Biblia Todo Logo
Online Bible

- Advertisements -




ຟີລິບປອຍ 1:29 - ພຣະຄຳພີສັກສິ

29 ດ້ວຍວ່າ, ພວກເຈົ້າ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ບົວລະບັດ​ຮັບໃຊ້​ພຣະຄຣິດ ບໍ່ແມ່ນ​ພຽງ​ໃຫ້​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ຍັງ​ໃຫ້​ທົນ​ຄວາມທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ.

See the chapter Copy

ພຣະຄຳພີລາວສະບັບສະໄໝໃໝ່

29 ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,

See the chapter Copy




ຟີລິບປອຍ 1:29
14 Cross References  

ພຣະເຢຊູເຈົ້າ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ບາຣະ​ໂຢນາ​ເອີຍ ເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ບໍ່ແມ່ນ​ມະນຸດ​ທີ່​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ​ໂມເຊ.


ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.”


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ.


ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ຍາກ​ລຳບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳບາກ​ນັ້ນ ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດທົນ


ດ້ວຍວ່າ, ຊຶ່ງ​ເຈົ້າ​ທັງຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະຄຸນ​ດ້ວຍ​ທາງ​ຄວາມເຊື່ອ, ສິ່ງ​ເຫຼົ່ານີ້ ບໍ່ແມ່ນ​ພວກເຈົ້າ​ເຮັດ​ເອງ ແຕ່​ພຣະເຈົ້າ​ຊົງ​ປະທານ​ໃຫ້.


ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ


ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ທີ່​ໄດ້​ມີ​ສ່ວນ​ຮ່ວມ ໃນ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ, ເພື່ອ​ວ່າ ເມື່ອ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ຂຶ້ນ ພວກເຈົ້າ​ກໍ​ຈະ​ໄດ້​ຊົມຊື່ນ​ຍິນດີ​ຢ່າງ​ຫລວງຫລາຍ​ເໝືອນກັນ.


Follow us:

Advertisements


Advertisements