Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:27 - ພຣະຄຳພີສັກສິ

27 ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນທຸກ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

27 ຕາມຄວາມຈິງ​ແລ້ວ ເພິ່ນ​ບໍ່ສະບາຍ ແລະ ເກືອບ​ຈະ​ຕາຍ. ແຕ່​ພຣະເຈົ້າ​ເມດຕາ​ເພິ່ນ ແລະ ບໍ່​ພຽງ​ແຕ່​ເມດຕາ​ເພິ່ນ​ເທົ່ານັ້ນ ແຕ່​ຍັງ​ເມດຕາ​ເຮົາ​ເໝືອນກັນ, ເພື່ອ​ຮັກສາ​ເຮົາ​ໄວ້​ຈາກ​ຄວາມເສົ້າໃຈ​ເມື່ອ​ຄວາມເສົ້າໃຈ​ມາ​ເຖິງ.

See the chapter Copy




ຟີລິບປອຍ 2:27
23 Cross References  

ປະມານ​ເວລາ​ດຽວກັນ​ນີ້ ກະສັດ​ເຮເຊກີຢາ​ໄດ້​ປ່ວຍ ແລະ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຫາ​ເພິ່ນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ໃຫ້​ທ່ານ​ຈັດການ​ທຸກສິ່ງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຈະ​ບໍ່​ຫາຍ​ດີ ຈົ່ງ​ຕຽມຕົວ​ຕາຍ.”


ພຣະອົງ​ຈະ​ຊ່ວຍ​ເຈົ້າ ຈາກ​ຖືກ​ທຳຮ້າຍ​ຫລາຍຄັ້ງ​ຫລາຍຫົນ;


ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.


ພຣະເຈົ້າຢາເວ​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ ໂດຍ​ເນລະເທດ​ເຂົາ​ໃຫ້​ໜີໄປ. ພຣະອົງ​ໄດ້​ໃຊ້​ລົມ​ອັນ​ໂຫດຮ້າຍ​ຈາກ​ທິດ​ຕາເວັນອອກ ພັດ​ສົ່ງ​ພວກເຂົາ​ໄປ.


ແລ້ວ​ຄວາມ​ຂົມຂື່ນ​ກໍ​ຈະ​ຫັນ​ປ່ຽນ​ເປັນ​ສັນຕິສຸກ ເພາະ​ພຣະອົງ​ເອງ​ຊ່ວຍ​ກູ້​ເອົາ ​ຊີວິດ​ຂ້ານ້ອຍ​ໄວ້; ໂດຍ​ເຮັດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ທຸກຢ່າງ ການບາບ​ຂອງ​ຂ້ານ້ອຍ​ກໍໄດ້​ຮັບ​ອະໄພ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ສອນ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຢ່າ​ຮຸນແຮງ​ເກີນໄປ​ຕໍ່​ພວກເຂົາ ຫລື​ຢ່າ​ລົງໂທດ​ພວກເຂົາ​ເທາະ ເມື່ອ​ພຣະອົງ​ໂກດຮ້າຍ ອັນ​ນັ້ນ​ກໍ​ເທົ່າ​ຈຸດຈົບ​ຂອງ​ພວກ​ຂ້ານ້ອຍ​ສາ​ແລ້ວ.


ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’


ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ, ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ. ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.


ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ​ແລະ​ຕາຍໄປ ເມື່ອ​ພວກເຂົາ​ອາບນໍ້າ​ໃຫ້​ຊາກສົບ​ຂອງ​ນາງ​ແລ້ວ ກໍ​ນຳ​ເອົາ​ຂຶ້ນ​ໄປ​ວາງ​ໄວ້​ທີ່​ຫ້ອງ​ຊັ້ນ​ເທິງ.


ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.


ດັ່ງນັ້ນ ພວກເຈົ້າ​ຄວນ​ຍົກໂທດ​ໃຫ້​ລາວ​ແລະ​ໜູນໃຈ​ລາວ ເພື່ອ​ບໍ່​ໃຫ້​ລາວ​ຈົມ​ລົງ​ໃນ​ຄວາມ​ເສົ້າໂສກ​ອັນ​ເຫລືອລົ້ນ.


ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.


ສະນັ້ນ ເຮົາ​ຈຶ່ງ​ຟ້າວ​ໃຊ້​ເພິ່ນ​ກັບຄືນ​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ດີໃຈ​ຕື່ມ​ອີກ​ເມື່ອ​ເຫັນ​ເພິ່ນ ແລະ​ຄວາມ​ທຸກໃຈ​ຂອງເຮົາ​ກໍ​ຈະ​ເບົາບາງ​ລົງ.


ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.


Follow us:

Advertisements


Advertisements