ​ຄິດ​ເລີຍ​ວ່າ​ຈະ​ໄດ້​ເຫັນ​ເຈົ້າ​ອີກ, ແຕ່​ບັດນີ້ ພຣະເຈົ້າ​ໃຫ້​ພໍ່​ໄດ້​ເຫັນ​ຮອດ​ລູກ​ຂອງ​ເຈົ້າ.”


ພວກເຈົ້າ​ກໍ​ເໝືອນກັນ​ນັ້ນ​ແຫຼະ ໃນ​ເວລາ​ນີ້​ພວກເຈົ້າ​ໂສກເສົ້າ ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ​ພວກເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມ​ລົ້ນ ເປັນ​ຄວາມ​ຍິນດີ​ທີ່​ບໍ່ມີ​ຜູ້ໃດ​ເອົາ​ໄປ​ຈາກ​ພວກເຈົ້າ​ໄດ້.


ພວກເຂົາ​ໂສກເສົ້າ​ຫລາຍ ໂດຍ​ສະເພາະ​ຍ້ອນ​ເພິ່ນ​ໄດ້​ກ່າວ​ວ່າ ພວກເຂົາ​ຈະ​ບໍ່​ເຫັນ​ໜ້າ​ເພິ່ນ​ອີກ​ເລີຍ ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ເພິ່ນ​ເຖິງ​ເຮືອ.


ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.


Follow us:

Advertisements


Advertisements