Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:14 - ພຣະຄຳພີສັກສິ

14 ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່ມີ​ການ​ຈົ່ມ​ແລະ​ການ​ຖົກຖຽງ​ກັນ,

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

14 ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,

See the chapter Copy




ຟີລິບປອຍ 2:14
36 Cross References  

ພວກເຂົາ​ອາໄສ​ຜ້າເຕັນ​ຢູ່​ແລະ​ຈົ່ມວ່າ​ຢ່າງ​ບໍ່​ພໍໃຈ ແລະ​ບໍ່​ຍອມ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ.


ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ເມື່ອ​ຮັບ​ເງິນ​ແລ້ວ ພວກເຂົາ​ກໍ​ຈົ່ມ​ຕໍ່​ນາຍຈ້າງ​ວ່າ,


ຖ້າ​ຂາຍ​ກໍ​ຄົງ​ໄດ້​ກວ່າ​ສາມຮ້ອຍ​ຫລຽນ​ເງິນ ເພື່ອ​ເອົາ​ໄປ​ແຈກ​ໃຫ້​ຄົນ​ຍາກຈົນ” ແລ້ວ​ພວກເຂົາ​ກໍ​ຕຳໜິ​ຕິຕຽນ​ຍິງ​ຜູ້​ນີ້​ຢ່າງໜັກ.


ເມື່ອ​ພຣະເຢຊູເຈົ້າ ແລະ​ສາວົກ​ສາມ​ຄົນ​ກັບ​ມາ​ຮອດ​ບ່ອນ​ທີ່​ສາວົກ​ຄົນອື່ນໆ​ຢູ່​ນັ້ນ ກໍ​ເຫັນ​ຄົນ​ໝູ່ໃຫຍ່​ອ້ອມ​ພວກເຂົາ ແລະ​ມີ​ພວກ​ທຳມະຈານ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.


ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”


ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.


ຖ້າ​ເປັນ​ໄປ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ທຸກໆ​ຄົນ.


ສ່ວນ​ຜູ້​ທີ່​ອ່ອນ​ໃນ​ຄວາມເຊື່ອ​ນັ້ນ ຈົ່ງ​ຮັບ​ລາວ​ໄວ້ ຢ່າ​ຖົກຖຽງ​ກັບ​ລາວ​ໃນ​ເລື່ອງ​ຄວາມເຊື່ອ​ທີ່​ແຕກຕ່າງ​ກັນ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.


ພວກເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ອວດຕົວ ຫລື​ກຸກກວນ​ໃຈ​ກັນ ຫລື​ອິດສາ​ກັນແລະກັນ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ແຕ່​ໃຫ້​ສະແຫວງ​ຫາ​ທາງ​ເຮັດ​ຄວາມດີ​ຕໍ່​ກັນແລະກັນ​ສະເໝີ ແລະ​ແກ່​ທຸກຄົນ​ດ້ວຍ.


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ກັບ​ທຸກຄົນ​ຢ່າງ​ສະຫງົບສຸກ ແລະ​ຈົ່ງ​ພະຍາຍາມ​ທີ່​ຈະ​ມີ​ໃຈ​ບໍຣິສຸດ ເພາະ​ຖ້າ​ໃຈ​ບໍ່​ບໍຣິສຸດ ກໍ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ.


ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ.


ແຕ່​ຖ້າ​ພວກເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມຂື່ນ​ແລະ​ມັກໃຫຍ່​ໃຝ່ສູງ ກໍ​ຢ່າ​ໂອ້ອວດ​ແລະ​ຢ່າ​ທໍລະຍົດ​ຕໍ່​ຄວາມຈິງ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


ຈົ່ງ​ໃຫ້​ຜູ້ນັ້ນ​ເວັ້ນ​ໜີ​ຈາກ​ການ​ຊົ່ວ ແລະ​ເຮັດ​ການ​ດີ ຈົ່ງ​ໃຫ້​ຜູ້ນັ້ນ​ສະແຫວງ​ຫາ​ສັນຕິສຸກ ແລະ​ພະຍາຍາມ​ຕິດຕາມ​ໄປ.”


ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ໂດຍ​ບໍ່​ຈົ່ມ​ບໍ່​ວ່າ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Follow us:

Advertisements


Advertisements