Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:25 - ພຣະຄຳພີສັກສິ

25 ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ​ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ​ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

25 ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.

See the chapter Copy




ຟີລິບປອຍ 2:25
19 Cross References  

ນໍ້າ​ເຢັນ​ໃຫ້​ຄວາມ​ສົດຊື່ນ​ແກ່​ຜູ້​ເກັບກ່ຽວ​ໃນ​ຍາມຮ້ອນ​ສັນໃດ ຜູ້ນຳຂ່າວ​ທີ່​ເຊື່ອໃຈ​ໄດ້​ກໍ​ເຮັດ​ໃຫ້​ຜູ້ໃຊ້​ຕົນໄປ​ຊື່ນບານ​ໃຈ​ສັນນັ້ນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຄົນ​ໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ ແລະ​ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໄດ້​ໃຊ້​ຕົນ​ໄປ​ນັ້ນ.


ພຣະອົງ​ໃຊ້​ຂ້ານ້ອຍ​ເຂົ້າ​ມາ​ໃນ​ໂລກ​ສັນໃດ ຂ້ານ້ອຍ​ກໍ​ໃຊ້​ພວກເຂົາ​ໄປ​ໃນ​ໂລກ​ສັນນັ້ນ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ປີຊະກີລາ ແລະ ທ່ານ​ອາກີລາ ເພື່ອນຮ່ວມງານ​ກັບ​ເຮົາ​ໃນ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອູຣະບານ ຜູ້​ຮ່ວມ​ງານ​ໃນ​ພາລະກິດ​ຂອງ​ພຣະຄຣິດ​ກັບ​ພວກເຮົາ ແລະ​ພ້ອມ​ທັງ​ທ່ານ​ຊະຕາຂີ ເພື່ອນ​ທີ່ຮັກ​ຂອງເຮົາ.


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.


ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເຮົາ​ຂໍຮ້ອງ​ພວກເຈົ້າ ຜູ້​ເປັນ​ເພື່ອນ​ຮ່ວມງານ​ທີ່​ສັດຊື່​ຂອງເຮົາ​ແທ້ໆ ເຮົາ​ຢາກ​ໃຫ້​ເຈົ້າ​ຊ່ວຍເຫລືອ​ຍິງ​ທັງສອງ​ຄົນ​ນີ້ ເພາະ​ພວກເຂົາ​ໄດ້​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ກັບ​ເຮົາ ໃນ​ວຽກງານ​ຂ່າວປະເສີດ​ຮ່ວມ​ກັບ​ກະເລເມ ແລະ​ເພື່ອນ​ຮ່ວມ​ງານ​ຄົນອື່ນໆ​ຂອງເຮົາ​ດ້ວຍ ຊຶ່ງ​ຊື່​ຂອງ​ເຂົາ​ທັງຫລາຍ​ມີ​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ດັ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ຈາກ​ເອປາ​ຟາ ເພື່ອນ​ຮັບໃຊ້​ທີ່​ຮັກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ວຽກງານ​ຂອງ​ພຣະຄຣິດ​ແທນ​ເຮົາ​ຢ່າງ​ສັດຊື່.


ແລະ​ເຢຊູ​ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ ຢູສະໂຕ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ໃນ​ບັນດາ​ເພື່ອນ​ຮ່ວມງານ​ຂອງເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ ມີ​ແຕ່​ຄົນ​ເຫຼົ່ານີ້​ເທົ່ານັ້ນ ທີ່​ເປັນ​ຄົນ​ຢິວ​ທີ່​ໄດ້​ຮັບ​ເຊື່ອ ແລະ​ພວກເຂົາ​ໄດ້​ຊ່ວຍ​ຊູໃຈ​ເຮົາ​ຢ່າງ​ຫລວງຫລາຍ.


ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,


ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ດັ່ງນັ້ນ ພີ່ນ້ອງ​ຊາຍ​ຍິງ​ຜູ້​ບໍຣິສຸດ​ທັງຫລາຍ ທີ່​ພຣະເຈົ້າ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ພິຈາລະນາ​ເບິ່ງ​ອັກຄະສາວົກ ແລະ​ມະຫາ​ປະໂຣຫິດ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ ຄື​ພຣະເຢຊູເຈົ້າ.


Follow us:

Advertisements


Advertisements