ຟີລິບປອຍ 2:12 - ພຣະຄຳພີສັກສິ12 ດ້ວຍເຫດນີ້ ພວກທີ່ຮັກຂອງເຮົາເອີຍ, ເໝືອນດັ່ງເຈົ້າທັງຫລາຍເຄີຍເຊື່ອຟັງທຸກເວລາສັນໃດ ພວກເຈົ້າຈົ່ງອົດສາພະຍາຍາມດ້ວຍຄວາມຢຳເກງແລະຕົວສັ່ນ ເພື່ອໃຫ້ໄດ້ຄວາມພົ້ນສັນນັ້ນ ບໍ່ແມ່ນສະເພາະແຕ່ເມື່ອເຮົາຢູ່ນຳພວກເຈົ້າເທົ່ານັ້ນ ແຕ່ຈົ່ງເຮັດຫລາຍກວ່ານັ້ນອີກໃນເມື່ອເຮົາບໍ່ຢູ່ນຳ. See the chapterພຣະຄຳພີລາວສະບັບສະໄໝໃໝ່12 ເຫດສະນັ້ນ, ເພື່ອນທີ່ຮັກທັງຫລາຍຂອງເຮົາ, ເໝືອນດັ່ງທີ່ພວກເຈົ້າໄດ້ເຊື່ອຟັງຕະຫລອດມາ ບໍ່ພຽງແຕ່ໃນຂະນະທີ່ເຮົາຢູ່ນໍາ, ແຕ່ບັດນີ້ ຈົ່ງເຊື່ອຟັງຫລາຍຂຶ້ນກວ່າເກົ່າອີກໃນຂະນະທີ່ເຮົາບໍ່ຢູ່ນໍາ ຈົ່ງບາກບັ່ນຕໍ່ໄປເພື່ອຄວາມພົ້ນຂອງພວກເຈົ້າດ້ວຍຄວາມຢຳເກງ ແລະ ຕົວສັ່ນ, See the chapter |
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.