Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:26 - ພຣະຄຳພີສັກສິ

26 ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

26 ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.

See the chapter Copy




ຟີລິບປອຍ 2:26
23 Cross References  

ແຕ່​ເມື່ອ​ເພິ່ນ​ທຸເລົາ​ໃນ​ເລື່ອງ​ການຕາຍ​ຂອງ​ອຳໂນນ​ແລ້ວ ເພິ່ນ​ຈຶ່ງ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ.


ເມື່ອ​ກະສັດ​ດາວິດ​ເຫັນ​ເທວະດາ​ຕົນ​ທີ່​ພວມ​ຂ້າ​ປະຊາຊົນ​ຢູ່​ນັ້ນ ເພິ່ນ​ຈຶ່ງ​ຮ້ອງຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ເຮັດ​ຜິດ ພວກ​ທີ່​ໜ້າ​ສັງເວດ​ເຫຼົ່ານີ້​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ເລີຍ. ສະນັ້ນ ຂໍ​ພຣະອົງ ລົງໂທດ​ຂ້ານ້ອຍ​ແລະ​ຄອບຄົວ​ຂອງ​ຂ້ານ້ອຍ​ເຖີດ.”


ຂ້ອຍ​ຄິດ​ວ່າ​ເມື່ອ​ຂ້ອຍ​ຍິ້ມຫົວ​ໄດ້​ກໍ​ເປັນ​ສິ່ງ​ທີ່​ດີ ນັ້ນ​ຄື​ວິທີ​ຊອກຫາ​ລືມໄລ​ຄວາມ​ເຈັບປວດ;


ຄຳ​ໝິ່ນປະໝາດ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ​ເມື່ອຍ​ອິດອ່ອນ​ຫລາຍ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ໝົດຫວັງ​ດ້ວຍ. ຂ້ານ້ອຍ​ຫວັງ​ວ່າ​ຈະ​ມີ​ຜູ້​ເຫັນອົກເຫັນໃຈ ຫວັງ​ຕໍ່​ຜູ້​ເລົ້າໂລມ​ໃຈ​ແຕ່​ກໍ​ບໍ່​ເຫັນ​ປານນີ້.


ຄວາມ​ກະວົນ​ກະວາຍ ເຮັດ​ໃຫ້​ຄວາມສຸກ​ກາຍເປັນ​ຄວາມທຸກ, ແຕ່​ຄຳເວົ້າ​ທີ່​ດີ ເຮັດ​ໃຫ້​ມີ​ໃຈ​ຊື່ນບານ.


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ພຣະອົງ​ໄດ້​ເອົາ​ເປໂຕ​ກັບ​ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນຳ ພຣະອົງ​ຮູ້ສຶກ​ໂສກເສົ້າ ແລະ ໜັກໜ່ວງ​ຫລາຍ​ໃນ​ຈິດໃຈ


ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”


ດ້ວຍວ່າ, ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ເອົາ​ຂອງ​ປະທານ​ຝ່າຍ​ຈິດ​ວິນຍານ​ບາງ​ຢ່າງ ມາ​ໃຫ້​ພວກເຈົ້າ​ເພື່ອ​ເສີມ​ກຳລັງ​ໃຈ​ພວກເຈົ້າ.


ຈົ່ງ​ຊົມຊື່ນ​ຍິນດີ ກັບ​ຜູ້​ທີ່​ຊົມຊື່ນ​ຍິນດີ ຈົ່ງ​ຮ້ອງໄຫ້​ກັບ​ຜູ້​ທີ່​ຮ້ອງໄຫ້.


ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ


ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ເຈັບ ອະໄວຍະວະ​ທັງໝົດ​ກໍ​ເຈັບ​ດ້ວຍກັນ ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ທັງໝົດ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ.


ຝ່າຍ​ພວກເຂົາ​ກໍ​ຈະ​ຮັກແພງ ແລະ​ພາວັນນາ​ອະທິຖານ​ເພື່ອ​ເຈົ້າ​ທັງຫລາຍ ເພາະ​ເຫດ​ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ສະຖິດ​ຢູ່​ໃນ​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ທຸກ​ເທື່ອ​ທີ່​ເຮົາ​ຄິດເຖິງ​ພວກເຈົ້າ ເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຈົ້າ​ຢູ່​ສະເໝີ,


ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.


ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ​ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ​ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.


ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນທຸກ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ໃນ​ສິ່ງ​ນີ້​ແຫຼະ ຈຶ່ງ​ຊົມຊື່ນ​ຍິນດີ​ຫລາຍ ເຖິງ​ແມ່ນ​ວ່າ​ດຽວ​ນີ້ ຈຳເປັນ​ທີ່​ພວກເຈົ້າ​ຈະ​ຕ້ອງ​ທົນ​ຄວາມ​ທຸກໂສກ ດ້ວຍ​ການ​ຖືກ​ທົດລອງ​ຕ່າງໆ​ໃນ​ໄລຍະ​ເວລາ​ໜຶ່ງ.


Follow us:

Advertisements


Advertisements