Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:20 - ພຣະຄຳພີສັກສິ

20 ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ​ສຸກທຸກ​ຂອງ​ພວກເຈົ້າ​ໂດຍ​ແທ້.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

20 ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.

See the chapter Copy




ຟີລິບປອຍ 2:20
16 Cross References  

ແຕ່​ແມ່ນ​ເຈົ້າ​ທີ່​ເປັນ​ໝູ່ຄູ່​ຂອງຂ້ອຍ​ນີ້ເອງ ເປັນ​ທັງ​ຜູ້​ຮ່ວມງານ​ແລະ​ເພື່ອນ​ຜູ້​ໃກ້ຊິດ​ດ້ວຍ.


ລາວ​ເວົ້າ​ວ່າ, “ຍິງ​ທີ່​ເປັນ​ເມຍ​ດີ​ນັ້ນ​ມີ​ຢູ່​ຫລາຍ​ຄົນ, ແຕ່​ເຈົ້າ​ເປັນ​ເມຍ​ທີ່​ດີກວ່າ​ຍິງ​ອື່ນໆ.”


ຄົນ​ຮັບຈ້າງ​ແລ່ນ​ປົບໜີ ເພາະວ່າ​ລາວ​ເປັນ​ພຽງແຕ່​ຄົນ​ຮັບຈ້າງ ແລະ​ລາວ​ບໍ່​ຫ່ວງໃຍ​ນຳ​ຝູງແກະ.


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມ​ອົດທົນ ແລະ​ຄວາມ​ຊູໃຈ​ໂຜດ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຕາມ​ຢ່າງ​ພຣະເຢຊູ​ຄຣິດເຈົ້າ,


ຖ້າ​ຕີໂມທຽວ​ມາ​ຫາ​ພວກເຈົ້າ ກໍ​ໃຫ້​ພວກເຈົ້າ​ຕ້ອນຮັບ​ລາວ​ໄວ້​ນຳ​ພວກເຈົ້າ​ຢ່າງ​ເປັນ​ກັນ​ເອງ ເພາະ​ລາວ​ກໍ​ດຳເນີນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.


ກໍ​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຄວາມ​ຍິນດີ​ຂອງເຮົາ​ຄົບເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ມີ​ຄວາມຮັກ​ຢ່າງ​ດຽວກັນ ມີ​ໃຈ​ຮ່ວມ​ສາມັກຄີ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ແລະ​ເຢຊູ​ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ ຢູສະໂຕ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ໃນ​ບັນດາ​ເພື່ອນ​ຮ່ວມງານ​ຂອງເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ​ນັ້ນ ມີ​ແຕ່​ຄົນ​ເຫຼົ່ານີ້​ເທົ່ານັ້ນ ທີ່​ເປັນ​ຄົນ​ຢິວ​ທີ່​ໄດ້​ຮັບ​ເຊື່ອ ແລະ​ພວກເຂົາ​ໄດ້​ຊ່ວຍ​ຊູໃຈ​ເຮົາ​ຢ່າງ​ຫລວງຫລາຍ.


ເຖິງ ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ, ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ, ຄວາມ​ເມດຕາ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ເຮົາ​ລະນຶກເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ອັນ​ເປັນ​ຄວາມເຊື່ອ ຊຶ່ງ​ເມື່ອ​ກ່ອນ​ໄດ້​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ນາງ​ຢູນິເກ​ແມ່​ຂອງ​ເຈົ້າ. ບັດນີ້ ເຮົາ​ເຊື່ອ​ແນ່​ວ່າ ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ບັດນີ້ ເຈົ້າ​ກໍໄດ້​ຕິດຕາມ​ເຮົາ ໃນ​ດ້ານ​ຄຳສອນ, ຄື​ດຳເນີນ​ຕາມ​ຄວາມ​ປະພຶດ, ເປົ້າໝາຍ​ຂອງ​ຊີວິດ, ຄວາມເຊື່ອ, ຄວາມ​ອົດທົນ, ຄວາມຮັກ, ຄວາມ​ໜັກແໜ້ນ​ໝັ້ນຄົງ,


ເມື່ອ​ກະສັດ​ໂຊນ​ແລະ​ດາວິດ​ໄດ້​ສົນທະນາກັນ​ຈົບ​ລົງ​ແລ້ວ ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ເກີດ​ນິຍົມ​ຊົມຊອບ​ໃນ​ຕົວ​ຂອງ​ດາວິດ ແລະ​ຮັກ​ລາວ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.


ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.


Follow us:

Advertisements


Advertisements