Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:8 - ພຣະຄຳພີສັກສິ

8 ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.

See the chapter Copy




ຟີລິບປອຍ 1:8
24 Cross References  

ທີ່​ເທິງ​ຟ້າ​ສະຫວັນ​ຄົງ​ຍັງ​ມີ​ຜູ້ໃດ​ຜູ້ໜຶ່ງ ທີ່​ຢືນ​ຢູ່​ເພື່ອ​ຂ້ອຍ​ແລະ​ເຂົ້າຂ້າງ​ຂ້ອຍ​ສະເໝີ.


ຂ້າພະເຈົ້າ​ຄວນຄາງ​ດ້ວຍ​ຄວາມ​ເສົ້າໝອງ​ເພື່ອ​ດິນແດນ​ໂມອາບ ແລະ​ດ້ວຍ​ຄວາມ​ຂົມຂື່ນ​ຫລາຍ​ເພື່ອ​ເມືອງ​ກີຣະເຮເຣັດ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຈາກ​ສະຫວັນ​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່​ໃນ​ຄວາມ​ບໍຣິສຸດ ແລະ​ໃນ​ສະຫງ່າຣາສີ​ນັ້ນ ຈົ່ງ​ແນມ​ລົງ​ມາເບິ່ງ​ພວກ​ຂ້ານ້ອຍ​ທັງຫລາຍ​ແດ່ທ້ອນ. ຄວາມ​ຫ່ວງໃຍ​ອັນ​ໃຫຍ່ຫລວງ​ທີ່​ພຣະອົງ​ມີ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ຢູ່​ໃສ? ຣິດອຳນາດ​ຂອງ​ພຣະອົງ​ໄປ​ໃສ​ແລ້ວ? ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ​ຢູ່​ໃສ​ແລ້ວ? ຢ່າ​ເມີນເສີຍ​ຕໍ່​ພວກ​ຂ້ານ້ອຍ​ເລີຍ.


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ດ້ວຍ​ໃຈ​ເມດຕາ​ກະລຸນາ ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ ໄດ້​ມາ​ຢ້ຽມຢາມ​ພວກເຮົາ,


ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.


ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ


ເພາະວ່າ ເມື່ອ​ພວກເຮົາ​ອ່ອນແອ ແລະ​ພວກເຈົ້າ​ເຂັ້ມແຂງ​ນັ້ນ ເຮົາ​ກໍ​ຊົມຊື່ນ​ຍິນດີ, ດັ່ງນັ້ນ ເຮົາ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ​ຢ່າງ​ຄົບ​ບໍລິບູນ.


ພວກເຮົາ​ບໍ່ໄດ້​ອຳ​ຫຍັງ​ໄວ້​ໃນ​ໃຈ ຕໍ່​ພວກເຈົ້າ​ເລີຍ, ແຕ່​ແມ່ນ​ພວກເຈົ້າ​ຕ່າງຫາກ​ທີ່​ອຳ​ເລື່ອງ​ໃນ​ໃຈ​ໄວ້ ຕໍ່​ພວກເຮົາ.


ດັ່ງນັ້ນ ຄວາມຮັກ​ຂອງ​ຕີໂຕ ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຍິ່ງ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ​ການ​ທີ່​ພວກເຈົ້າ​ໄດ້​ຮັບຕ້ອນ​ເພິ່ນ​ດ້ວຍ​ຄວາມ​ຢຳເກງ​ຈົນ​ຕົວ​ສັ່ນ.


ເລື່ອງ​ທີ່​ເຮົາ​ຂຽນ​ມາ​ນີ້​ເປັນ​ຄວາມຈິງ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໄດ້​ວ່າ ເຮົາ​ບໍ່ໄດ້​ເວົ້າ​ຕົວະ


ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ​ພຣະຄຣິດເຈົ້າ​ເຢຊູ​ໂດຍ​ທາງ​ຄວາມເຊື່ອ.


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ເຫດສະນັ້ນ ຖ້າ​ຊີວິດ​ໃນ​ພຣະຄຣິດ​ອຳນວຍ​ການ​ຊູ​ກຳລັງ​ໃຈ, ຖ້າ​ມີ​ຄວາມ​ເລົ້າໂລມ​ປະການ​ໃດ​ໃນ​ຄວາມຮັກ, ຖ້າ​ມີ​ສ່ວນ​ຮ່ວມໃຈ​ກັບ​ພຣະວິນຍານ​ປະການ​ໃດ, ຖ້າ​ມີ​ຄວາມ​ເມດຕາ​ເອັນດູ​ປະການ​ໃດ,


ເພິ່ນ​ມີ​ໃຈ​ຮ້ອນຮົນ​ຢາກ​ເຫັນ​ພວກເຈົ້າ​ທຸກຄົນ ແລະ ເປັນທຸກໃຈ​ເນື່ອງ​ຈາກ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່​ສະບາຍ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຮົາ​ບໍ່ໄດ້​ມາ​ຫາ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ປະຈົບ​ປະແຈງ ຫລື​ດ້ວຍ​ຂໍ້​ແກ້​ຕົວ ເພື່ອ​ອຳ​ຄວາມ​ໂລບ​ໄວ້ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້​ໃນ​ເລື່ອງ​ນີ້.


ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ​ພວກເຮົາ.


ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.


ບັດນີ້ ເຮົາ​ໄດ້​ໃຊ້​ລາວ​ຄືນ​ມາ​ຫາ​ເຈົ້າ ໂອເນຊີໂມ​ຜູ້​ນີ້ ເປັນ​ໝາກ​ຫົວໃຈ​ຂອງເຮົາ.


ດັ່ງນັ້ນ ນ້ອງ​ເອີຍ ຂໍ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ເຈົ້າ​ໃນ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງເຮົາ​ສົດຊື່ນ​ຂຶ້ນ​ໃນ​ພຣະຄຣິດ.


ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.


Follow us:

Advertisements


Advertisements