ຟີລິບປອຍ 1:28 - ພຣະຄຳພີສັກສິ28 ຢ່າຍອມໃຫ້ຜູ້ຂັດຂວາງເຮັດໃຫ້ພວກເຈົ້າຢ້ານກົວ ຈົ່ງກ້າຫານຢູ່ສະເໝີ ເພື່ອພິສູດໃຫ້ພວກເຂົາເຫັນວ່າ ພວກເຂົາຈະເຖິງຄວາມຈິບຫາຍ ແລະພວກເຈົ້າຈະເຖິງຄວາມພົ້ນ ສິ່ງເຫຼົ່ານີ້ ແມ່ນພຣະເຈົ້າທີ່ຊົງກະທຳ. See the chapterພຣະຄຳພີລາວສະບັບສະໄໝໃໝ່28 ໂດຍບໍ່ມີຄວາມຢ້ານກົວອັນໃດຕໍ່ບັນດາຜູ້ທີ່ຕໍ່ຕ້ານພວກເຈົ້າ. ນີ້ເປັນເຄື່ອງໝາຍໃຫ້ພວກເຂົາຮູ້ວ່າພວກເຂົາຈະຖືກທຳລາຍ, ແຕ່ວ່າພວກເຈົ້າຈະລອດພົ້ນໂດຍພຣະເຈົ້າ. See the chapter |
ພວກເຈົ້າກໍຮູ້ແລ້ວວ່າ ພວກເຮົາໄດ້ຮັບການຂົ່ມເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ພວກເຮົາມາຫາພວກເຈົ້າໃນເມືອງເທສະໂລນິກ ເຖິງແມ່ນວ່າມີການຕໍ່ຕ້ານຢ່າງຫລວງຫລາຍຢູ່ໃນທີ່ນັ້ນກໍຕາມ ພຣະເຈົ້າຂອງພວກເຮົາກໍໄດ້ປະທານໃຈກ້າຫານແກ່ພວກເຮົາ ເພື່ອປະກາດຂ່າວປະເສີດທີ່ມາຈາກພຣະອົງແກ່ພວກເຈົ້າ.
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.