Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:4 - ພຣະຄຳພີສັກສິ

4 ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ,

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

4 ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ

See the chapter Copy




ຟີລິບປອຍ 1:4
14 Cross References  

ມັນ​ທ່ອງທ່ຽວ​ໄປມາ​ຢູ່​ຕາມ​ປ່າຊ້າ ແລະ​ຕາມ​ເນີນ​ພູເຂົາ​ທັງເວັນ​ທັງຄືນ ໂດຍ​ແຜດ​ສຽງ​ຮ້ອງ ແລະ​ເອົາ​ຫີນ​ປາດ​ຕາມ​ເນື້ອຕົວ​ຂອງ​ຕົນເອງ.


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ສະຫວັນ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ທີ່​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຫລາຍກວ່າ​ຄົນ​ສິນທຳ​ເກົ້າສິບເກົ້າ​ຄົນ ທີ່​ບໍ່​ຕ້ອງການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.


ກໍ​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຄວາມ​ຍິນດີ​ຂອງເຮົາ​ຄົບເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ມີ​ຄວາມຮັກ​ຢ່າງ​ດຽວກັນ ມີ​ໃຈ​ຮ່ວມ​ສາມັກຄີ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ.


ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດນີ້ ເຮົາ​ກໍ​ຂໍ​ບອກ​ຊໍ້າ​ອີກ​ດ້ວຍ​ນໍ້າຕາ​ໄຫລ​ວ່າ ມີ​ຫລາຍ​ຄົນ​ທີ່​ດຳເນີນ​ຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ.


ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ ເພາະ​ຄວາມຮັກ​ຂອງ​ເຈົ້າ ຈິດໃຈ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ກໍໄດ້​ຮັບ​ຄວາມ​ສົດຊື່ນ​ຂຶ້ນ​ເພາະ​ເຈົ້າ.


ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ​ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.


Follow us:

Advertisements


Advertisements