Biblia Todo Logo
Online Bible

- Advertisements -




ຟີລິບປອຍ 2:1 - ພຣະຄຳພີສັກສິ

1 ເຫດສະນັ້ນ ຖ້າ​ຊີວິດ​ໃນ​ພຣະຄຣິດ​ອຳນວຍ​ການ​ຊູ​ກຳລັງ​ໃຈ, ຖ້າ​ມີ​ຄວາມ​ເລົ້າໂລມ​ປະການ​ໃດ​ໃນ​ຄວາມຮັກ, ຖ້າ​ມີ​ສ່ວນ​ຮ່ວມໃຈ​ກັບ​ພຣະວິນຍານ​ປະການ​ໃດ, ຖ້າ​ມີ​ຄວາມ​ເມດຕາ​ເອັນດູ​ປະການ​ໃດ,

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ຖ້າ​ພວກເຈົ້າ​ໄດ້​ຮັບ​ກຳລັງໃຈ​ຈາກ​ການ​ເປັນ​ອັນໜຶ່ງອັນດຽວ​ກັບ​ພຣະຄຣິດເຈົ້າ, ຖ້າ​ໄດ້​ຮັບ​ການເລົ້າໂລມ​ຈາກ​ຄວາມຮັກ​ຂອງ​ພຣະອົງ, ຖ້າ​ໄດ້​ຮ່ວມ​ສາມັກຄີທຳ​ໃນ​ພຣະວິນຍານບໍລິສຸດເຈົ້າ, ຖ້າ​ໄດ້​ຮັບ​ຄວາມອ່ອນໂຍນ ແລະ ຄວາມເມດຕາ,

See the chapter Copy




ຟີລິບປອຍ 2:1
42 Cross References  

ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


“ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ທັງຫລາຍ​ໄວ້​ໃຫ້​ເປັນ​ກຳພ້າ ເຮົາ​ຈະ​ມາ​ຫາ​ພວກເຈົ້າ.


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ເມືອ​ຫາ​ພຣະອົງ ຂ້ານ້ອຍ​ກ່າວ​ເຖິງ​ສິ່ງ​ເຫຼົ່ານີ້​ໃນ​ໂລກ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ຄົບ​ເຕັມ​ບໍລິບູນ.


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ທຳນອງ​ດຽວກັນ​ນັ້ນ​ແຫຼະ ພຣະວິນຍານ​ກໍ​ຊ່ວຍຊູ​ພວກເຮົາ​ເມື່ອ​ພວກເຮົາ​ອ່ອນ​ກຳລັງ, ເພາະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຮົາ​ຄວນ​ຈະ​ພາວັນນາ​ອະທິຖານ​ຂໍ​ຢ່າງ​ໃດ, ແຕ່​ອົງ​ພຣະວິນຍານ​ນັ້ນ​ເອງ ວິງວອນ​ຂໍ​ກັບ​ພຣະເຈົ້າ​ແທນ​ພວກເຮົາ ດ້ວຍ​ຄຳ​ໂອ່ຍຄາງ​ທີ່​ຫາ​ຄຳ​ອະທິບາຍ​ບໍ່ໄດ້.


ເພາະວ່າ ເຖິງ​ແມ່ນ​ພວກເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນຕ່າງຊາດ​ກໍດີ ເປັນ​ຂ້ອຍຂ້າ ຫລື​ເປັນ​ອິດສະຫລະ​ກໍດີ, ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະວິນຍານ​ອົງ​ດຽວກັນ​ນັ້ນ ເປັນ​ເໝືອນ​ນໍ້າ​ທີ່​ປະທານ​ໃຫ້​ເຮົາ​ທຸກຄົນ​ໄດ້​ດື່ມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປະເຊີນໜ້າ​ກັບ​ຄວາມ​ຕາຍ​ທຸກ​ວັນ ຄວາມ​ພູມໃຈ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຄື​ຊີວິດ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.


ແລະ​ເພາະ​ເຈົ້າ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ຈຶ່ງ​ຊົງ​ໃຊ້​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ແລ້ວ​ຮ້ອງ​ວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ມີ​ຮ່າງກາຍ​ດຽວ ແລະ​ມີ​ພຣະວິນຍານ​ອົງ​ດຽວ ມີ​ຄວາມຫວັງ​ໃຈ​ອັນ​ດຽວ ໃນ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ແລ້ວ​ນັ້ນ.


ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


Follow us:

Advertisements


Advertisements