Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:13 - ພຣະຄຳພີສັກສິ

13 ເພາະວ່າ​ແມ່ນ​ພຣະເຈົ້າ ເປັນ​ຜູ້​ຊົງ​ກະທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງຫລາຍ​ໃຫ້​ມີ​ໃຈ​ປາຖະໜາ ແລະ​ໃຫ້​ເຮັດ​ໄປ​ເພື່ອ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະອົງ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

13 ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.

See the chapter Copy




ຟີລິບປອຍ 2:13
39 Cross References  

ຂໍ​ພຣະອົງ​ບັນດານ​ໃຫ້​ພວກເຮົາ​ເຊື່ອຟັງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ຈະ​ດຳເນີນ​ຊີວິດ​ຕາມ​ທີ່​ພຣະອົງ​ຕ້ອງການ​ໃຫ້​ດຳເນີນ ແລະ​ຖື​ຮັກສາ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ.


ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ແລ້ວ​ເອຊະຣາ​ກໍ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ໄດ້​ເຮັດ​ໃຫ້​ກະສັດ​ເຕັມໃຈ​ຍ້ອງຍໍ​ໃຫ້ກຽດ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ.


ກະສັດ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ສະຫວັນ


ສິ່ງ​ທັງໝົດ​ນີ້​ພຣະເຈົ້າ​ໄດ້​ເຮັດ​ຕໍ່​ມະນຸດ​ເຮົາ ເທື່ອແລ້ວ​ເທື່ອເລົ່າ ຊໍ້າແລ້ວ​ຊໍ້າອີກ.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ຢາກ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແທນ​ທີ່​ຈະ​ຢາກ​ໄດ້​ແຕ່​ຄວາມຮັ່ງມີ.


ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ຢາກ​ກະທຳ​ຜິດ ທັງ​ສົມຮູ້​ຮ່ວມຄິດ​ກັບ​ການກະທຳ​ຂອງ​ຄົນຊົ່ວຮ້າຍ. ຂໍ​ຢ່າ​ສູ່​ໃຫ້​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ຮ່ວມ​ໃນ​ງານ ບ່ອນ​ທີ່​ພວກເຂົາ​ສັງສັນ​ກິນລ້ຽງ​ກັນ​ນັ້ນ​ຈັກເທື່ອ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ.


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ.


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ແລະ ພຣະອົງ​ໄດ້​ກ່າວ​ວ່າ, “ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ບອກ​ແກ່​ເຈົ້າ​ທັງຫລາຍ​ວ່າ ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ມາ.”


ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ​ຄົນ​ເປັນ​ຈຳນວນ​ຫລາຍ​ໄດ້​ເຊື່ອ ແລະ​ຫັນ​ກັບ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.


ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.


ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.


ດັ່ງນັ້ນ ຈຶ່ງ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງໃຈ​ຂອງ​ຄົນ​ເຮົາ ຫລື​ການ​ກະທຳ, ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ​ເທົ່ານັ້ນ.


ຄວາມ​ສາມາດ​ໃນ​ການ​ດຳເນີນ​ງານ​ມີ​ຫລາຍ​ຢ່າງ​ຕ່າງ​ກັນ, ແຕ່​ແມ່ນ​ພຣະເຈົ້າ​ອົງ​ດຽວກັນ ທີ່​ໃຫ້​ຄວາມ​ສາມາດ​ແກ່​ທຸກຄົນ ສຳລັບ​ງານ​ທີ່​ເຂົາ​ຮັບໃຊ້​ນັ້ນ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ທີ່​ຈິງ​ແລ້ວ ພວກເຮົາ​ບໍ່ໄດ້​ຖື​ສິ່ງໃດ​ວ່າ​ເກີດ​ມາ​ຈາກ​ຄວາມ​ສາມາດ​ຂອງ​ພວກເຮົາ​ເອງ, ແຕ່​ຄວາມ​ສາມາດ​ທີ່​ພວກເຮົາ​ມີ​ນັ້ນ ແມ່ນ​ມາ​ຈາກ​ພຣະເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ.


ພຣະເຈົ້າ​ໄດ້​ຕັ້ງໃຈ​ໄວ້​ກ່ອນ​ແລ້ວ ໃນ​ການ​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ແຜນການ​ອັນ​ເລິກລັບ ໃນ​ນໍ້າພຣະໄທ​ຂອງ​ພຣະອົງ ເພື່ອ​ໃຫ້​ສຳເລັດ​ໂດຍ​ທາງ​ພຣະອົງ.


ດ້ວຍວ່າ, ຊຶ່ງ​ເຈົ້າ​ທັງຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະຄຸນ​ດ້ວຍ​ທາງ​ຄວາມເຊື່ອ, ສິ່ງ​ເຫຼົ່ານີ້ ບໍ່ແມ່ນ​ພວກເຈົ້າ​ເຮັດ​ເອງ ແຕ່​ພຣະເຈົ້າ​ຊົງ​ປະທານ​ໃຫ້.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ພາວັນນາ​ອະທິຖານ ສຳລັບ​ພວກເຈົ້າ​ຢູ່​ສະເໝີ ພວກເຮົາ​ຂໍ​ພຣະເຈົ້າ​ຂອງ​ພວກເຮົາ ໂຜດ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຈົ້າ​ມີ​ຄຸນຄ່າ ສົມກັບ​ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ດຳເນີນ​ຊີວິດ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ໂຜດ​ໃຫ້​ຄວາມ​ປາຖະໜາ​ໃນ​ການ​ເຮັດ​ດີ​ທຸກຢ່າງ ແລະ​ໃນ​ການ​ດຳເນີນ​ພາລະກິດ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ຈົ່ງ​ບັນລຸ​ຜົນ​ສຳເລັດ​ເທີ້ນ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ຈົ່ງ​ຊົງ​ກະທຳ​ໃຫ້​ເຈົ້າ​ທັງຫລາຍ​ເປັນ​ຄົນ​ຄົບຖ້ວນ​ໃນ​ການ​ດີ​ທຸກຢ່າງ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ພຣະໄທ​ພຣະອົງ ແລະ​ຊົງ​ທຳງານ​ພາຍໃນ​ເຈົ້າ​ທັງຫລາຍ ຕາມ​ທີ່​ຊອບ​ໃນ​ສາຍ​ພຣະເນດ​ຂອງ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ຈົ່ງ​ມີ​ແດ່​ພຣະຄຣິດ​ສືບໆໄປ​ເປັນນິດ ອາແມນ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


Follow us:

Advertisements


Advertisements